ຝຶກອົບຮົມການເປັນຄູຝຶກນັກຂ່າວທີ່ມີຄຸນນະພາບ

15/10/2024 14:42
Email Print 122
ຂປລ ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ ໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ” ໃນວັນທີ 14 ຕຸລາ ຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ລາຊມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ



ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ ໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ” ໃນວັນທີ
14 ຕຸລາ ຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ລາຊມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ



ຊຸດອົບຮົມໃນຄັ້ງນີ້, ແມ່ນໜຶ່ງໃນກິດຈະກຳຫລັກຂອງໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ
, ຈຸດປະສົງຂອງຊຸດອົບຮົມຄູຝຶກໃນຄັ້ງນີ້ ເພື່ອບັນລຸຕາມແຜນຍຸດທະສາດ ຂອງສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ແຜນການດຳເນີນ ກິດຈະກຳຂອງໂຄງການແກມຊິວ ໃນການສ້າງຄວາມອາດສາມາດ ໃຫ້ແກ່ຜູ້ທີ່ເຮັດວຽກ ຂະແໜງຖະແຫລງຂ່າວ-ສື່ມວນຊົນ ໃນທົ່ວປະເທດ ໃຫ້ກາຍເປັນຄູຝຶກນັກຂ່າວໃນອະນາຄົດ. ພ້ອມນັ້ນ, ຍັງຈະໄດ້ສືບຕໍ່ເຂົ້າຮ່ວມການເຄື່ອນໄຫວກິດຈະກຳ ການຝຶກອົບຮົມຕ່າງໆ ທີ່ຈະໄດ້ຈັດຂຶ້ນໂດຍສະມາ ຄົມນັກຂ່າວແຫ່ງ ສປປ ລາວ ຕະຫຼອດໄລຍະຂອງໂຄງການ. ການຝຶກອົບຮົມຈະດໍາເນີນໄປເປັນເວລາ 5 ວັນຈຶ່ງຈະສຳເລັດ, ສິດສອນໂດຍຊ່ຽວຊານຂອງໂຄງການ ຊຶ່ງຈະເນັ້ນໜັກທັງພາກທິດສະດີ, ພາກປະຕິບັດ ແລະ ດ້ານເຕັກນິກຕ່າງໆ  ທີ່ກ່ຽວຂ້ອງກັບວຽກງານສື່.



ໂຄງການແກມຊິວ ໄດ້ຖືກອະນຸມັດ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງ ຖວທ ຕາງໜ້າໂດຍ ກົມສື່ມວນຊົນ ແລະ ອົງການແຄຣ ນານາຊາດ ປະຈຳ ສປປ ລາວ ​ໂດຍ​ໄດ້ມອບໝາຍໃຫ້ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ ນານາຊາດ ປະຈຳ ສປປ ລາວ ເປັນຜູ້ດຳເນີນການປະຕິບັດ ກິດຈະກຳຂອງໂຄງການ ຊຶ່ງມີ
2 ເປົ້າໝາຍຫລັກຄື: ສື່ມວນຊົນຂອງລັດ ແລະ ສື່ພາກສັງຄົມທີ່ໄດ້ລົງທະບຽນ ຖືກຕ້ອງຕາມກົດໝາຍ ສປປ ລາວ ຈະໄດ້ຮັບການຍົກລະດັບ ທັກສະດ້ານວິຊາຊີບ ລວມທັງການນຳໃຊ້ເຕັກໂນໂລຊີ ແບບດີຈິຕອນ ແລະ ສື່ແບບໃໝ່ ເພື່ອເຮັດໃຫ້ປະຊາຊົນ ໄດ້ຮັບຂໍ້ມູນຂ່າວສານ ທີ່ມີຄຸນນະພາບ ໂດຍຜ່ານການລາຍງານ ທີ່ມີຄວາມຮັບຜິດຊອບ ແລະ ເປັນມືອາຊີບກ່ຽວກັບການພັດທະນາສີຂຽວ; ບັນດາຜູ້ເຂົ້າຮ່ວມ ຈາກອົງການຈັດຕັ້ງທາງສັງຄົມ ທີ່ເຮັດວຽກກ່ຽວກັບ ການພັດທະນາສີຂຽວ ຊຶ່ງລະບຸຢູ່ໃນກິດຈະກຳ, ຜູ້ນໍາໃຊ້ສື່ສັງຄົມອອນລາຍທົ່ວໄປ, ຜູ້ສ້າງວິດີໂອ ແລະ ຮູບເງົາໄດ້ຍົກລະດັບຄວາມຮູ້ ແລະ ຄວາມສາມາດຂອງຕົນ ໃນການປະກອບສ່ວນສ້າງນະໂຍບາຍ, ຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາສີຂຽວ ທີ່ມີຜົນກະທົບຕໍ່ຊຸມຊົນ ລວມທັງການນຳໃຊ້ ເຕັກໂນໂລຊີດີຈິຕອນ ແລະ ສື່ແບບໃໝ່ຢ່າງສ້າງສັນ.

ຝຶກອົບຮົມຄັ້ງ​ນີ້, ຈະດໍາເນີນໄປເປັນເວລາ 5 ວັນຈຶ່ງຈະສຳເລັດ, ສິດສອນໂດຍຊ່ຽວຊານຂອງໂຄງການ ຊຶ່ງຈະເນັ້ນໜັກທັງພາກທິດສະດີ, ພາກປະຕິບັດ ແລະ ດ້ານເຕັກນິກຕ່າງໆ ທີ່ກ່ຽວຂ້ອງກັບວຽກງານສື່.

ຂ່າວ-ພາບ: ພູວັນ
KPL

ຂ່າວອື່ນໆ

ads
ads

Top