ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານ

08/10/2026 09:06
Email Print 1695
ຂປລ ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຫລາຍບັນຫາສຳຄັນຕິດພັນກັບ ກົນໄກການຄຸ້ມຄອງເກັບລາຍຮັບ, ການຈັດສັນງົບປະມານ, ການຈັດສັນໂຄງການລົງທຶນຂອງລັດເຂົ້າແຜນ, ການຕິດຕາມກວດກາ ແລະ ການນໍາໃຊ້ງົບປະມານລົງທຶນຂອງລັດ.

     ຂປລ. ບັນຫາທີ່ ສສຊ ໃຫ້ຄວາມສົນໃຈເປັນສ່ວນຫລາຍແມ່ນກົນໄກການກວດກາເກັບລາຍຮັບຈາກຄ່າເຊົ່າ- ສໍາປະທານທີ່ດິນ, ພັນທະພາສີ- ອາກອນຈາກຊັບພະຍາກອນແຮ່ທາດ, ບໍລິສັດຮັບເໝົາກໍ່ສ້າງຕຶກອາຄານ, ໂຄງການຂະໜາດໃຫຍ່, ລວມເຖິງການຈັດສັນງົບປະມານ, ການຈັດສັນໂຄງການລົງທຶນຂອງລັດ ແລະ ການຕິດຕາມກວດກາການໃຊ້ງົບປະມານລົງທຶນຂອງລັດ ຕໍ່ກັບບັນຫາດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ຊີ້ແຈງວ່າ:ຕິດພັນກັບການເກັບລາຍຮັບຈາກຄ່າເຊົ່າ-ສໍາປະທານທີ່ດິນ, ພັນທະພາສີ-ອາກອນຈາກຊັບພະຍາກອນແຮ່ທາດ ກະຊວງການເງິນ ໄດ້ຈັດຕັ້ງປະຕິບັດຕາມຫລັກການລວມສູນງົບປະມານ ຊຶ່ງຂົງເຂດບໍ່ແຮ່ ເປັນທ່າແຮງໜຶ່ງທີ່ມີຄວາມສໍາຄັນ ປະກອບສ່ວນຕໍ່ລາຍຮັບງົບປະມານແຫ່ງລັດ, ການເກັບລາຍຮັບໃນຂົງເຂດດັ່ງກ່າວ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະໄລຍະຕົວເລກດ້ານລາຍຮັບໄດ້ຊີ້ໃຫ້ເຫັນວ່າການກັບລາຍຮັບໃນປີ 2026 ສາມາດປະຕິບັດ ໄດ້ຄື: ຄ່າເຊົ່າ-ສຳປະທານທີ່ດິນຈັດເກັບໄດ້ 1.275 ຕື້ກີບ, ທຽບໃສ່ໄລຍະດຽວປີຜ່ານມາເພີ່ມຂຶ້ນ 4%; ຄ່າຊັບພະຍາກອນທຳມະຊາດ ຈັດເກັບໄດ້ 5.486 ຕື້ກີບ, ທຽບໃສ່ໄລຍະດຽວປີຜ່ານມາເພີ່ມຂຶ້ນ 36,6%; ພັນທະຈາກໂຄງການແຮ່ທາດ ຈັດເກັບໄດ້ 14.467 ຕ້ືກີບ, ທຽບໃສ່ໄລຍະດຽວປີຜ່ານມາເພີ່ມຂ້ຶນ 37,2%. ເຖິງຢ່າງໃດກໍຕາມການເພີ່ມຂຶ້ນຂອງລາຍຮັບດັ່ງກ່າວຍັງບໍ່ທັນສ່ອງແສງເຖິງປະສິດທິຜົນໃນການຈັດຕັ້ງປະຕິບັດ ເມື່ອທຽບໃສ່ສະຖິຕິຂອງໂຄງການທີ່ມີການອະນຸມັດ ແລະ ກຳລັງຈັດຕັ້ງປະຕິບັດ. ສຳລັບກົນໄກການເກັບລາຍຮັບຍັງເກັບບໍ່ທັນໄດ້ຄົບຖ້ວນທຸກສັນຍາ, ການຂຶ້ນແຜນສົ່ງອອກຂອງບໍລິສັດຍັງບໍ່ທັນຊັດເຈນ, ບາງໂຄງການຍັງບໍ່ທັນປະຕິບັດຕາມສັນຍາ, ບໍ່ມີການເຄື່ອນໄຫວປົກກະຕິ ແລະ ຍັງບໍ່ທັນມີການສົ່ງອອກ, ຍັງບໍ່ທັນມີກົນໄກ ແລະ ລະບົບຕິດຕາມ, ກວດກາການສົ່ງອອກແຮ່ທ່ີທັນສະໄໝເຮັດໃຫ້ຍັງມີຊ່ອງວ່າງໃນການຕົກເຮ່ຍເສຍຫາຍຂອງຊັບພະຍາກອນແຮ່ທາດ. ສະນັ້ນ, ເພື່ອຮັບປະກັນການຄຸ້ມຄອງທາງດ້ານມະຫາພາກກ່ຽວກັບການຄຸ້ມຄອງເກັບລາຍຮັບຈາກຄ່າເຊົ່າ-ຄ່າສໍາປະທານ, ພັນທະພາສີ-ອາກອນຈາກຊັບພະຍາກອນແຮ່ທາດທີ່ມີຢູ່ຈຳກັດ ແລະ ນັບມື້ນັບບົກແຫ້ງລົງໃຫ້ຖືກນໍາໃຊ້ຢ່າງມີປະສິດທິຜົນສູງສຸດ ແລະ ເປັນທ່າແຮງປະກອບສ່ວນໃນການພັດທະ ນາເສດຖະກິດ- ສັງຄົມແຫ່ງຊາດ ລັດຖະບານ ກໍຄືກະຊວງການເງິນ ຈະຜັນຂະຫຍາຍວິໄສທັດ ແລະ ຍຸດທະສາດຄຸ້ມຄອງແຮ່ທາດເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາ ເຊັ່ນ: ຮີບຮ້ອນປະເມີນປະສິດທິຜົນບັນດາໂຄງການສໍາປະທານ ໂດຍສະເພາະໂຄງການປະເພດທີ່ບໍ່ມີປະສິດທິຜົນ (C ແລະ C+) ແມ່ນໃຫ້ຍົກເລີກ ແລະ ມອບຄືນໃຫ້ລັດ ເພື່ອນໍາໃຊ້ພັດທະນາໃນຮູບການອື່ນ; ຫັນປ່ຽນກົນໄກການອະນຸຍາດບັນດາໂຄງການແຮ່ທາດ ໂດຍຖືເອົາບໍລິສັດທີ່ມີຄວາມພ້ອມດ້ານການສ້າງໂຮງງານປຸງແຕ່ງແຮ່ ເປັນເງື່ອນໄຂບຸລິມະສິດໃນການອະນຸຍາດ ເພື່ອສ້າງມູນຄ່າເພ່ີມ; ຫັນຈາກໂຄງການທົດລອງໄປສູ່ໂຄງການທີ່ຈັດຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ ແລະ ນິຕິກຳ, ມີການປຸງແຕ່ງພາຍໃນໃຫ້ຫລາຍຂຶ້ນ, ສ້າງມູນຄ່າເພີ່ມໃນແຕ່ລະຂັ້ນຕອນການຜະລິດ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ; ເລັ່ງຊຸກຍູ້ໃຫ້ຮ່າງດຳລັດວ່າດ້ວຍການເຊົ່າທີ່ດິນຂອງລັດ ແລະ ລັດຖະບັນຍັດວ່າດ້ວຍອັດຕາຄ່າເຊົ່າຊັບສິນຂອງລັດໃຫ້ຖືກຮັບຮອງ ແລະ ປະກາດໃຊ້ໂດຍໄວ ເພື່ອເປັນເຄື່ອງມືໃນການຄຸ້ມຄອງ ແລະ ຂະຫຍາຍຖານລາຍ ຮັບຈາກການເຊົ່າ-ສໍາປະທານໃນຕ່ໍໜ້າ; ສ້າງລະບົບຄຸ້ມຄອງ, ຕິດຕາມ ແລະ ກວດກາແຮ່ທາດແຕ່ຕົ້ນທາງຈົນຮອດປາຍທາງສົ່ງອອກເປັນລະບົບທັນສະໄໝ ເພື່ອຮັບປະກັນບໍ່ໃຫ້ຊັບພະຍາກອນທຳມະຊາດຕົກເຮ່ຍເສຍຫາຍ. ປັດຈຸບັນ, ກະຊວງການເງິນໄດ້ຕິດຕັ້ງຫ້ອງກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງຢູ່ 7 ຈຸດ ແລ້ວ ແລະ ກໍາລັງຈະນໍາສະເໜີລັດຖະບານ ເພື່ອພິຈາລະນາອະນຸມັດຜັນຂະຫຍາຍໄປສູ່ດ່ານສາກົນອື່ນໆໃນຂອບເຂດທົ່ວປະເທດ.

     ສຳລັບການຈັດສັນງົບປະມານໄດ້ມີຫລັກການ ແລະ ກົນໄກ ຈັດລຽງບຸລິມະສິດລໍາດັບຄວາມສໍາຄັນ ໂດຍອີງໃສ່ຄວາມອາດສາມາດໃນການຈັດເກັບລາຍຮັບ ໂດຍຈັດສັນເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລມະສິດເປັນຕົ້ນການເພີ່ມເງິນເດືອນ, ເງິນນະໂຍບາຍໃຫ້ພະນັກງານລັດຖະກອນ, ທະຫານ-ຕຳຫລວດ, ພະນັກງານບຳນານ ໂດຍເຮັດໃຫ້ເງິນເດືອນຂັ້ນຕໍ່າບໍ່ຫລຸດ 3 ລ້ານກີບ, ລາຍຈ່າຍຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ຕາມຂໍ້ຜູກພັນສັນຍານໍາໃຊ້ລາຍຮັບພາຍໃນ ໂດຍຈັດສັນໃຫ້ມີສ່ວນເຫລືອເພື່ອໄປ ຊຳລະຕ້ົນທຶນເງິນກູ້ຢືມຈາກຕ່າງປະເທດ ທີ່ເປັນການຫລຸດຜ່ອນການກູ້ຢືມໃໝ່ທີ່ເປັນການສ້າງໜ້ີ ເພີ່ມແນໃສ່ຮັບປະກັນເຮັດໃຫ້ໜີ້ສິນຫລຸດລົງຄາດໝາຍຮອດປີ 2030 ໃຫ້ຫລຸດລົງເຫລືອ 70% ຂອງ GDP. ພ້ອມນີ້, ລັດຖະບານກໍໄດ້ເອົາໃຈໃສ່ຈັດສັນງົບປະມານເພ່ີມໃຫ້ຂະແໜງສຶກສາ ແລະ ສາທາ ໃນແຕ່ລະປີ ເພ່ືອເປັນການພັດທະນາຊັບພະຍາກອນມະນຸດ ແລະ ສ່ົງເສີມດ້ານສຸຂະອະນາໄມ. ນອກນ້ີ,ຍັງໄດ້ເພີ່ມລາຍຈ່າຍບໍລິຫານປົກ ກະຕິຕາມຄວາມສາມາດຂອງງົບປະມານ ເພື່ອຮັບປະກັນການເຄື່ອນໄຫວຂອງກົງຈັກພັກ-ລັດ ໃຫ້ເປັນປົກກະຕິ ໂດຍໃຫ້ບັນດາຫົວໜ່ວຍງົບປະມານຕ້ອງໄດ້ສ້າງແຜນວຽກ- ແຜນງານຂອງຂະແໜງການຕົນໃຫ້ສອດຄ່ອງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດທີ່ກຳນົດໄວ້. ໃນຕໍ່ໜ້າ, ກະຊວງການເງິນຈະໄດ້ຄົ້ນຄວ້າຈັດສັນງົບປະມານເພີ່ມຕື່ມໃຫ້ຂະແໜງວັດທະນະທໍາ- ສັງຄົມ ຕາມສັດສ່ວນການຫລຸດລົງຂອງການຊ່ວຍເຫລືອຈາກສາກົນພາຍຫລັງທີ່ອອກຈາກປະເທດດ້ອຍພັດທະນາ.

   ສ່ວນການຈັດສັນໂຄງການລົງທຶນຂອງລັດ ນັບແຕ່ປີ 2026 ເປັນຕົ້ນມາລັດຖະບານໄດ້ມີຈຸດສຸມບຸລິມະສິດ ເພື່ອບໍ່ໃຫ້ມີການລົງທຶນກະແຈກກະຈາຍ ຄືໄລຍະຜ່ານມາໃຫ້ມີຄວາມສອດຄ່ອງກັບ 6 ເປົ້າ ໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2027 ຊຶ່ງໄດ້ມີບຸລິມະສິດ ດ່ັງນີ້: ຈະສຸມໃສ່ບັນດາໂຄງການທ່ີມີຜົນຕອບແທນສູງ ແລະ ສາມາດຂັບເຄື່ອນການເຕີບໂຕເສດຖະກິດ, ການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມເພື່ອເຊື່ອມໂຍງ-ເຊື່ອມຈອດ, ເຂ້ົາຫາເຂດການຜະລິດ ແລະ ການບໍລິການ, ຮັບໃຊ້ຍຸດທະສາດ, ຈຸດສຸມ ແລະ ພັດທະນາຊາຍແດນ; ການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ການແກ້ໄຂຜົນກະທົບຈາກໄພພິບັດ; ການພັດທະນາການສຶກສາ, ສາທາລະນະສຸກ ແລະ ພັດທະນາສີມືແຮງງານໃຫ້ມີຄຸນນະພາບສູງຂຶ້ນ.     

ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນການເມືອງ

      ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

      11/24/2026 12:40:54 PM

      ໃນວັນທີ 19 ພະຈິກ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ ແທນກອງປະຊຸມໂຕະມົນ ປະຈໍາປີ 2026, ນໍາພາໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.

    • ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນການເມືອງ

      ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ

      11/20/2026 10:06:46 AM

      ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ

      11/18/2026 10:03:16 AM

      ໃນວັນທີ 16 ພະຈິກ 2026 ນີ້, ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະລາຊະທູດ ແຫ່ງຍີ່ປຸ່ນ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດ ຢູ່ ສປປ ລາວ.

    • ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນການເມືອງ

      ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນ

      11/18/2026 9:48:18 AM

      ໃນວັນທີ 17 ພະຈິກ 2026, ທີ່ນະຄອນຫລວງມານິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງມານິລາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສາທາລະນະລັດ ຟີລິບປິນ.

    • ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XXການເມືອງ

      ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

      11/18/2026 9:42:26 AM

      ໃນຕອນເຊົ້າວັນທີ 15 ພະຈິກ 2026 ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກກໍາ ປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກກໍາປູເຈຍ.

ads
ads

Top