ສຳເລັດການແຂ່ງຂັນ ລາວດີຈິຕອນອາວອດ 2026

23/09/2026 09:48
Email Print 3064
ຂປລ ງານແຂ່ງຂັນລາວດີຈິຕອນອາວອດ (Lao Digital Awards) ປະຈໍາປີ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 20 ກັນຍາ 2026 ຜ່ານມາ, ຢູ່ຕຶກອາຄານອຸທິຍານດີຈິຕອນ, ນະຄອນຫລວງວຽງຈັນ.

     

    ຂປລ. ໂດຍມີ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ບໍລິສັດ ເຕັກໂນໂລຊີ, ຂະແໜງເຕັກໂນໂລຊີ ແລະ ການສື່ສານແຂວງ, ພ້ອມດ້ວຍນັກສຶກສາເຂົ້າຮ່ວມ. ການປະກວດ Lao Digital Award ຈັດຂຶ້ນພາຍໃຕ້ຄຳຂວັນ: “ຮ່ວມສ້າງສັນນະວັດຕະກໍາທີ່ກ້າວໜ້າ ເພື່ອສົ່ງເສີມການຫັນເປັນດີຈິຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ ໂດຍແບ່ງການແຂ່ງຂັນອອກເປັນແຕ່ລະໝວດ ຄື: ໝວດບໍລິການພາກລັດ ອັນດັບ 1 ໄດ້ແກ່ຄະນະຈັດຕັ້ງສູນກາງພັກ, ອັນດັບ 2 ພະ ແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ, ອັນດັບ 3 ບໍລິສັດສະຕາໂທລະຄົມ ຈຳກັດ; ໝວດພາກເອກະຊົນ ອັນດັບ 1 ບໍລິສັດລາລິເຈັ້ນ ຈໍາກັດຜູ້ດຽວ, ອັນດັບ 2 ບໍລິສັດລາວໂທລະຄົມມະນາຄົມມະຫາ ຊົນ, ອັນດັບ 3 ບໍລິສັດສະຕາໂທລະຄົມຈຳກັດ; ໝວດທຸລະກິດດີຈິຕອນ ເລີ່ມຕົ້ນ ອັນດັບ 1 ບໍລິສັດລາວເວຈໍາກັດ, ອັນດັບ 2 ບໍລິສັດລາຍລາວແອັບແຊບ ຈຳກັດ, ອັນດັບ 3 ບໍລິສັດລາວໄອທີດີເວີລອບເມັນ ຈໍາກັດ; ໝວດນະວັດຕະກຳດີຈິຕອນ ອັນດັບ 1 ບໍລິສັດລາວສະຕາຟິນເທັກ ຈຳກັດຜູ້ດຽວ, ອັນດັບ 2 ບໍລິສັດບິດຄິກ ຈໍາກັດ, ອັນດັບ 3 ບໍລິສັດສະດວກດີໂອ ໂຕເມຊັນກຣຸບ ຈຳກັດ; ໝວດການສ້າງຄວາມມີສ່ວນຮ່ວມທາງດີຈິຕອນ ອັນດັບ 1 ບໍລິສັດ ເອັມບີເອັກ ໂລໂບຕິກ (MBX Robotics), ອັນດັບ 2 ບໍລິສັດອານັນຊັບ ຈໍາກັດ, ອັນດັບ 3 ບໍລິສັດໂອກາດເທັກ ຈຳກັດ; ໝວດທຸລະກິດດີຈິຕອນເລີ່ມຕົ້ນສຳລັບບຸກຄົນ ອັນດັບ 1 ທ່ານ ຈິລະຢຸດ ນິດວົງໄຂ, ອັນດັບ 2 ທ່ານ ຈິດຕະພອນ ໄພສັກຂາ ແລະ ອັນດັບ 3 ໄດ້ແກ້ທ່ານ ມາວິນ ອຸ່ນຄຳ. ຜູ້ຊະນະໃນແຕ່ລະໝວດໄດ້ຮັບໂລລາງວັນ,  ເງິນລາງວັນ ແລະ ອື່ນໆຕື່ມອີກ.

     ໂອກາດດັ່ງກ່າວ, ທ່ານ ສັນຕິສຸກ ສິມມາລາວົງ ໄດ້ກ່າວວ່າ: ການແຂ່ງຂັນໃນເວທີນີ້ ບໍ່ໄດ້ສະທ້ອນພຽງແຕ່ວ່າໃຜເປັນຜູ້ຊະນະ ຫລື ໃຜໄດ້ຮັບລາງວັນ, ແຕ່ຍັງສະທ້ອນໃຫ້ເຫັນວ່າ ສປປ ລາວ ຂອງພວກເຮົາມີຄົນຮຸ່ນໃໝ່, ມີນັກພັດທະນາ, ນັກຄິດ ແລະ ມີຜູ້ສ້າງນະວັດຕະກຳ ທີ່ພ້ອມຈະຮ່ວມກັນຂັບເຄື່ອນປະເທດໄປສູ່ອະນາຄົດດີຈິຕອນ. ການຫັນເປັນດີຈິຕອນຂອງ ສປປ ລາວ ບໍ່ສາມາດສຳເລັດໄດ້ດ້ວຍພາກລັດພຽງຝ່າຍດຽວ, ພາກລັດຕ້ອງກ້າປ່ຽນແປງ, ພາກເອກະຊົນຕ້ອງກ້າລົງທຶນ ແລະ ສ້າງນະວັດຕະກຳ, ສະຖາບັນການສຶກສາ ຕ້ອງກ້າສ້າງຄົນຮຸ່ນໃໝ່, ນັກພັດທະນາ ຕ້ອງກ້າສ້າງຜົນງານ ແລະ ເຍົາວະຊົນລາວຕ້ອງກ້າຝັນ, ກ້າຄິດ ແລະ ກ້າລົງມືເຮັດ. ພວກເຮົາຕ້ອງຮ່ວມກັນສ້າງລະບົບນິເວດດີຈິຕອນຂອງລາວ ໃຫ້ເປັນບ່ອນທີ່ຄົນມີຄວາມຄິດສາມາດສ້າງຜົນງານ, ຄົນມີຄວາມສາມາດສ້າງອາຊີບ, ທຸລະກິດສາມາດສ້າງຄຸນຄ່າ ແລະ ນະວັດຕະກຳສາມາດສ້າງອະນາຄົດ. 

    ທ່ານ ສັນຕິສຸກ ສິມມາລາວົງ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: Lao Digital Award ຈະບ່ໍແມ່ນພຽງເວທີປະຈຳປີ, ແຕ່ຈະຄ່ອຍໆກາຍເປັນເວທີແຫ່ງການສ້າງຄົນ, ສ້າງນະວັດຕະກຳ, ສ້າງໂອກາດ ແລະ ສ້າງຊື່ສຽງໃຫ້ແກ່ສັກກະຍະພາບດີຈິຕອນຂອງລາວ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ກຽມສັງລວມຂໍ້ມູນເພື່ອສົ່ງເສີມການສຶກສາຮຽນຮ່ວມຂອງນັກຮຽນພິການສຶກສາ-ກິລາ

      ກຽມສັງລວມຂໍ້ມູນເພື່ອສົ່ງເສີມການສຶກສາຮຽນຮ່ວມຂອງນັກຮຽນພິການ

      11/25/2026 10:01:32 AM

      ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ກຽມສັງລວມຂໍ້ມູນເພື່ອສົ່ງເສີມການສຶກສາຮຽນຮ່ວມຂອງນັກຮຽນພິການ ໂດຍການລົງຕິດຕາມເພື່ອສັງເກດການສອນກິດຈະກຳໃນຫ້ອງຮຽນ ແລະ ສຳພາດນັກຮຽນພິການກ່ຽວກັບປະສົບການຂອງເຂົາເຈົ້າຢູ່ໂຮງຮຽນ ໂດຍໄດ້ຈັດຕັ້ງປະຕິບັດໃນສົກຮຽນ 2026-2027 ໃນໂຮງຮຽນປະຖົມຈຳນວນໜຶ່ງທີ່ເມືອງຄູນ ແຂວງຊຽງຂວາງ.

    • ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດສຶກສາ-ກິລາ

      ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ

      11/16/2026 10:04:52 AM

      ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ (ມວສຊ), ພ້ອມທັງເປີດສົກຮຽນໃໝ່ 2026- 2027 ຈັດຂຶ້ນໃນວັນທີ 13 ພະຈິກ 2026 ຢູ່ວິທະຍາເຂດດົງໂພສີ ມວສຊ, .

    • ແລກປ່ຽນບົດຮຽນວຽກບໍລິຫານໂຮງຮຽນກິນນອນສຶກສາ-ກິລາ

      ແລກປ່ຽນບົດຮຽນວຽກບໍລິຫານໂຮງຮຽນກິນນອນ

      11/16/2026 9:53:51 AM

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ສະຖາບັນກິລາ-ກາຍຍະກຳ ພົບປະແລກປ່ຽນບົດຮຽນ ວຽກງານການບໍລິຫານໂຮງຮຽນກິນນອນ

    • ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງສຶກສາ-ກິລາ

      ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      11/12/2026 9:55:11 AM

      ພິທີ ມອບ-ຮັບ ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ ຈັດຂຶ້ນ ໃນວັນທີ 11 ພະຈິກ 2026 ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ລາວ, ມີຮອງປະ ທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ, ລັດ ຂອງ ສອງປະເທດ ລາວ-ຍີ່ປຸ່ນ ເຂົ້າຮ່ວມ.

    • ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາສຶກສາ-ກິລາ

      ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາ

      11/11/2026 9:52:12 AM

      ເມ່ືອບ່ໍດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່່ານັບຂອງທ່ານນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ads
ads

Top