ຂປລ
ກະຊວງ ສຶກສາທິການ ມາເລເຊຍ ປະກາດວ່າ: ຍ້ອນບັນຫາ ໝອກຄວັນ ເຮັດໃຫ້ຄຸນນະພາບ ອາກາດ ຊຸດໂຊມລົງ, ໂຮງຮຽນ ແລະ ສະຖາບັນການສຶກສາ ທີ່ສັງກັດ ກະຊວງສຶກສາທິການ ມາເລເຊຍ ໃນພື້ນທີ່ ທີ່ມີດັດຊະນີ ມົນລະພິດ ທາງອາກາດ ສູງກວ່າ 180 ນັ້ນ ຕ້ອງຍຸດຕິ ການຮຽນ-ການສອນ ນັບແຕ່ວັນທີ 9 ຕຸລານີ້ ເປັນຕົ້ນໄປ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ກະຊວງ ສຶກສາທິການ ມາເລເຊຍ ປະກາດວ່າ: ຍ້ອນບັນຫາ ໝອກຄວັນ ເຮັດໃຫ້ຄຸນນະພາບ ອາກາດ ຊຸດໂຊມລົງ, ໂຮງຮຽນ ແລະ ສະຖາບັນການສຶກສາ ທີ່ສັງກັດ ກະຊວງສຶກສາທິການ ມາເລເຊຍ ໃນພື້ນທີ່ ທີ່ມີດັດຊະນີ ມົນລະພິດ ທາງອາກາດ ສູງກວ່າ 180 ນັ້ນ ຕ້ອງຍຸດຕິ ການຮຽນການສອນ ນັບແຕ່ວັນທີ 9 ຕຸລານີ້ ເປັນຕົ້ນໄປ; ໂຮງຮຽນ ແລະ ສະຖາບັນ ການສຶກສາ ທີ່ກ່ຽວຂ້ອງ ຈະສາມາດຕົກລົງຍຸດຕິ ການຮຽນການສອນ ຫລືບໍ່ ນັບແຕ່ວັນທີ 12 ຕຸລານີ້ ເປັນຕົ້ນໄປ ຖ້າດັດຊະນີ ມົນລະພິດ ທາງອາກາດ ສູງກວ່າ 150. ໃນໄລຍະຍຸດຕິ ການຮຽນການສອນ, ທາງໂຮງຮຽນ ຈະຈັດໂມງຮຽນທາງໄກ, ຄູອາຈານ, ເຈົ້າໜ້າທີ່ບໍລິຫານ ແລະ ເຈົ້າໜ້າທີ່ ພະລາທິການ ຈະປະຕິບັດວຽກ ຢູ່ເຮືອນ. ນັບມາຮອດ ວັນທີ 9 ຕຸລານີ້, 4 ລັດ ແລະ 2 ເຂດແຄວ້ນ ຂອງມາເລເຊຍ ໄດ້ຍຸດຕິການຮຽນ ການສອນ ເປັນການຊົ່ວຄາວແລ້ວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL