ຄູປະຈຳການ 12 ເມືອງເປົ້າໝາຍທົ່ວປະເທດ ຍົກລະດັບວຸດທິການສຶກສາແບບຕໍ່ເນື່ອງໄລຍະພັກຮຽນ

08/10/2026 10:48
Email Print 6422
ຂປລ ໃນໄລຍະພັກຮຽນສົກຮຽນ 2025-2026 (ເດືອນມິຖຸນາ ຫາ ສິງຫາ 2026) ຜ່ານມາ, ໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນຮ່ວມມືສາກົນເພື່ອການສຶກສາຜ່ານກອງທຶນການຫັນປ່ຽນລະບົບການສຶກສາໄດ້ສືບຕໍ່ໃຫ້ການສະໜອງທຶນແກ່ຄູສອນ ເພື່ອຍົກລະດັບວຸດທິການສຶກສາແບບຕໍ່ເນື່ອງໃນໄລຍະພັກຮຽນ.

ໂຄງການດັ່ງກ່າວ, ມີຈຸດປະສົງເພື່ອສົ່ງເສີມໃຫ້ຄູປະຈໍາການຈຳນວນ 476 ທ່ານໄດ້ຮັບໂອກາດພັດທະນາຕົນເອງ ໂດຍສະເພາະແມ່ນການຍົກລະດັບການສຶກສາເພື່ອຄວາມກ້າວໜ້າໃນໜ້າທີ່ວຽກງານ. ສຳລັບ 12 ເມືອງເປົ້າໝາຍດັ່ງກ່າວ ປະກອບມີ ແຂວງຫຼວງນໍ້າທາ: ເມືອງວຽງພູຄາ; ແຂວງຫຼວງພະບາງ: ເມືອງວຽງຄໍາ, ເມືອງງອຍ, ເມືອງນໍ້າບາກ ແລະ ເມືອງຈອມເພັດ; ແຂວງວຽງຈັນ: ເມືອງໝື່ນ, ເມືອງຫີນເຫີບ, ເມືອງແມດ ແລະ ເມືອງໂພນໂຮງ; ແຂວງໄຊສົມບູນ: ເມືອງຮົ່ມ; ແຂວງສາລະວັນ: ເມືອງຕຸ້ມລານ ແລະ ເມືອງສະໝ້ອຍ.

ການສະໜອງທຶນຄັ້ງນີ້ ແນໃສ່ໃຫ້ຄູທີ່ຈົບຊັ້ນກາງ ໄດ້ສືບຕໍ່ຍົກລະດັບການສຶກສາໃຫ້ຈົບຂັ້ນອະນຸປະລິນຍາ (ຊັ້ນສູງ) ແລະ ຄູທີ່ຈົບຂັ້ນອະນຸປະລິນຍາ ສືບຕໍ່ໃຫ້ຈົບຂັ້ນປະລິນຍາຕີ. ຫຼັງຈາກສິ້ນສຸດການຮຽນແບບຕໍ່ເນື່ອງໃນໄລຍະພັກຮຽນແລ້ວ, ຄູທັງໝົດໄດ້ກັບຄືນໄປປະຕິບັດໜ້າທີ່ສອນຊັ້ນປະຖົມສຶກສາ ແລະ ອະນຸບານໃນໂຮງຮຽນທີ່ຕົນສັງກັດຢູ່, ພ້ອມທັງຈະສືບຕໍ່ເຂົ້າສຶກສາໃນລະບົບແບບຕໍ່ເນື່ອງດັ່ງກ່າວ ໃນໄລຍະພັກສິ້ນປີຮຽນຈົນກວ່າຈະຈົບຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາ ກຳນົດໄວ້.

ຜ່ານການລົງຕິດຕາມ ແລະ ສຳພາດຄູຜູ້ໄດ້ຮັບທຶນຈໍານວນໜຶ່ງຢູ່ເມືອງໂພນໂຮງ, ເມືອງຫີນເຫີບ, ເມືອງສະມ້ວຍ, ເມືອງນໍ້າບາກ ແລະ ເມືອງວຽງຄໍາ. ບັນດາຄູໄດ້ສະແດງຄວາມຄິດເຫັນຕໍ່ກັບຄວາມສຳຄັນຂອງຫຼັກສູດການຮຽນແບບຕໍ່ເນື່ອງໃນໄລຍະພັກສິ້ນປີຮຽນນີ້ວ່າ: ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບທຶນໃນຄັ້ງນີ້ ແລະ ຈະນໍາເອົາຄວາມຮູ້ທີ່ໄດ້ຮັບມາຜັນຂະຫຍາຍພ້ອມທັງດັດປັບວິທີການສອນ ເພື່ອໃຫ້ນັກຮຽນມີສ່ວນຮ່ວມຫຼາຍຂຶ້ນ, ສົ່ງເສີມໃຫ້ນັກຮຽນມີຄວາມກະຕືລືລົ້ນ ແລະ ສ້າງສະພາບແວດລ້ອມໃນຫ້ອງຮຽນໃຫ້ເກີດການແລກປ່ຽນແນວຄວາມຄິດຢ່າງກວ້າງຂວາງ.

KPL

ຂ່າວອື່ນໆ

    • ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດສຶກສາ-ກິລາ

      ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ

      11/16/2026 10:04:52 AM

      ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ (ມວສຊ), ພ້ອມທັງເປີດສົກຮຽນໃໝ່ 2026- 2027 ຈັດຂຶ້ນໃນວັນທີ 13 ພະຈິກ 2026 ຢູ່ວິທະຍາເຂດດົງໂພສີ ມວສຊ, .

    • ແລກປ່ຽນບົດຮຽນວຽກບໍລິຫານໂຮງຮຽນກິນນອນສຶກສາ-ກິລາ

      ແລກປ່ຽນບົດຮຽນວຽກບໍລິຫານໂຮງຮຽນກິນນອນ

      11/16/2026 9:53:51 AM

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ສະຖາບັນກິລາ-ກາຍຍະກຳ ພົບປະແລກປ່ຽນບົດຮຽນ ວຽກງານການບໍລິຫານໂຮງຮຽນກິນນອນ

    • ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງສຶກສາ-ກິລາ

      ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      11/12/2026 9:55:11 AM

      ພິທີ ມອບ-ຮັບ ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ ຈັດຂຶ້ນ ໃນວັນທີ 11 ພະຈິກ 2026 ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ລາວ, ມີຮອງປະ ທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ, ລັດ ຂອງ ສອງປະເທດ ລາວ-ຍີ່ປຸ່ນ ເຂົ້າຮ່ວມ.

    • ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາສຶກສາ-ກິລາ

      ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາ

      11/11/2026 9:52:12 AM

      ເມ່ືອບ່ໍດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່່ານັບຂອງທ່ານນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

    • ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວສຶກສາ-ກິລາ

      ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

      10/30/2026 9:31:17 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ໃນວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

ads
ads

Top