ບໍລິສັດ ຊີຈີເອັນ ຮ່ວມສ້າງຄູ່ຮ່ວມຊາຕາກຳລາວ-ຈີນ

15/10/2024 13:50
Email Print 113
ຂປລ ຂປລ. ກອງປະຊຸມອາຊຽນບວກສາມ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ຄັ້ງທີ 27 ທີ່ຈັດຂຶ້ນໃນວັນທີ 10 ຕຸລາ 2024 ຜ່ານ​ມາ, ຢູ່ນະຄອນຫລວງວຽງຈັນ ​ແລະ ​ໃນໂອກາດດັ່ງກ່າວ, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ຊີ້ໃຫ້ເຫັນທິດທາງພັດທະນາໃນອະນາຄົດ, ເນັ້ນໜັກເຖິງ ການເສີມຂະຫຍາຍ ຄວາມຮັບຮູ້ຂອງອາຊຽນ, ໝູນໃຊ້ ພູມປັນຍາຂອງປະເທດຕາເວັນອອກ, ພ້ອມທັງຮ່ວມ ກັນສ້າງອາຊຽນ ໃຫ້ມີສັນຕິພາບ, ຄວາມສະຫງົບ, ຄວາມຈະເລີນຮຸ່ງເຮືອງ, ເປີດກວ້າງ ແລະ ເຊື່ອມໂຍງເຂົ້າກັນ.

ຂປລ. ກອງປະຊຸມອາຊຽນບວກສາມ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ຄັ້ງທີ 27 ທີ່ຈັດຂຶ້ນໃນວັນທີ 10 ຕຸລາ 2024 ຜ່ານ​ມາ, ຢູ່ນະຄອນຫລວງວຽງຈັນ ​ແລະ ​ໃນໂອກາດດັ່ງກ່າວ, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ຊີ້ໃຫ້ເຫັນທິດທາງພັດທະນາໃນອະນາຄົດ, ເນັ້ນໜັກເຖິງ ການເສີມຂະຫຍາຍ ຄວາມຮັບຮູ້ຂອງອາຊຽນ, ໝູນໃຊ້ ພູມປັນຍາຂອງປະເທດຕາເວັນອອກ, ພ້ອມທັງຮ່ວມ ກັນສ້າງອາຊຽນ ໃຫ້ມີສັນຕິພາບ, ຄວາມສະຫງົບ, ຄວາມຈະເລີນຮຸ່ງເຮືອງ, ເປີດກວ້າງ ແລະ ເຊື່ອມໂຍງເຂົ້າກັນ.

ບໍລິສັດ ຊີຈີເອັນ  ເອເນີຈີ ອິນເຕີເນຊັນແນສ (CGN Energy International)  ກໍ​ລັງຕັ້ງໜ້າປະຕິບັດຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ແລະ ດຳເນີນການເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອຊ່ວຍສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໂດຍໄດ້ຮ່ວມກັບລັດຖະບານລາວ ສ້າງຖານເຊື່ອມຕໍ່ ພະລັງງານສະອາດ ຢູ່ພາກເໜືອຂອງລາວ. ໃນວາລະກອງປະຊຸມສຸດຍອດວິສາຫະກິດສາກົນ ໜຶ່ງແລວ ໜຶ່ງເສັ້ນທາງຄັ້ງທີ 3, ບໍລິສັດ CGN Energy International ແລະ ລັດຖະບານລາວ ໄດ້ລົງນາມໃນບົດບັນທຶກການຮ່ວມມື ເພື່ອຮ່ວມກັນສ້າງໂຄງການ ຖານເຊື່ອມຕໍ່ ພະລັງງານສະອາດ ຢູ່ພາກເໜືອຂອງລາວ ເຊິ່ງໂຄງ ການໄລຍະທີໜຶ່ງ ແມ່ນຕັ້ງຢູ່ແຂວງອຸດົມໄຊ. ນອກຈາກນີ້, ຍັງມີແຜນຈະກໍ່ສ້າງ ໂຄງການໄຟຟ້າແສງຕາເວັນ 1.000 ເມກາວັດ, ປັດຈຸບັນກຳລັງເຂົ້າສູ່ໄລຍະກະກຽມກໍ່ສ້າງໂຄງການ. ພາຍຫລັງໂຄງການດັ່ງ ກ່າວ, ໄດ້ເລີ່ມດຳເນີນການຜະລິດໄຟຟ້າ ຄາດວ່າກຳລັງຜະລິດໄຟຟ້າໃນແຕ່ລະປີຈະບັນລຸ 1,7 ຕື້ກິໂລວັດໂມງ ເຊິ່ງສາມາດຕອບສະໜອງໄຟຟ້າ ໃຫ້ແກ່ 3 ລ້ານຄົວເຮືອນໃນອາຊຽນ ແລະ ສະໜອງພະລັງງານ ໄຟຟ້າທີ່ປອດໄພ, ສະອາດ ແລະ ເຊື່ອຖືໄດ້ໃຫ້ສອງປະເທດລາວ-ຈີນ.

ໃນການພົບປະຂອງຜູ້ນຳສູງສຸດ ສປ ຈີນ ແລະ ສປປ ລາວ ໄດ້ສະເໜີໃຫ້ມີການຊຸກຍູ້ການຮ່ວມມື ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງໃໝ່ ແລະ ເພີ່ມທະວີການເຊື່ອມໂຍງດ້ານພະລັງງານລະ ຫວ່າງ ຈີນ-ລາວ ເຊິ່ງໂຄງການຖານເຊື່ອມຕໍ່ພະລັງງານສະອາດ ຢູ່ພາກເໜືອຂອງລາວ ຈະສ້າງຖານ ພະ ລັງງານສະອາດຂະໜາດໃຫຍ່ແຫ່ງທຳອິດ ທີ່ເຊື່ອມຕໍ່ກັນລະຫວ່າງຈີນ-ບັນດາປະເທດບ້ານໃກ້ເຮືອນຄຽງ, ທັງຈະເປັນໂຄງການພະລັງງານສະອາດ ຂະໜາດໃຫຍ່ແຫ່ງທຳອິດ ທີ່ຈະສົ່ງໄຟຟ້າກັບຄືນຈີນ.

ທ່ານ ຈ່າງ ຊາວສຸນ (Zhang ChaoQun) ປະທານບໍລິຫານ ບໍລິສັດ CGN_Energy International ​ໄດ້ກ່າວໃນພິທີລົງນາມສັນຍາສຳປະທານວ່າ: ຈະພັດທະນາ, ກໍ່ສ້າງ ແລະ ດຳເນີນງານ ໂຄງການຖານເຊື່ອມຕໍ່ ພະລັງງານສະອາດຢູ່ພາກເໜືອ ຂອງລາວເປັນຢ່າງດີ ແລະ ບໍ່ຢຸດຢັ້ງ, ຈະສືບຕໍ່ຊຸກຍູ້ການພັດທະນາແບບສີຂຽວ ເຂົ້າສູ່ພາກພື້ນແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ, ປະຕິບັດໜ້າທີ່ຮັບຜິດ ຊອບດ້ານສັງຄົມຢ່າງຈິງໃຈ, ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນສອງປະເທດ, ສືບຕໍ່ສ້າງບົດໃໝ່ອັນສະຫງ່າງາມຂອງ ໜຶ່ງແລວ ໜຶ່ງເສັ້ນທາງ.
KPL

ຂ່າວອື່ນໆ

ads
ads

Top