ຂປລ
ສຳນັກງານ ກວດຄົນເຂົ້າເມືອງ ຂອງ ເນປານ ໄດ້ລາຍງານ ກ່ຽວກັບ ການຍື່ນຂໍ້ສະເໜີ ຕໍ່ກະຊວງວຽກງານ ພາຍໃນ ເພື່ອຂໍອະນຸມັດ ການໃຊ້ລະບົບ “ການເດີນທາງ ແບບບໍ່ຕ້ອງຖື ປື້ມຜ່ານແດນ (Free Passport)” ເຊິ່ງຈະຊ່ວຍໃຫ້ ຊາວຕ່າງປະເທດ ທີ່ ເດີນທາງ ພາຍໃນປະເທດ ເນປານ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ສຳນັກງານ ກວດຄົນເຂົ້າເມືອງ ຂອງ ເນປານ ໄດ້ລາຍງານ ກ່ຽວກັບ ການຍື່ນຂໍ້ສະເໜີ ຕໍ່ກະຊວງວຽກງານ ພາຍໃນ ເພື່ອຂໍອະນຸມັດ ການໃຊ້ລະບົບ “ການເດີນທາງ ແບບບໍ່ຕ້ອງຖື ປື້ມຜ່ານແດນ (Free Passport)” ເຊິ່ງຈະຊ່ວຍໃຫ້ ຊາວຕ່າງປະເທດ ທີ່ ເດີນທາງ ພາຍໃນປະເທດ ເນປານ ບໍ່ຈໍາເປັນຕ້ອງ ຖືປື້ມຜ່ານແດນ ຫລື ພາສປອດ (Passport) ຕິດໂຕຕະຫລອດເວລາ. ແຕ່ມີເງື່ອນໄຂວ່າ: ຕ້ອງຕິດຕັ້ງແອັບພລິເຄຊັນ ທາງການຂອງ ສຳນັກງານ ຢູ່ເທິງອຸປະກອນ ເຄື່ອນທີ່ ລະບົບ ປະຕິບັດການ ແອນດຣອຍ (Android) ແລະ ໄອໂອເອສ (iOS) ພ້ອມດ້ວຍການ ປະກອບຂໍ້ມູນຕ່າງໆ ເຊັ່ນ: ເລກທີປື້ມຜ່ານແດນ ແລະ ຂໍ້ມູນວີຊ້າ.
ເຈົ້າໜ້າທີ່ ສຳນັກງານ ລະບຸວ່າ: ຊາວຕ່າງປະເທດ ທີ່ດໍາເນີນການ ຕາມຂັ້ນຕອນ ຂ້າງເທິງສຳເລັດແລ້ວ ຈະສາມາດເດີນທາງ ທົ່ວປະເທດ ເນປານໄດ້ ໂດຍບໍ່ຕ້ອງ ຖືປື້ມຜ່ານແດນ ຕິດໂຕ, ບໍ່ຈໍາເປັນຕ້ອງ ສະແດງປື້ມຜ່ານແດນ ສະບັບຈິງ ໃນຂະນະໂດຍສານຖ້ຽວບິນ ພາຍໃນປະເທດ ຫລື ແລກປ່ຽນເງິນຕາ, ລວມທັງ ບໍ່ຕ້ອງ ສະແດງປື້ມຜ່ານແດນ ສະບັບຈິງ ໃຫ້ແກ່ບໍລິສັດ ຈັດທົວເດີນປ່າ ປີນເຂົາ ອີກດ້ວຍ.
ນອກຈາກນີ້, ເຈົ້າໜ້າທີ່ ຕຳຫລວດ ກໍບໍ່ຈຳເປັນ ຕ້ອງຂໍກວດເບິ່ງ ປື້ມຜ່ານແດນສະບັບຈິງ ຂອງຊາວຕ່າງປະເທດ ໃນກໍລະນີທີ່ຈຳເປັນ ຕ້ອງກວດສອບຂໍ້ມູນນຳອີກ.
ໂດຍສຳນັກງານ ຕັ້ງເປົ້າໝາຍບັນລຸ ສອງວັດຖຸປະສົງ ຄື: ຊ່ວຍໃຫ້ນັກທ່ອງທ່ຽວ ສາມາດທ່ອງທ່ຽວໃນ ເນປານໄດ້ຢ່າງສະດວກ ສະບາຍຍິ່ງຂຶ້ນ ແລະ ຊ່ວຍໃຫ້ໜ່ວຍງານ ທາງການ ເນປານ ສາມາດຕິດຕາມຂໍ້ມູນ ຂອງຊາວຕ່າງປະເທດ ທີ່ອາໄສຢູ່ ພາຍໃນປະເທດ ໄດ້ຢ່າງມີປະສິດທິພາບ./
KPL