ຫ້ອງວ່າການສູນກາງພັກ ເຜີຍແຜ່ເຊື່ອມຊຶມ 2 ເອກະສານ

06/10/2026 10:00
Email Print 1087
ຂປລ ຫ້ອງວ່າການສູນກາງພັກ ຈັດເຜີຍແຜ່ເຊື່ອມຊຶມເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 67/ຄບສພ, ລົງວັນທີ 20 ສິງຫາ 2026 ວ່າດ້ວຍການເພ່ີມທະວີການສະກັດກ້ັນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ; ເອກະສານການແກ້ໄຂຄໍາຮ້ອງຟ້ອງ ແລະ ຄໍາສະເໜີໃຫ້ພະນັກງານ-ລັດຖະກອນ ໃນຕອນເຊົ້າວັນທີ 5 ຕຸລາ 2026.

    ຂປລ. ໂດຍການເຜີຍແຜ່ເອກະສານຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ, ຄະນະປະຈໍາພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະພັກ-ຄະນະຫ້ອງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ- ລັດຖະກອນພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມ. 

     ຈຸດປະສົງໃນການເຜີຍແຜ່ເຊື່ອມຊຶມທັງສອງເອກະສານໃນຄັ້ງນ້ີ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊ່ິງ ແລະ ເປັນເອກະພາບສູງພາຍໃນຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນທຸກຂັ້ນກ່ຽວກັບຄວາມສໍາຄັນຂອງວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃນໄລຍະໃໝ່; ສ້າງຄວາມເປັນເອກະພາບທາງດ້ານແນວຄິດ, ການກະທໍາ ແລະ  ຍົກສູງຄວາມຮັບຜິດຊອບການເມືອງຂອງຄະນະພັກ, ຄະນະກວດກາຕໍ່ກັບວຽກງານສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ການຟຸມເຟືອຍ; ຫັນເອົາເນື້ອໃນຈິດໃຈຂອງເອກະສານດັ່ງກ່າວໃຫ້ເປັນທິດທາງ, ແຜນການດໍາເນີນງານຕົວຈິງຂອງຄະນະພັກຫ້ອງວ່າການສູນກາງພັກຢ່າງມີຈຸດສຸມ, ພ້ອມທັງເປັນເຈົ້າການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນແນໃສ່ຍົກສູງປະສິດທິພາບການເຄື່ອນໄຫວວຽກງານກວດກາໃຫ້ເດັດຂາດ, ເຂັ້ມງວດໃນການແກ້ໄຂທຸກການລະເມີດລະບຽບວິໄນຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ຫສພ ໂດຍຖືເອົາການສະກັດກ້ັນແຕ່ຫົວທີເປັນຕົ້ນຕໍ ແລະ ເປັນບັນຫາພື້ນຖານຍາວນານ, ເອົາການຕ້ານ ແລະ ການແກ້ໄຂ ເປັນບັນຫາຈໍາເປັນທີ່ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ. 

     ໃນໂອກາດນີ້, ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ, ຄະນະປະຈໍາພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ຮຽກຮ້ອງມາຍັງບັນດາພະນັກງານ-ລັດຖະກອນພາຍໃນຫ້ອງວ່າການສູນກາງພັກ ໂດຍສະເພາະກົມກວດກາຈົ່ງພ້ອມກັນນໍາເອົາແນວທາງ ແລະ ເນ້ືອໃນຈິດໃຈຂອງເອກະສານຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ; ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດກາສ້າງບາດກ້າວບຸກທະລຸທ່ີໂປ່ງໃສໃນວຽກງານນໍາພາທ່ີເຂ້ັມແຂງຂອງພັກ, ການຄຸ້ມຄອງ-ບໍລິຫານທີ່ສັກສິດຂອງລັດ.

          ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາການເມືອງ

      ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

      11/5/2026 9:33:55 AM

      ວັນທີ 4 ພະຈິກ 2026 ນີ້, ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດຢູ່ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ສສ ມຽນມາການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ສສ ມຽນມາ

      11/5/2026 9:29:53 AM

      ໃນຕອນເຊົ້າຂອງວັນທີ 4 ພະຈິກ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ພະຈິກ 2026.

    • ສະພາແຫ່ງຊາດ ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍການເມືອງ

      ສະພາແຫ່ງຊາດ ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

      11/5/2026 9:25:57 AM

      ວັນທີ 3 ພະຈິກ 2026 ທີ່ນະຄອນຫລວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງ ຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຢ່າງເປັນທາງການກັບ ສະຫາຍ ເຈີນ ແທັງເໝີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຫວຽດນາມ ໃນໂອກາດເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫລັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.

    • ປະກາດຄະນະບໍລິຫານງານຄະນະກຳມະການໂອລິມປິກແຫ່ງຊາດລາວ ຊຸດທີ IXການເມືອງ

      ປະກາດຄະນະບໍລິຫານງານຄະນະກຳມະການໂອລິມປິກແຫ່ງຊາດລາວ ຊຸດທີ IX

      11/4/2026 12:10:18 PM

      ພິທີປະກາດຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX ຈັດຂຶ້ນໃນ ວັນທີ 30 ຕຸລາ 2026 ຜ່ານມາ, ຢุ่ນະຄອນ ຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຖືກແຕ່ງຕັ້ງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX .

    • ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ

      11/4/2026 11:43:10 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XII ໃນວັນທີ 3 ພະຈິກ 2026, ໃຫ້ກຽດເຜີຍແຜ່ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ, ມີບັນດາຮອງຫົວໜ້າ ຄອສພ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກອ້ອມຂ້າງ ຄອສພ ເຂົ້າຮ່ວມ.

ads
ads

Top