ຂປລ
ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄໍາເຫັນຊີ້ນໍາຄະນະພັກ, ຄະນະນຳ ກໍຄື ຄະນະກວດກາແຂວງ ເຊກອງ ໃນໂອກາດດໍາເນີນກອງ ປະຊຸມສະຫລຸບຕີລາຄາວຽກງານກວດກາທົ່ວແຂວງ 5 ປີ (2021- 2025) ແລະ ທິດທາງແຜນການ 5 ປີ (2026-2030) ໃນວັນທີ 21-22 ກັນຍາ 2026 .
ຂປລ. ໂດຍສະຫາຍ ໄດ້ເນັ້ນຕໍ່ຄະນະພັກ, ຄະນະນຳຂອງແຂວງ ໃຫ້ຖືເອົາວຽກງານກວດກາເປັນເຄື່ອງມືໃນການນຳພາຂອງພັກ, ເປັນເຄື່ອງມືໃນການບໍລິຫານລັດ, ກວດໃຫ້ເຫັນດ້ານດີ, ຜົນສຳເລັດເພື່ອຈັດຕັ້ງຜັນຂະຫຍາຍ, ກວດໃຫ້ເຫັນດ້ານອ່ອນເພື່ອປັບປຸງແກ້ໄຂ. ວຽກງານກວດກາເປັນວຽກງານຂອງຄະນະພັກ, ຄະນະປະຈຳພັກ ໂດຍສະເພາະແມ່ນສະຫາຍເລຂາຄະນະພັກ ຕ້ອງຮັບຜິດຊອບໂດຍກົງໃນການນໍາພາ-ຊີ້ນຳ, ຊຸກຍູ້, ຕິດຕາມວຽກງານກວດກາເພື່ອແກ້ໄຂບັນຫາຕ່າງໆ, ແຜນການເຄື່ອນໄຫວຂອງຄະນະກວດກາ ຂັ້ນແຂວງ, ຂັ້ນເມືອງຕ້ອງໄດ້ຫັນມາເປັນແຜນຂອງຄະນະພັກ, ຄະນະກວດກາ ແມ່ນເປັນຜູ້ປະຕິບັດຕາມແຜນການຂອງຄະນະປະຈຳ, ຄະນະກວດກາແມ່ນເປັນເສນາທິການໃຫ້ຄະນະພັກ. ສະນັ້ນ, ຕ້ອງເອົາໃຈໃສ່ເພີ່ມທະວີວຽກງານກວດກາພັກ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກວດກາໝາກຜົນການຈັດຕັ້ງປະຕິບັດວຽກງານຕ່າງໆ. ວຽກງານກວດກາລັດຕ້ອງເພີ່ມທະວີໃນການກວດກາອົງການອຳນາດລັດ, ກວດກາຜູ້ບໍລິຫານລັດ ເພື່ອເປັນການສະກັດກັ້ນແຕ່ຫົວທີບ່ໍໃຫ້ມີການລະເມີດ, ກວດກາບັນດາໂຄງການລົງທຶນຂອງລັດ, ການຈັດຊື້-ຈັດຈ້າງ, ການຄຸ້ມຄອງນຳໃຊ້ງົບປະມານ, ກວດກາການນຳໃຊ້ແຮ່ທາດຕ່າງໆ, ກວດກາການລົງທຶນຂອງເອກະຊົນ; ເອົາໃຈໃສ່ແກ້ໄຂຜົນການກວດກາ ໃຫ້ເປັນໄປຕາມຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍກວດກາລັດ, ບັນຫາໃດທີ່ບ່ໍສາມາດແກ້ໄດ້ກໍໃຫ້ສະເໜີຕ່ໍຂັ້ນເທິງເພື່ອຄົ້ນຄວ້າແກ້ໄຂ; ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຊຶ່ງເປັນໜ້າທີ່ຍຸດທະສາດຂອງພັກເຮົາທີ່ຕ້ອງໄດ້ເອົາໃຈໃສ່, ສະນັ້ນຕ້ອງໄດ້ເພີ່ມທະວີ ໃນການໂຄສະນາສຶກສາອົບຮົມເຮັດໃຫ້ພະນັກງານ, ທະຫານ-ຕຳຫລວດ ແລະ ປະຊາຊົນໄດ້ເຫັນຜົນຮ້າຍຂອງການສໍ້ລາດບັງຫລວງ.

ໃນກອງປະຊຸມ, ສະຫາຍ ບຸນຫລາຍ ບຸດທິ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ວ່າ: ກອງປະຊຸມວຽກງານກວດກາທົ່ວແຂວງໃນຄັ້ງນີ້ ແມ່ນຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫລຸບຕີລາຄາວຽກງານກວດກາທົ່ວແຂວງເຊກອງ 5 ປີ (2021-2025) ໂດຍຕິດພັນກັບການຜັນຂະຫຍາຍເນ້ືອໃນຈິດໃຈ ຂອງກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V. ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມທຸກພາກສ່ວນ ຈົ່ງເຊີດຊູຄວາມເປັນເຈົ້າການ, ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ຄົ້ນຄວ້າ, ສຸມສະຕິປັນຍາ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນທີ່ເປັນປະໂຫຍດຕໍ່ເນື້ອໃນຕ່າງໆ ທີ່ໄດ້ຜ່ານຕໍ່ກອງປະຊຸມຄັ້ງນີ້ຢ່າງເລິກເຊິ່ງ, ແທດເຖິງ, ພາວະວິໄສ, ກົງໄປກົງມາ ແລະ ກ້າວໄປເຖິງຄວາມເປັນເອກະພາບສູງຕໍ່ທຸກບັນຫາທີ່ຕັ້ງຂຶ້ນ ໂດຍສະເພາະກ່ຽວກັບທິດທາງແຜນການໃນຕໍ່ໜ້າ 2026-2030 ເພື່ອເປັນບ່ອນອີງໃ ການນໍາພາ-ຊີ້ນຳເຂົ້າໃນໜ້າວຽກຕົວຈິງຢ່າງເຂັ້ມງວດ. ໂອກາດດຽວກັນນີ້, ສະຫາຍຍັງໄດ້ເຜີຍແຜ່ເຊື່ອມຊຶມບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V.ພ້ອມນີ້, ກອງປະຊຸມໄດ້ຜ່ານຮ່າງບົດສະຫລຸບວຽກງານກວດກາທົ່ວແຂວງ 5 ປີ ໂດຍຕິດພັນກັບການຜັນຂະຫຍາຍບາງເນື້ອໃນຜົນສຳເລັດຂອງກອງປະຊຸມ ວຽກງານກວດກາທົ່ວປະເທດຄັ້ງ ທີ V, ບົດສະຫລຸບການຈັດຕັ້ງປະຕິບັດແຜນດໍາເນີນງານ ຂອງຄະນະກວດກາພັກແຂວງ, ອົງການກວດກາລັດແຂວງເຊກອງ ໄລຍະ 5 ປີ ຜ່ານມາ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າຕິດພັນກັບການຜັນຂະຫຍາຍບາງແຜນວຽກຈຸດສຸມຂອງຄະນະກວດກາສູນກາງພັກ; ເຜີຍແຜ່ມະຕິ 67/ຄບສພ ວ່າດ້ວຍການເພີ່ມທະວີ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ການຟູມເຟືອຍໃນກົງຈັກການຈັດຕັ້ງພັກ, ລັດ ແລະ ສັງຄົມ; ເຜີຍແຜ່ບົດແນະນຳວ່າ ດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII ກ່ຽວກັບການຕິດຕາມ, ກວດກາຂອງກວດກາສູນກາງ ສະບັບເລກທີ 377/ຄກສພ, ລົງວັນທີ 18 ສິງຫາ 2026. ໃນໂອກາດດຽວກັນນີ້, ສະຫາຍ ວັນໄຊ ພອງສະຫວັນ ຍັງໄດ້ຕາງໜ້າມອບເງິນຈຳນວນ 100 ລ້ານກີບ ໃຫ້ຄະນະກວດກາພັກແຂວງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານກວດກາຂອງແຂວງ ແລະ ມອບເງິນຈຳນວນ 100 ລ້ານ ກີບ ໃຫ້ແຂວງເພື່ອນໍາໃຊ້ເຂົ້າໃນການສະກັດກັ້ນ ແລະ ແກ້ໄຂໄພພິບັດອີກດ້ວຍ.
KPL