ຂປລ
ການພົວພັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ ແມ່ນໜຶ່ງໃນການພົວພັນສອງຝ່າຍ ສຳຄັນທີ່ສຸດ ໃນໂລກປັດຈຸບັນ, ການຄັດເລືອກທາງຍຸດທະສາດ ຂອງສອງປະເທດ ຈະສົ່ງຜົນສະທ້ອນອັນເລິກເຊິ່ງ ຕໍ່ທິດທາງການພັດທະນາ ປະຫວັດສາດໂລກ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ການພົວພັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ ແມ່ນໜຶ່ງໃນການພົວພັນສອງຝ່າຍ ສຳຄັນທີ່ສຸດ ໃນໂລກປັດຈຸບັນ, ການຄັດເລືອກທາງຍຸດທະສາດ ຂອງສອງປະເທດ ຈະສົ່ງຜົນສະທ້ອນອັນເລິກເຊິ່ງ ຕໍ່ທິດທາງການພັດທະນາ ປະຫວັດສາດໂລກ. ປີ 2026, ແມ່ນປີທີ່ມີຄວາມໝາຍພິເສດຕໍ່ ສປ ຈີນ ແລະ ສ.ອາເມລິກາ ເຊິ່ງໃນປີນີ້ ຈີນໄດ້ເລີ່ມປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ແລະ ສ.ອາເມລິກາ ໄດ້ສະຫລອງ ຄົບຮອບ 250 ປີແຫ່ງການເປັນເອກະລາດ. ໃນວັນທີ 14 ພຶດສະພາປີນີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດ ອາເມລິກາ ທີ່ເດີນທາງມາຢ້ຽມຢາມ ສປ ຈີນ ທາງລັດຖະກິດ ຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫລວງປັກກິ່ງ. ສອງຝ່າຍ ໄດ້ບັນລຸຄວາມເຫັນ ທີ່ເປັນເອກະພາບກັນ ກ່ຽວກັບ ການສ້າງສາຍພົວພັນທີ່ໝັ້ນຄົງ ທາງຍຸດທະສາດ ທີ່ສ້າງສັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ ເພື່ອເປັນການຊີ້ນຳ ທິດທາງຍຸດທະສາດ ໃຫ້ແກ່ ການພົວພັນ ສປ ຈີນ-ສ.ອາເມລິກາໃນ 3 ປີ.ໃນຖານະເປັນປະເທດ ພວມພັດທະນາໃຫຍ່ທີ່ສຸດ ແລະ ປະເທດພັດທະນາໃຫຍ່ທີ່ສຸດໃນໂລກ, ສຳລັບ ສປ ຈີນ ແລະ ສ.ອາເມລິກາ ແລ້ວ, “ການຮ່ວມມື ຈະນຳເອົາຜົນປະໂຫຍດມາສູ່ ທັງສອງປະເທດ, ການຜະເຊີນໜ້າກັນ ຈະນຳເອົາຄວາມເສຍຫາຍມາສູ່ ທັງສອງຝ່າຍ” ແມ່ນສາມັນສຳນຶກ ຜ່ານການກວດສອບຊ້ຳແລ້ວ ຊ້ຳອີກ. ພາຍໃຕ້ ສະພາບການສາກົນ ທີ່ເຕັມໄປດ້ວຍການປ່ຽນແປງ ແລະ ຄວາມວຸ້ນວາຍໃນປັດຈຸບັນ, ຍິ່ງຕ້ອງການການພົວພັນ ສປ ຈີນ-ສ.ອາເມລິກາ ທີ່ໝັ້ນຄົງ ເພື່ອເພີ່ມຄວາມແນ່ນອນ ອັນລ້ຳຄ່າໃຫ້ແກ່ໂລກ. ພາຍໃຕ້ການນຳພາທາງຍຸດທະສາດຂອງປະມຸກລັດສອງປະເທດ, ສອງຝ່າຍຈະສາມາດ ຮັກສາສະພາບ ຄວາມໝັ້ນທ່ຽງ ທີ່ໄດ້ມາບໍ່ແມ່ນເລື່ອງງ່າຍ, ຄົ້ນຄວ້າສ້າງການພົວພັນ ສປ ຈີນ-ສ.ອາເມລິກາ ທີ່ມີລັກສະນະຍຸດທະສາດ, ສ້າງສັນ ແລະ ໝັ້ນຄົງ ເພື່ອເພີ່ມພະລັງທາງບວກ ທີ່ແຂງແຮງຫລາຍກວ່າ ໃຫ້ແກ່ ໂລກໃນການຮັບມື ກັບສິ່ງທ້າທາຍ ແລະ ສ້າງອະນາຄົດ ທີ່ດີງາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL