ນາຍົກລັດຖະມົນຕີ ລາວ-ຫວຽດນາມ ວາງກະຕ່າດອກໄມ້ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

12/10/2026 10:08
Email Print 676
ຂປລ ໃນວັນທີ 9 ຕຸລາ 2026 ນ້ີ, ສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂ້ັນສູງ ໄດ້ເຂ້ົາວາງກະຕ່າ ດອກໄມ້ຢູ່ຕໍ່ໜ້າຮູບປັ້ນຂອງ ຜູ້ນຳທີ່ເຄົາລົບຮັກຂອງທັງສອງປະເທດ ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ.

    ຂປລ.  ໃນໂອກາດທີ່ນາຍົກລັດຖະມົນຕີ ສສ ຫວຽດນາມເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 8-9 ຕຸລາ 2026  ເພ່ືອສືບຕ່ໍເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ- ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

     ການວາງກະຕ່າດອກໄມ້ໃນຄັ້ງນີ້, ເປັນການສະແດງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີ, ຜົນງານ ແລະ ວິລະກຳອັນຍິ່ງໃຫຍ່ຂອງບັນດາຜູ້ນຳທີ່ເຄົາລົບຮັກຂອງທັງສອງປະເທດຜູ້ທີ່ໄດ້ອຸທິດຊີວິດ ແລະ ສະຕິປັນຍາ ເພ່ືອພາລະກິດການປົດປ່ອຍຊາດ, ການສ້າງສັນສັນຕິພາບ, ເອກະລາດ ແລະ ຄວາມຜາສຸກຂອງປະຊາຊົນ.

    ໃນໂອກາດນ້ີ, ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ຍັງໄດ້ຮ່ວມກັນປູກຕົ້ນໄມ້ຢູ່ສວນສາທາລະນະ ດັ່ງກ່າວຕື່ມອີກ ຊຶ່ງສວນສາທາລະນະມິດຕະພາບ ລາວ- ຫວຽດນາມ ເປັນໂຄງການທີ່ມີຄວາມໝາຍສຳຄັນພິເສດພາຍໃຕ້ການຊີ້ນໍາໂດຍກົງຂອງສອງກົມ ການເມືອງສູນກາງພັກ ລາວ- ຫວຽດນາມ, ເປັນໂຄງການທີ່ມີຄວາມໝາຍທາງປະຫວັດສາດ- ການເມືອງຢ່າງເລິກເຊິ່ງລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນສັນຍະລັກແຫ່ງການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການພົວພັນຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດຂອງສອງຊາດ.

     ໂຄງການດັ່ງກ່າວ, ມີເນື້ອທີ່ທັງໝົດ 3 ເຮັກຕາ, ເປັນບ່ອນພັກຜ່ອນ, ອອກກໍາລັງກາຍ, ທ່ອງທ່ຽວທາງດ້ານວັດທະນະທຳ, ເປັນສະຖານທ່ີສຶກສາ, ຮໍ່າຮຽນຂອງປະຊາຊົນລາວ ໂດຍສະເພາະແມ່ນຂອງຊາວນະຄອນຫລວງວຽງຈັນ ໄດ້ເຂ້ົາມາທັດສະນະສຶກສາ, ຄົ້ນຄວ້າ, ເຄື່ອນໄຫວກິດຈະກໍາເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງພັກ- ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. 

     ໃນວັນດຽວກັນ, ສະຫາຍ ເລ ມິງ ຮຶງ ພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຢາມຖາມຂ່າວຄອບຄົວ ຂອງທ່ານ ໄຊສົມພອນ ພົມວິຫານ, ພ້ອມທັງຢ້ຽມຢາມບໍລິສັດສະຕາໂທລະຄົມ ຈຳກັດ. ພ້ອມນ້ີ ຍັງໄດ້ເດີນທາງໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳລາວ ເພື່ອພົບປະກັບພະນັກງານພາຍໃນສະຖານທູດ ແລະ ຊາວຫວຽດນາມ ທີ່ດຳລົງຊີວິດຢູ່ ສປປ ລາວ ຕື່ມອີກ.

         ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນການເມືອງ

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນ

      11/9/2026 11:51:57 AM

      ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ V ຈະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-13 ພະຈິກ 2026 ນີ້, ທີ່ຫ້ອງປະຊຸມສຳນັກງານນະຄອນຫຼວງວຽງຈັນ ໂດຍປະຕິບັດຕາມມາດຕາ 54 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ. ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ.

    • ສນຊ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກການເມືອງ

      ສນຊ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

      11/9/2026 11:22:40 AM

      ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໃນວັນທີ 4 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກປະຈຳການ, ສະມາຊິກພັກອາວຸໂສບຳນານ, ກຳມະການ ສນຊ, ຄູ່ຮ່ວມງານ ແລະ ຄະນະທີ່ປຶກສາ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ສ ເບລາຣຸດຊີການເມືອງ

      ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ສ ເບລາຣຸດຊີ

      11/9/2026 9:38:02 AM

      ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາກຊິມ ຣືເຊັນກົບ (Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ເບລາຣຸດຊີ ຢ່າງເປັນທາງການ ໃນວັນທີ 4-6 ພະຈິກ 2026 ທີ່ນະຄອນຫລວງມິນສກ໌ .

    • ມອບ-ຮັບ ໜ້າທີ່ບໍລິການງານສະມາຄົມມິດຕະພາບລາວກັບຕ່າງປະເທດ ຄະນະສັນຕິພາບ ແລະ ສາມັກຄີລາວການເມືອງ

      ມອບ-ຮັບ ໜ້າທີ່ບໍລິການງານສະມາຄົມມິດຕະພາບລາວກັບຕ່າງປະເທດ ຄະນະສັນຕິພາບ ແລະ ສາມັກຄີລາວ

      11/9/2026 9:25:22 AM

      ພິທີມອບ-ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຊຸດເກົ່າ ແລະ ຊຸດໃໝ່ ຈັດຂຶ້ນໃນວັນທີ 6 ພະຈິກ 2026 ຢູ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

    • ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາການເມືອງ

      ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

      11/5/2026 9:33:55 AM

      ວັນທີ 4 ພະຈິກ 2026 ນີ້, ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດຢູ່ລາວ.

ads
ads

Top