ສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົ່ງ ຈະບໍລິການກວດ-ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າ

15/10/2024 13:53
Email Print 110
ຂປລ ຂປລ. ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ທົ່ງປົ່ງ ນະຄອນຫລວງວຽງຈັນ ຈະໃຫ້ບໍລິການກວດຕາ, ແຈກແວ່ນຕາ(ສຳລັບຜູ້ສູງອາຍຸ) ແລະ ຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ ໃນວັນທີ 16 ຕຸລາ 2024 ໂອກາດສະເຫລີມສະຫລອງວັນສາຍຕາໂລກ ຄົບຮອບ 22 ປີ (12/10/2002-12/10/2024).



ຂປລ. ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ທົ່ງປົ່ງ ນະຄອນຫລວງວຽງຈັນ ຈະໃຫ້ບໍລິການກວດຕາ
, ແຈກແວ່ນຕາ(ສຳລັບຜູ້ສູງອາຍຸ) ແລະ ຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ ໃນວັນທີ 16 ຕຸລາ 2024 ໂອກາດສະເຫລີມສະຫລອງວັນສາຍຕາໂລກ ຄົບຮອບ 22 ປີ (12/10/2002-12/10/2024).

ພະຍາດສາຍຕາຂຸ້ນ ຫລື ແກ່ນຕາຂຸ້ນ ຈະມີອາການເປັນໄປຢ່າງຊ້າໆບໍ່ເຈັບປວດ ແລະ ເຮັດໃຫ້ສາຍຕາໃນການເບິ່ງເຫັນເລີ່ມຫຼຸດລົງ. ແກ່ນຕາຂຸ້ນ ຍັງເກີດຈາກສະພາບແກ່ນຕາມີການປ່ຽນແປງ ແລະຍັງເປັນສາເຫດເຮັດໃຫ້ຄົນຕາບອດໄດ້ ຖ້າບໍ່ໄດ້ຮັບການປິ່ນປົວດ້ວຍວິທີຜ່າຕັດ ແລະ ໃສ່ແກ່ນຕາທຽມ ແຕ່ຖ້າໄດ້ຮັບການຜ່າຕັດປິ່ນປົວ ໃຫ້ຖືກວິທີກໍຈະຫາຍດີໄດ້.

ສໍາລັບ, ປັດໄຈທີ່ພາໃຫ້ເປັນພະຍາດແກ່ນຕາຂຸ້ນຄື: ມີພະຍາດເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນແກ່ນຕາຂຸ້ນ, ການໃກ້ຊິດກັບຄວັນໄຟຫລາຍເກີນໄປ, ການສຳຜັດກັບແສງແດດທີ່ກ້າ, ບໍ່ໃສ່ແວ່ນປ້ອງກັນ ແລະອື່ນໆ.  

ຂ່າວ: ວຽງຈັນທາມ

KPL

ຂ່າວອື່ນໆ

ads
ads

Top