ຂປລ
ຫລັງຈາກ ການຍົກລະດັບ ແລະ ປັບປຸງມາເປັນເວລາ 7 ປີ, ໃນວັນທີ 12 ຕຸລານີ້, ດ່ານຊິ່ນຫາງກາງ ທີ່ເຊື່ອມຕໍ່ນະຄອນ ເສີນເຈີ້ນ ແລະ ເຂດບໍລິຫານພິເສດຮົງກົງ ຂອງ ສປ ຈີນ ໄດ້ເປີດບໍລິການຢ່າງເປັນທາງການ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຫລັງຈາກ ການຍົກລະດັບ ແລະ ປັບປຸງມາເປັນເວລາ 7 ປີ, ໃນວັນທີ 12 ຕຸລານີ້, ດ່ານຊິ່ນຫາງກາງ ທີ່ເຊື່ອມຕໍ່ນະຄອນ ເສີນເຈີ້ນ ແລະ ເຂດບໍລິຫານພິເສດຮົງກົງ ຂອງ ສປ ຈີນ ໄດ້ເປີດບໍລິການຢ່າງເປັນທາງການ. ດ່ານແຫ່ງໃໝ່ນີ້ ໄດ້ນຳໃຊ້ການຈັດວາງ "ປະຕູດຽວຄັ້ງດຽວ" ແລະ ຮູບແບບ ຜ່ານດ່ານແບບໃໝ່ທີ່ "ຮ່ວມມືກວດກາ, ປ່ອຍຜ່ານດ່ານຄັ້ງດຽວ", ເຮັດ ໃຫ້ ເວລາໃນການຜ່ານດ່ານ ຂອງຜູ້ໂດຍສານ ຫລຸດລົງຈາກ 30 ນາທີ ໃນເມື່ອກ່ອນ ເຫລືອພຽງ 5 ນາທີ ເທົ່ານັ້ນ, ການເຂົ້າອອກດ່ານ ຈະມີຄວາມສະດວກ ຫລາຍກວ່າເກົ່າ. ດ່ານຊິ່ນຫາງກາງໄດ້ຮັບການປັບປຸງຍົກລະດັບ ໂດຍການຮື້ຖອນ ແລະ ກໍ່ສ້າງຄືນໃໝ່ທັງໝົດ ຢູ່ສະຖານທີ່ເດີມ, ໃຕ້ດິນມີ 4 ຊັ້ນ ແລະ ເທິງໜ້າດິນ 5 ຊັ້ນ, ເນື້ອທີ່ກໍ່ສ້າງລວມ ທັງໝົດ 689.700 ຕາແມັດ. ປັດຈຸບັນ ເປັນດ່ານ ທາງບົກ ອາຄານດຽວ ທີ່ໃຫຍ່ທີ່ສຸດ ໃນໂລກ, ຍັງເປັນດ່ານທາງບົກພຽງແຫ່ງດຽວ ລະຫວ່າງ ນະຄອນເສີນເຈີ້ນ ແລະ ເຂດຮົງກົງ ທີ່ເປີດບໍລິການ ກວດຄົນເຂົ້າ-ອອກດ່ານ ຕະຫລອດ 24 ຊົ່ວໂມງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL