ປະທານສະພາແຫ່ງຊາດ ພົບປະກັບນາຍົກລັດຖະມົນຕີ ຫວຽດນາມ

12/10/2026 09:50
Email Print 581
ຂປລ ໃນວັນທີ 8 ຕຸລາ 2026 ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 8-9 ຕຸລາ 2026 ແລະ ເປັນປະທານ ຮ່ວມໃນກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ໃນວັນທີ 8 ຕຸລາ 2026 ຢູ່ ສປປ ລາວ.

     ຂປລ. ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທ່ີໄດ້ມີໂອກາດພົບປະກັບສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ຊ່ຶງເປັນການເຄ່ືອນໄຫວຢ້ຽມຢາມຕ່າງປະເທດຢ່າງເປັນ ທາງການຄັ້ງທຳອິດພາຍຫລັງທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດໃນການຢ້ຽມຢາມຕ່າງປະເທດ. ສິ່ງດັ່ງກ່າວ, ເປັນການສະແດງໃຫ້ເຫັນເຖິງການຖືສຳຄັນ ແລະ ບຸລິມະສິດຕ້ົນຕໍໃນການເສີມຂະຫຍາຍສາຍພົວພັນພິເສດທີ່ມີໜຶ່ງບໍ່ມີສອງໃນໂລກນີ້ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ. ນອກຈາກນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມ ໄປຍັງບັນດາສະຫາຍການນໍາຂັ້ນສູງຂອງພັກ-ລັດຫວຽດນາມ ໂດຍສະເພາະແມ່ນສະຫາຍປະທານສະພາແຫ່ງຊາດ ເຈິ່ນ ແທັງ ເໝີ້ນ, ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການພົບປະສອງຝ່າຍລະຫວ່າງສອງນາຍົກລັດຖະມົນຕີ ລາວ- ຫວຽດນາມ ລວມທັງການເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ.

    ໃນໂອກາດນ້ີ, ສະຫາຍປະທານສະພາແຫ່ງຊາດລາວ ຍັງໄດ້ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນເປັນຢ່າງສູງຕໍ່ການສະໜັບສະໜູນ, ຊ່ວຍເຫລືອອັນລໍ້າຄ່າ ແລະ ທັນການຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງໃນໄລຍະຜ່ານມາ ໂດຍສະເພາະຕໍ່ການຊ່ວຍເຫລືອຂອງສະພາແຫ່ງຊາດຫວຽດນາມ ທີ່ມີຕໍ່ສະພາແຫ່ງຊາດລາວ ແລະ ຫວັງເປັນຢ່າງຍິ່ງວ່າຈະສືບຕໍ່ໄດ້ຮັບການສະໜັບສະໜູນຕໍ່ໄປ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ, ຮອບດ້ານທີ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງຍາດມາໄດ້ໃນໄລຍະຜ່ານມາ ພາຍໃຕ້ການນໍາພາອັນຖືກຕ້ອງ, ສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ອັນມີສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນໍາໜ້າ, ມີການບໍລິຫານທີ່ມີປະສິດທິພາບຂອງລັດຖະບານ ແລະ ການຕິດຕາມຢ່າງໃກ້ຊິດຂອງສະພາແຫ່ງຊາດ, ເຮັດໃຫ້ຫວຽດນາມ ສາມາດຮັກສາຈັງຫວະການພັດທະນາເສດຖະກິດ-ສັງຄົມໃນລະດັບສູງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ສະຖຽນລະພາບທາງດ້ານການເມືອງມີຄວາມໜັກແໜ້ນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ, ການພົວພັນຮ່ວມມືກັບຕ່າງປະເທດໄດ້ຮັບການເປີດກວ້າງ, ເຮັດໃຫ້ຊື່ສຽງ ແລະ ບົດບາດອິດທິພົນຂອງຫວຽດນາມ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

     ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທີ່ພົ້ນເດັ່ນ ແລະ ຮ່ວມກັນແລກປ່ຽນຄໍາຄິດຄໍາເຫັນຕ່ໍການພົວພັນຮ່ວມມືຂອງສອງປະເທດ ກໍຄື ຂອງສອງອົງການນິຕິບັນຍັດໃນໄລຍະຜ່ານມາ ຊຶ່ງເຫັນວ່າເຖິງສະພາບການພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງໄວວາ, ສັບສົນ, ແຕ່ສາຍພົວພັນລະຫວ່າງສອງປະເທດ ໂດຍແມ່ນປະທານ ໂຮ່ຈີ່ມິງ ຜູ້ນໍາທີ່ຍິ່ງໃຫຍ່ຮ່ວມກັບປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງໄດ້ຮັບການຖະນຸຖະໜອມ, ເພີ່ມພູນຄູນສ້າງ, ແຕກດອກອອກຜົນ ແລະ ໄດ້ຮັບການຍົກລະດັບຂຶ້ນເປັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ແລະ ສືບຕ່ໍໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນທຸກໆຂົງເຂດວຽກງານ ໂດຍ ສະເພາະແມ່ນການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ໃນການຮ່ວມກັນຕິດຕາມ ແລະ ຊຸກຍູ້ຢ່າງໃກ້ຊິດການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ ກໍຄື ແຜນການຮ່ວມມືລະຫວ່າງສອງລັດຖະບານ ໂດຍສະເພາະແມ່ນ ຜົນສຳເລັດການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເມື່ອບໍ່ດົນມານ້ ແລະ ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງສະຫາຍນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍເປັນຮູບປະທໍາຍິ່ງໆຂຶ້ນ.

       ໃນຂະນະດຽວກັນ, ສະຫາຍ ເລ ມິງ ຮຶງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະແດງຄວາມຍິນດີ ແລະ ຊົມເຊີຍ ສະຫາຍ ສອນໄຊ ສີພັນດອນ ທ່ີໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນຈາກສະຫາຍປະທານສະພາແຫ່ງຊາດຫວຽດນາມ ເຈ່ິນ ແທັງ ເໝີ້ນ ເຖິງສະຫາຍປະທານສະພາແຫ່ງຊາດລາວ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງສອງອົງການນິຕິບັນຍັດ ຫວຽດນາມ-ລາວ ທີ່ຍາດມາໄດ້ໃນໄລຍະຜ່ານມາ  ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. 

         ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນການເມືອງ

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນ

      11/9/2026 11:51:57 AM

      ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ V ຈະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-13 ພະຈິກ 2026 ນີ້, ທີ່ຫ້ອງປະຊຸມສຳນັກງານນະຄອນຫຼວງວຽງຈັນ ໂດຍປະຕິບັດຕາມມາດຕາ 54 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ. ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ.

    • ສນຊ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກການເມືອງ

      ສນຊ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

      11/9/2026 11:22:40 AM

      ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໃນວັນທີ 4 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກປະຈຳການ, ສະມາຊິກພັກອາວຸໂສບຳນານ, ກຳມະການ ສນຊ, ຄູ່ຮ່ວມງານ ແລະ ຄະນະທີ່ປຶກສາ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ສ ເບລາຣຸດຊີການເມືອງ

      ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ສ ເບລາຣຸດຊີ

      11/9/2026 9:38:02 AM

      ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາກຊິມ ຣືເຊັນກົບ (Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ເບລາຣຸດຊີ ຢ່າງເປັນທາງການ ໃນວັນທີ 4-6 ພະຈິກ 2026 ທີ່ນະຄອນຫລວງມິນສກ໌ .

    • ມອບ-ຮັບ ໜ້າທີ່ບໍລິການງານສະມາຄົມມິດຕະພາບລາວກັບຕ່າງປະເທດ ຄະນະສັນຕິພາບ ແລະ ສາມັກຄີລາວການເມືອງ

      ມອບ-ຮັບ ໜ້າທີ່ບໍລິການງານສະມາຄົມມິດຕະພາບລາວກັບຕ່າງປະເທດ ຄະນະສັນຕິພາບ ແລະ ສາມັກຄີລາວ

      11/9/2026 9:25:22 AM

      ພິທີມອບ-ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຊຸດເກົ່າ ແລະ ຊຸດໃໝ່ ຈັດຂຶ້ນໃນວັນທີ 6 ພະຈິກ 2026 ຢູ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

    • ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາການເມືອງ

      ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

      11/5/2026 9:33:55 AM

      ວັນທີ 4 ພະຈິກ 2026 ນີ້, ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດຢູ່ລາວ.

ads
ads

Top