ໄຂງານມະໂຫລານຮູບເງົາເອກະສານ ເອີຣົບ-ສສ ຫວຽດນາມ ຄັ້ງທີ 16

19/09/2026 14:41
ຂປລ ງານມະໂຫລານ ຮູບເງົາ​ເອ​ກະ​ສານ ເອີຣົບ - ສສ ຫວຽດນາມ ຄັ້ງທີ 16 ຈັດ​ຂຶ້​ນ​ຢູ່ ຮ່າ​ໂນ້ຍ ແຕ່​ວັນ​ທີ 18–26 ກັນ​ຍາ ແລະ ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໂດຍ​ການ​ເຂົ້າ​ຮ່ວມຈາກ 9 ປະ​ເທດ ເອີຣົບ ແລະ ສສ ຫວຽດ​ນາມ.

ຂປລ.ວິທະຍຸ ກະຈ່າຍສຽງຫວຽດນາມ, ງານມະໂຫລານ ຮູບເງົາ​ເອ​ກະ​ສານ ເອີຣົບ - ສສ ຫວຽດນາມ ຄັ້ງທີ 16 ຈັດ​ຂຶ້​ນ​ຢູ່ ຮ່າ​ໂນ້ຍ ແຕ່​ວັນ​ທີ 18–26 ກັນ​ຍາ ແລະ ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໂດຍ​ການ​ເຂົ້າ​ຮ່ວມຈາກ 9 ປະ​ເທດ ເອີຣົບ ແລະ ສສ ຫວຽດ​ນາມ. ງານມະໂຫລານ ໄດ້​ແນະ​ນຳ​ຜົນ​ງານ 11 ເລື່ອງ, ​ຮູບ​ເງົາ​ເອ​ກະ​ສານ 9 ເລື່ອງ ​ໂດຍ​​ບໍ​ລິສັດ​ ພິມ​ຮູບ​ເງົາ​ເອ​ກະ​ສານ ແລະ ວິ​ທະ​ຍາ​ສາດ ​ສູນ​ກາງຜະລິດ ​ພ້ອມ​ກັບຮູບເງົາ 5 ເລື່ອງ​ຂອງ​ຜູ້ໜຸ່ມ ຫວຽດນາມ. ຫລາຍຜົນງານ ເຄີຍໄດ້ຮັບລາງວັນ ໃນງານມະ​ໂຫລານຮູບເງົາ ຢູ່ພາຍໃນ ແລະ ຕ່າງປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top