ຂປລ
ຂປລ. ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XII ຂອງພັກ ຈັດຂຶ້ນ ໃນວັນທີ 30-1 ຕຸລາ 2024 ໂດຍການເປັນປະທານ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າອະນຸກໍາມະການເນື້ອໃນ, ມີບັນດາສະຫາຍກໍາມະການ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ສະຫາຍເລຂາ, ຮອງເລຂາຄະນະພັກ, ກຳມະການຄະນະພັກ, ພະນັກງານຫລັກແຫລ່ງຈາກກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ, ພ້ອມທັງເລຂາພັກເມືອງ-ເຈົ້າເມືອງ ແລະ ຫົວໜ້າພະແນກ ອ້ອມຂ້າງນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ຂປລ. ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XII ຂອງພັກ ຈັດຂຶ້ນ ໃນວັນທີ 30-1 ຕຸລາ 2024 ໂດຍການເປັນປະທານ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າອະນຸກໍາມະການເນື້ອໃນ, ມີບັນດາສະຫາຍກໍາມະການ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ສະຫາຍເລຂາ, ຮອງເລຂາຄະນະພັກ, ກຳມະການຄະນະພັກ, ພະນັກງານຫລັກແຫລ່ງຈາກກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ, ພ້ອມທັງເລຂາພັກເມືອງ-ເຈົ້າເມືອງ ແລະ ຫົວໜ້າພະແນກ ອ້ອມຂ້າງນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເພື່ອລະດົມ ແລະ ຍາດແຍ່ງຄວາມຄິດຄວາມເຫັນ ຈາກບັນດາສະຫາຍ ຄະນະພັກ ແລະ ພະນັກງານຫລັກແຫລ່ງ ຂອງແຕ່ລະອົງຄະນະພັກ ເຂົ້າໃສ່ຮ່າງເອກະສານກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງ, ສອດຄ່ອງ ແລະ ແທດຕົວຈິງ, ທັງເປັນການເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ຢ່າງກວ້າງຂວາງ; ສ້າງຄວາມເປັນເອກະພາບທາງດ້ານທັດສະນະ, ຄວາມຮັບຮູ້, ຄວາມເຂົ້າໃຈແຕ່ຫົວທີ ຂອງບັນດາສະຫາຍ ຄະນະພັກ, ພະນັກງານຫລັກແຫລ່ງ ຂອງສູນກາງ ແລະ ທ້ອງຖິ່ນ ຕໍ່ຮ່າງເອກະສານຕົ້ນຕໍ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ເພື່ອເປັນເນື້ອໃນພື້ນຖານ ໃຫ້ບັນດາອົງຄະນະພັກ ນໍາໄປປັບປຸງ, ກະກຽມເນື້ອໃນກອງປະຊຸມໃຫຍ່ ຂອງຕົນ ໃຫ້ສອດຄ່ອງ, ກົມກຽວກັນ ແລະ ສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.
ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ໂດຍທ່ານໄດ້ໃຫ້ຮູ້ວ່າ: ຮ່າງລາຍງານການເມືອງ ປະກອບດ້ວຍ 10 ຫົວຂໍ້ໃຫຍ່ ເຊິ່ງໄດ້ຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ, ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງໄດ້ປະເມີນຜົນແບບກວມລວມ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ, ມີຫລັກການຂອງພັກເຮົາ ແລະ ໄດ້ກໍານົດບັນດາເນື້ອໃນ ທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ເພື່ອສືບຕໍ່ຍູ້ແຮງ ພາລະກິດປ່ຽນແປງໃໝ່ ຮອບດ້ານ, ມີຫລັກການ ຂອງພັກ ໃນແຕ່ລະຂົງເຂດວຽກງານ ໃນຊຸມປີຕໍ່ໜ້າ.
ພ້ອມນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ລາຍງານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ວ່າ: ຮ່າງແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ X ໄດ້ສະຫລຸບຕີລາຄາໝາກຜົນ ຂອງການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ກໍານົດ 6 ເປົ້າໝາຍ ແລະ ແຜນວຽກຈຸດສຸມ ຂອງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍຄົ້ນຄວ້າ, ວາງແຜນໃຫ້ສອດຄ່ອງກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ຖືກກັບຈຸດພິເສດ, ທ່າແຮງ ແລະ ການຂະຫຍາຍຕົວ ດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ ກໍຄື ທ່າອ່ຽງ ລວມ ຂອງຍຸກສະໄໝ.
ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຍົກສູງຄວາມຮັບຜິດຊອບການເມືອງ ປະກອບ ຄໍາຄິດຄໍາເຫັນ ຕໍ່ສອງເອກະສານດັ່ງກ່າວ, ຢ່າງກົງໄປກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ເບິ່ງບັນຫາ, ຕີລາຄາບັນຫາຕ່າງໆຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ພ້ອມທັງ ສະເໜີບັນຫາ ໃນຫລາຍແງ່ມູມ, ຍົກເຫດຍົກຜົນ ເພື່ອອະທິບາຍບັນຫາ ແລະ ອື່ນໆ ເພື່ອໃຫ້ອະນຸກໍາມະການເນື້ອໃນ ນໍາໄປສືບຕໍ່ຄົ້ນຄວ້າ, ປັບປຸງຮ່າງເອກະສານ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ.
ພາບ: ຂັນໄຊ
KPL