ເມືອງໄຊພູທອງ ສ້າງຂະບວນການອະນາໄມ-ສ້ອມແປງເສັ້ນທາງ

12/10/2024 23:19
Email Print 846
ຂປລ ຂປລ. ແຫລ່ງຂ່າວຈາກ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 10-11 ຕຸລາ 2024 ນີ້, ເມືອງໄຊພູທອງ ໄດ້ສ້າງຂະບວນການອອກແຮງງານລວມ ເພື່ອເປັນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ,

  ຂປລ. ແຫລ່ງຂ່າວຈາກ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 10-11 ຕຸລາ 2024 ນີ້, ເມືອງໄຊພູທອງ ໄດ້ສ້າງຂະບວນການອອກແຮງງານລວມ ເພື່ອເປັນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນກະກຽມໃຫຍ່ 3 ຂັ້ນຂອງພັກ ກໍຄື ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງໄຊພູທອງ ທີ່ຈະໄດ້ໄຂຂຶ້ນມໍ່ໆນີ້ໃຫ້ມີຜົນສໍາເລັດ ແລະ ເຕັມໄປດ້ວຍຜົນງານອັນຍິ່ງໃຫຍ່.
   ທ່ານ ພົມມາ ສົງວິໄລ  ຮອງເຈົ້າເມືອງໄຊພູທອງ,  ຊີ້ນຳວຽກງານວັດທະນະທໍາ-ສັງຄົມເມືອງ ໄດ້ໃຫ້ຮູ້ວ່າ: ຄະນະພັກ-ຄະນະນໍາຂອງເມືອງ ໄດ້ນໍາພາພະນັກງານພາຍໃນເມືອງ ສ້າງຂະບວນການອອກແຮງງານລວມຕາມແຕ່ລະຈຸດໃນຂອບເຂດຄວາມຮັບຜິດຊອບຂອງໃຜລາວ ເຊິ່່ງໄດ້ແບ່ງອອກເປັນ 4 ຂົງເຂດຄື: ຂົງເຂດການເມືອງ
, ຂົງເຂດການເຂດເສດຖະກິດ, ຂົງເຂດວັດທະນະທໍາ-ສັງຄົມ, ຂົງເຂດປອງກັນຊາດປ້ອງກັນຄວາມສະຫງົບ ແລະ ອົງການຈັດຕັ້ງມະຫາຊົນເມືອງ ໂດຍໄດ້ພ້ອມກັນສ້ອມແປງເສັ້ນທາງດ້ວຍການເອົາຫີນບົດສໍາເລັດຮູບ 270 ຖົງ ເພື່ອມາຕາບເສັ້ນທາງບ່ອນເປັນຂຸມເປັນບໍ ໂດຍນໍາໃຊ້ງົບປະມານ 21 ລ້ານກວ່າກີບ ເຊິ່ງໄດ້ຈາກເງິນໄພພິບັດຂອງເມືອງ,ເງິນພັດທະນາບ້ານໂພນທາດ ແລະ ເງິນລະດົມນໍາຜູ້ປະກອບການນັກທຸລະກິດພາຍໃນເມືອງຈໍານວນໜຶ່ງ.
  ການອອກແຮງງານຄັ້ງນີ້, ໄດ້ເລີ່ມແຕ່ຂອບເຂດເທສະບານເມືອງໄຊພູທອງ ໄປຮອດຂອບເຂດບ້ານພູມມະເຈດີ  ເຊິ່ງມີໄລຍະທາງການສ້ອມແປງ 9 ກິໂລແມັດ. ທັງນີ້, ກໍເພື່ອເຮັດໃຫ້ພາຍໃນເທສະບານເມືອງໄຊພູທອງ ມີຄວາມສະອາດງາມຕາ, ເປັນເມືອງ 4 ສ ຄື: ສ ສະອາດ
, ສ ສະເໜ່, ສ ສີຂຽວ ແລະ ສ ສະຫງົບ, ເຮັດໃຫ້ການສັນຈອນໄປ-ມາມີຄວາມສະດວກສະບາຍຫລາຍຂຶ້ນກວ່າເກົ່າ,
  ຫລີກລ່ຽງອຸບັດເຫດຕາມທ້ອງຖະໜົນໃຫ້ຫລຸດໜ້ອຍຖອຍລົງ. ພ້ອມນີ້, ຍັງເປັນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະແມ່ນກະ ກຽມໃຫຍ່ 3 ຂັ້ນຂອງພັກ ກໍຄື ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ
VI ຂອງອົງຄະນະພັກເມືອງໄຊພູທອງ ທີ່ຈະໄດ້ໄຂຂື້ນມໍ່ໆນີ້.

ຂ່າວ-ພາບ: ພັນທະມິດ ວົງສຸທິ

KPL

ຂ່າວອື່ນໆ

ads
ads

Top