ປະທານແນວລາວສ້າງຊາດເມືອງທຸລະຄົມ ເຄື່ອນໄຫວວຽກງານຢູ່ຂັ້ນຮາກຖານ

12/10/2024 23:28
Email Print 477
ຂປລ ຂປລ. ແຫລ່ງຂ່າວຈາກ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 10-11 ຕຸລາ 2024 ຜ່ານມາ, ທ່ານ ນາງ ຈັນທະມາໄລ ບຸນໄຊທິບ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ ແລະ ທ່ານ ເຢ່ຍວື່ ຈົ່ງເນັ່ງ ກໍາມະການພັກເມືອງ

 

  ຂປລ. ແຫລ່ງຂ່າວຈາກ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 10-11 ຕຸລາ 2024 ຜ່ານມາ, ທ່ານ ນາງ ຈັນທະມາໄລ ບຸນໄຊທິບ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ ແລະ ທ່ານ ເຢ່ຍວື່ ຈົ່ງເນັ່ງ ກໍາມະການພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ພ້ອມຄະນະ ໄດ້ລົງເຄື່ອນໄຫວປະຕິບັດວຽກງານຢູ່ກຸ່ມບ້ານພັດທະນາ ຕານປ່ຽວ ແລະ ກຸ່ມບ້ານພັດທະນາ ນາແພງ ເພື່ອເປີດກອງປະຊຸມບໍາລຸງແບບແຜນວິທີເຮັດວຽກໃຫ້ຄະນະໜ່ວຍພັກ, ຄະນະກວດກາໜ່ວຍພັກ ພາຍຫລັງສໍາເລັດການປັບປຸງກົງຈັກການຈັດຕັ້ງໃນໄລຍະຜ່ານມາ, ພ້ອມທັງຈັດພິທີມອບໃບຢັ້ງຢືນນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ໃຫ້ບັນດາໜ່ວຍພັກບ້ານ, ໜ່ວຍພັກໂຮງຮຽນ ແລະ ບໍາລຸງພາລະບົດບາດ, ສິດ ແລະ ໜ້າທີ່ ໃຫ້ຄະນະກໍາມະການແນວລາວສ້າງຊາດບ້ານ.
  ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມເອກະສານຂໍ້ກໍານົດສະບັບເລກທີ 01 ແລະ 03/ຄລສພ ວ່າດ້ວຍພາ ລະບົດບາດ
, ສິດ ແລະ ໜ້າທີ່ຂອງຄະນະໜ່ວຍພັກ, ເຊື່ອມຊຶມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກໍາມະການແນວລາວສ້າງຊາດບ້ານ ແລະ ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງວຽງຈັນ ວ່າດ້ວຍການອະນຸມັດຮັບຮອງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2023. ໃນນັ້ນ ມີໜ່ວຍພັກຂຶ້ນກັບຄະນະພັກຮາກຖານກຸ່ມບ້ານຕານປ່ຽວໄດ້ 19 ໜ່ວຍ, ກຸ່ມບ້ານນາແພງໄດ້ 18 ໜ່ວຍ.
   ການລົງເຄື່ອນໄຫວວຽກງານຄັ້ງນີ້, ຍັງເປັນການສ້າງຂະບວນການໃຫ້ແກ່ບັ້ນກະກຽມ ແລະ ດໍາເນີນກອງປະຊຸມ 3 ຂັ້ນຂອງພັກຂັ້ນແຂວງ ໂດຍສະເພາະແມ່ນການສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທຸລະຄົມ ຄັ້ງທີ
VIII ໃນຕໍ່ໜ້າ.

ຂ່າວ-ພາບ: ບ່າວຫາດໄຊ

KPL

ຂ່າວອື່ນໆ

    • ຫລາຍພາກສ່ວນມອບເງິນສະໜັບໜູນກອງປະຊຸມໄອປາວັດທະນະທຳ-ສັງຄົມ

      ຫລາຍພາກສ່ວນມອບເງິນສະໜັບໜູນກອງປະຊຸມໄອປາ

      10/16/2024 2:55:15 PM

      ຂປລ. ວັນທີ 15 ຕຸລາ 2024 ຜ່ານມາ, ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບ ເງິນສະໜັບສະໜູນ ການເປັນເຈົ້າພາບ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ຈາກບໍລິສັດ ພີທີແອວ ໂຮນດິງ (PTL Holding) 300 ລ້ານກີບ, ສູນການແພດເວດສະພົງ 100 ລ້ານກີບ, ກຸ່ມບໍລິສັດ ຕັງຈະເລີນ ຈຳກັດ 20 ລ້ານກີບ

    • ຫ້າມບໍລິໂພກ-ຈໍາໜ່າຍ ຜະລິດຕະພັນ ອາຫານເສີມ ຜິດກົດໝາຍ 11 ລາຍການວັດທະນະທຳ-ສັງຄົມ

      ຫ້າມບໍລິໂພກ-ຈໍາໜ່າຍ ຜະລິດຕະພັນ ອາຫານເສີມ ຜິດກົດໝາຍ 11 ລາຍການ

      10/16/2024 2:38:23 PM

      ຂປລ. ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ອອກໜັງສືແຈ້ງການ ເຖິງບໍລິສັດ, ຮ້ານຄ້າ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ກ່ຽວກັບຫ້າມບໍລິໂພກ ແລະ ຈໍາໜ່າຍ ຜະລິດຕະພັນອາຫານເສີມຜິດກົດໝາຍ 11 ລາຍການ

    • ຝຶກອົບຮົມການເປັນຄູຝຶກນັກຂ່າວທີ່ມີຄຸນນະພາບວັດທະນະທຳ-ສັງຄົມ

      ຝຶກອົບຮົມການເປັນຄູຝຶກນັກຂ່າວທີ່ມີຄຸນນະພາບ

      10/15/2024 2:42:32 PM

      ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ ໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ” ໃນວັນທີ 14 ຕຸລາ ຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ລາຊມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ

    • ສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົ່ງ ຈະບໍລິການກວດ-ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າວັດທະນະທຳ-ສັງຄົມ

      ສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົ່ງ ຈະບໍລິການກວດ-ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າ

      10/15/2024 1:53:45 PM

      ຂປລ. ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ທົ່ງປົ່ງ ນະຄອນຫລວງວຽງຈັນ ຈະໃຫ້ບໍລິການກວດຕາ, ແຈກແວ່ນຕາ(ສຳລັບຜູ້ສູງອາຍຸ) ແລະ ຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ ໃນວັນທີ 16 ຕຸລາ 2024 ໂອກາດສະເຫລີມສະຫລອງວັນສາຍຕາໂລກ ຄົບຮອບ 22 ປີ (12/10/2002-12/10/2024).

    • ບໍລິສັດ ຊີຈີເອັນ ຮ່ວມສ້າງຄູ່ຮ່ວມຊາຕາກຳລາວ-ຈີນວັດທະນະທຳ-ສັງຄົມ

      ບໍລິສັດ ຊີຈີເອັນ ຮ່ວມສ້າງຄູ່ຮ່ວມຊາຕາກຳລາວ-ຈີນ

      10/15/2024 1:50:49 PM

      ຂປລ. ກອງປະຊຸມອາຊຽນບວກສາມ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ຄັ້ງທີ 27 ທີ່ຈັດຂຶ້ນໃນວັນທີ 10 ຕຸລາ 2024 ຜ່ານ​ມາ, ຢູ່ນະຄອນຫລວງວຽງຈັນ ​ແລະ ​ໃນໂອກາດດັ່ງກ່າວ, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ຊີ້ໃຫ້ເຫັນທິດທາງພັດທະນາໃນອະນາຄົດ, ເນັ້ນໜັກເຖິງ ການເສີມຂະຫຍາຍ ຄວາມຮັບຮູ້ຂອງອາຊຽນ, ໝູນໃຊ້ ພູມປັນຍາຂອງປະເທດຕາເວັນອອກ, ພ້ອມທັງຮ່ວມ ກັນສ້າງອາຊຽນ ໃຫ້ມີສັນຕິພາບ, ຄວາມສະຫງົບ, ຄວາມຈະເລີນຮຸ່ງເຮືອງ, ເປີດກວ້າງ ແລະ ເຊື່ອມໂຍງເຂົ້າກັນ.

ads
ads

Top