ລາວ-ຫວຽດນາມເພີ່ມທະວີສົ່ງເສີມການລົງທຶນ

12/10/2026 10:01
Email Print 647
ຂປລ ໃນວັນທີ 8 ຕຸລາ 2026 ນ້ີ, ຄະນະກໍາມະການສ່ົງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ກະ ຊວງການເງິນ ສສ ຫວຽດນາມ, ສະຖານທູດຫວຽດນາມ ປະ ຈໍາ ລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ.

 

     ຂປລ. ໃຫ້ກຽດເປັນປະທານຮ່ວມຂອງທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາການນຳພັກ, ລັດ, ນັກທຸລະກິດ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນຂອງທັງສອງປະເທດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ຖືເປັນເວທີແຫ່ງການເສີມຂະຫຍາຍສາຍພົວພັນ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ໂດຍສະເພາະແມ່ນການສະເຫລີມສະຫລອງວັນສ້າງຕ້ັງສາຍພົວພັນການທູດ ລາວ- ຫວຽດນາມ ຄົບຮອບ 65 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 50 ປີ ແລະ ປະກອບສ່ວນໃຫ້ແກ່ການກະກຽມການສະຫລອງປີສາມັກຄີມິດຕະພາບ ລາວ- ຫວຽດນາມ ໃນປີ 2027 ທີ່ຈະມາເຖິງນີ້ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ສົມກຽດ.

    ໃນກອງປະຊຸມໄດ້ເປີດໂອກາດໃຫ້ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະມາຄົມນັກທຸລະກິດຫວຽດນາມປະຈຳລາວ, ວິສາຫະກິດລາວ ແລະ ຫວຽດນາມ ໄດ້ລາຍງານກ່ຽວກັບສະພາບການລົງທຶນຂອງຕົນເອງ ແລະ ຂໍສະເໜີຕ່າງໆ ເຊິ່ງໂດຍລວມວິສາຫະກິດຂອງທັງ 2 ປະເທດ ໄດ້ມີຄວາມເຊື່ອໝັ້ນສູງຕໍ່ນະໂຍບາຍຂອງພາກລັດໃນການສົ່ງເສີມການລົງທຶນຂອງເອກະຊົນເຮັດໃຫ້ທຸລະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ສະເໜີຂໍໃຫ້ລັດຖະບານສືບຕ່ໍປັບປຸງບັນດາຂອດຂັ້ນ ແລະ ກົນໄກຂອງພາກລັດທ່ີກ່ຽວຂ້ອງກັບການດຳເນີນທຸລະກິດ ແລະ ການລົງທຶນໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ. 

     ໃນໂອກາດນ້ີ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ມີຄຳເຫັນວ່າ: ລັດຖະບານ ສປປ ລາວ ໄດ້ຖືສຳຄັນການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ໃຫ້ບູລິມະສິດສູງສຸດຕໍ່ການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ການລົງທຶນໃຫ້ດີຂຶ້ນ, ອັນພົ້ນເດັ່ນແມ່ນໄດ້ສ້າງຕັ້ງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອເປັນເສນາທິການໃຫ້ແກ່ລັດຖະບານໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຕາມທິດລວມສູນ ແລະ ປະຕູດຽວພາຍໃຕ້ການຊີ້ນຳໂດຍກົງຂອງທ່ານນາຍົກລັດຖະມົນຕີ. ທ່ານນາຍົກລັດຖະມົນຕີ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ວິສາຫະກິດ ລາວ ແລະ ຫວຽດນາມ ທີ່ໄດ້ປະກອບສ່ວນສຳຄັນໃນການລົງທຶນເຂົ້າໃນບັນດາຂະແໜງການບູລິມະສິດເຮັດໃຫ້ມູນຄ່າການລົງທຶນ ຂອງພາກເອກະຊົນສາມາດບັນລຸເກີນແຜນທີ່ກຳນົດໄວ້. ສະເພາະ 9 ເດືອນ ປີ 2026 ລັດຖະບານໄດ້ອະນຸມັດການລົງທຶນໃນກິດຈະການຄວບຄຸມ ແລະ ສໍາປະທານ  45 ໂຄງການ,  ມູນຄ່າອະນຸມັດ 8,57 ຕື້ໂດລາສະຫະລັດ, ໃນນັ້ນການລົງທຶນຂອງ ສສ ຫວຽດນາມ ມີມູນຄ່າຫລາຍກວ່າໝູ່ (4,7 ຕ້ືໂດລາສະຫະລັດ). ເພ່ືອໃຫ້ການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງຊາດ ລາວ-ຫວຽດນາມ ສົມຄູ່ກັບການພົວພັນຮ່ວມມືທາງດ້ານການເມືອງ, ທ່ານ ເລ ມິງ ຮຶງ ໄດ້ຮຽກຮ້ອງໃຫ້ວິສາຫະກິດຫວຽດນາມ ຂະຫຍາຍການລົງທຶນຢູ່ໃນ ສປປ ລາວ ໃຫ້ລາຍຂ້ຶນໂດຍສະເພາະໃນບັນດາ  ຂະແໜງການບູລິມະສິດທີ່ 2 ລັດຖະບານຊຸກຍູ້ສ່ົງເສີມເປັນຕ້ົນຂະແໜງກະສິກຳທ່ີນຳໃຊ້ເຕັກໂນໂລຊີສູງ, ການປຸງແຕ່ງແຮ່ທາດ, ພະລັງງານສະອາດ, ທະນາຄານ- ການເງິນ,  ໂລຈິດສຕິກ,  ການທ່ອງທ່ຽວ, ການຫັນເປັນດີຈິຕອນ.  ພ້ອມທັງເຊີນຊວນວິສາຫະກິດ  ລາວໃຫ້ສຶກສາກາລະໂອກາດໃນການເຂົ້າມາລົງທຶນຢູ່ຫວຽດນາມ ໃຫ້ຫລາຍຂຶ້ນ.  

    ໃນໂອກາດດຽວກັນນີ້, ໄດ້ມີພິທີ ມອບ-ຮັບ ແລະ ແລກປ່ຽນເອກະສານວຽກງານລົງທຶນທັງໝົດ 18 ລາຍການ ຊຶ່ງເປັນສັນຍະລັກອັນເປັນຮູບປະທຳໃຫ້ແກ່ການເສີມຂະຫຍາຍການຮ່ວມມືດ້ານການລົງທຶນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.

           ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນການເມືອງ

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນ

      11/9/2026 11:51:57 AM

      ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ V ຈະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-13 ພະຈິກ 2026 ນີ້, ທີ່ຫ້ອງປະຊຸມສຳນັກງານນະຄອນຫຼວງວຽງຈັນ ໂດຍປະຕິບັດຕາມມາດຕາ 54 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ. ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ.

    • ສນຊ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກການເມືອງ

      ສນຊ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

      11/9/2026 11:22:40 AM

      ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໃນວັນທີ 4 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກປະຈຳການ, ສະມາຊິກພັກອາວຸໂສບຳນານ, ກຳມະການ ສນຊ, ຄູ່ຮ່ວມງານ ແລະ ຄະນະທີ່ປຶກສາ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ສ ເບລາຣຸດຊີການເມືອງ

      ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ສ ເບລາຣຸດຊີ

      11/9/2026 9:38:02 AM

      ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາກຊິມ ຣືເຊັນກົບ (Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ເບລາຣຸດຊີ ຢ່າງເປັນທາງການ ໃນວັນທີ 4-6 ພະຈິກ 2026 ທີ່ນະຄອນຫລວງມິນສກ໌ .

    • ມອບ-ຮັບ ໜ້າທີ່ບໍລິການງານສະມາຄົມມິດຕະພາບລາວກັບຕ່າງປະເທດ ຄະນະສັນຕິພາບ ແລະ ສາມັກຄີລາວການເມືອງ

      ມອບ-ຮັບ ໜ້າທີ່ບໍລິການງານສະມາຄົມມິດຕະພາບລາວກັບຕ່າງປະເທດ ຄະນະສັນຕິພາບ ແລະ ສາມັກຄີລາວ

      11/9/2026 9:25:22 AM

      ພິທີມອບ-ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຊຸດເກົ່າ ແລະ ຊຸດໃໝ່ ຈັດຂຶ້ນໃນວັນທີ 6 ພະຈິກ 2026 ຢູ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

    • ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາການເມືອງ

      ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

      11/5/2026 9:33:55 AM

      ວັນທີ 4 ພະຈິກ 2026 ນີ້, ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດຢູ່ລາວ.

ads
ads

Top