ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ

08/10/2026 10:38
ຂປລ ວັນທີ 6 ຕຸລາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍອັນສຳຄັນຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ວ່າ: ການຢ້ຽມຢາມຄັ້ງນີ້ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່, ເປັນການຢ້ຽມຢາມທາງການຄັ້ງທຳອິດຂອງທ່ານ ເລ ມິງ ຮຶງ ນັບຕັ້ງແຕ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແລະ ສຳຄັນທີ່ສຸດ, ສປປ ລາວ ເປັນປະເທດທຳອິດທີ່ທ່ານໄດ້ເລືອກມາເຄື່ອນໄຫວຕ່າງປະເທດ. ການເລືອກດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຜູກພັນອັນພິເສດ ແລະ ຄວາມສຳຄັນທີ່ຝ່າຍຫວຽດນາມມອບໃຫ້ແກ່ສາຍພົວພັນສອງປະເທດ, ເປັນການຢືນຢັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຈະສືບຕໍ່ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

ການຢ້ຽມຢາມເກີດຂຶ້ນໃນບັນຍາກາດທີ່ພິເສດ: ທັງສອງຝ່າຍພວມສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ພັກ ຄັ້ງທີ XII (ລາວ) ແລະ ຄັ້ງທີ XIV (ຫວຽດນາມ) ເຂົ້າສູ່ປີທຳອິດແຫ່ງການປະຕິບັດ. ພ້ອມນີ້, ສປປ ລາວ ຫາກໍສຳເລັດການເລືອກຕັ້ງປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ໃນກອງປະຊຸມສະພາແຫ່ງຊາດ ຊຸດທີ X ສະໄໝສາມັນເທື່ອທີ 2 (5-21 ຕຸລາ 2026), ໃນຂະນະທີ່ ສສ ຫວຽດນາມ ກຳລັງດຳເນີນກອງປະຊຸມສູນກາງສະໄໝສາມັນເທື່ອທີ 4 ແລະ ກະກຽມກອງປະຊຸມສະພາແຫ່ງຊາດ ຊຸດທີ XVI. ຈັງຫວະດັ່ງກ່າວຈຶ່ງເຮັດໃຫ້ການຢ້ຽມຢາມມີຄວາມໝາຍຍິ່ງຕໍ່ການສານຕໍ່ເຈດຈຳນົງລວມ ແລະ ຍົກລະດັບການພົວພັນສອງຝ່າຍສູ່ລະດັບໃໝ່. ພາຍຫຼັງການພົບປະສອງຝ່າຍຢ່າງເປັນທາງການ, ຄາດວ່າຈະມີການແລກປ່ຽນ ແລະ ລົງນາມໃນເອກະສານຮ່ວມມືຈະມີຫຼາຍກວ່າ 10 ສະບັບ ຊຶ່ງກວມເອົາຫຼາຍຂົງເຂດວຽກງານທີ່ສຳຄັນແຕ່ສູນກາງເຖິງທ້ອງຖິ່ນ. ເອກະສານທັງໝົດເຫຼົ່ານີ້ຈະເປັນພື້ນຖານອັນສຳຄັນໃຫ້ແກ່ການຈັດຕັ້ງປະຕິບັດແຜນງານຕົວຈິງລະຫວ່າງກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງສອງປະເທດ, ພ້ອມທັງເປັນການກະກຽມເນື້ອໃນສຳຄັນໃຫ້ແກ່ກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 49 ທີ່ຈະຈັດຂຶ້ນໃນຕົ້ນປີ 2027. ນອກຈາກນີ້, ໃນລະຫວ່າງການຢ້ຽມຢາມຍັງຈະມີກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ທີ່ມີຜູ້ເຂົ້າຮ່ວມປະມານ 1.000 ຄົນ ຈາກພາກລັດ ແລະ ພາກທຸລະກິດ ຊຶ່ງຈະເປັນເວທີເຊື່ອມຕໍ່ຄວາມຕ້ອງການ ແລະ ຄວາມສາມາດຂອງສອງປະເທດໃຫ້ກາຍເປັນການຮ່ວມມືຕົວຈິງ.

ສໍາລັບທິດທາງການຮ່ວມມືຍຸດທະສາດ 3 ເສົາຄໍ້າຫຼັກ: ຝ່າຍລາວມີຄວາມມຸ່ງຫວັງວ່າຜົນສຳເລັດຈາກການຢ້ຽມຢາມຄັ້ງນີ້, ຈະເປັນບາດກ້າວບຸກທະລຸທີ່ສຳຄັນໃນການຍົກລະດັບການຮ່ວມມືດ້ານເສດຖະກິດ ໃຫ້ສົມຄູ່ກັບລະດັບການພົວພັນການເມືອງພິເສດທີ່ມີມາແຕ່ດົນນານ ໂດຍເນັ້ນໜັກ 3 ດ້ານຕົ້ນຕໍ ຄື: ເສົາຄໍ້າ 1: ການເຊື່ອມຈອດພື້ນຖານໂຄງລ່າງ ແລະ ຄົມມະນາຄົມຂົນສົ່ງ. ພວກເຮົາ ມຸ່ງໝັ້ນຊຸກຍູ້ໃຫ້ບັນດາໂຄງການຍຸດທະສາດດ້ານເສັ້ນທາງ, ທາງລົດໄຟ, ລະບົບສະໜອງພະລັງງານ ແລະ ນ້ຳມັນໃຫ້ເປັນຮູບປະທຳໄວຂຶ້ນ. ເປົ້າໝາຍສຳຄັນແມ່ນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດທະເລໃຫ້ກາຍເປັນ “ສູນກາງເຊື່ອມຈອດໃນພາກພື້ນ” ຊຶ່ງຈະຊ່ວຍຫຼຸດຕົ້ນທຶນການຜະລິດ ແລະ ການຂົນສົ່ງ, ເພີ່ມຄວາມສາມາດແຂ່ງຂັນຂອງສິນຄ້າ ແລະ ເຊື່ອມໂຍງເສດຖະກິດສອງປະເທດເຂົ້າກັນຢ່າງແໜ້ນແຟ້ນ. ເສົາຄໍ້າ 2: ການຊຸກຍູ້ການຄ້າ ແລະ ການລົງທຶນສອງສົ້ນ. ພວກເຮົາຄາດຫວັງວ່າຈະສ້າງກົນໄກອຳນວຍຄວາມສະດວກ ແລະ ດຶງດູດນັກລົງທຶນຫວຽດນາມ ເຂົ້າມາລົງທຶນຢູ່ລາວຫຼາຍຂຶ້ນ ໂດຍສະເພາະໃນຂົງເຂດພະລັງງານສະອາດ, ກະສິກຳເຕັກໂນໂລຊີສູງ, ບໍ່ແຮ່ ແລະ ການປຸງແຕ່ງສິນຄ້າພາຍໃນ, ຈະສືບຕໍ່ແກ້ໄຂອຸປະສັກຕ່າງໆໃນການຄ້າຂາຍຂ້າມຊາຍແດນ ເພື່ອໃຫ້ຍອດມູນຄ່າການຄ້າສອງສົ້ນບັນລຸຕາມເປົ້າໝາຍທີ່ການນຳຂັ້ນສູງຂອງສອງປະເທດ ໄດ້ຕົກລົງກັນໄວ້. ເສົາຄໍ້າ 3: ການຮ່ວມມືຮອບດ້ານດ້ານພະລັງງານ, ການສຶກສາ ແລະ ການທ່ອງທ່ຽວ. ສອງປະເທດມີທ່າແຮງບົ່ມຊ້ອນຫຼາຍດ້ານ; ພວກເຮົາຈະສົ່ງເສີມການແລກປ່ຽນ ແລະ ການຄ້າພະລັງງານໃຫ້ເລິກເຊິ່ງ, ສືບຕໍ່ກໍ່ສ້າງສະຖາບັນການສຶກສາຮ່ວມກັນ ແລະ ຮ່ວມສົ່ງເສີມການທ່ອງທ່ຽວໃນຮູບແບບ “ໜຶ່ງຈຸດໝາຍສອງປະເທດ” ເພື່ອດຶງດູດນັກທ່ອງທ່ຽວຈາກພາຍນອກ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນສອງຊາດ.

ສ່ວນຄວາມມຸ່ງມາດປາຖະໜາສູງສຸດ: ສິ່ງທີ່ຝ່າຍລາວມຸ່ງຫວັງຢາກຊຸກຍູ້ໃຫ້ມີການຫັນປ່ຽນຢ່າງແຂງແຮງ ແລະ ເປັນຮູບປະທຳຫຼາຍທີ່ສຸດຄື: ການຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ມີລັກສະນະບຸກທະລຸ ແລະ ສົມຄູ່ກັບຄວາມໝາຍອັນຍິ່ງໃຫຍ່ຂອງສາຍພົວພັນການເມືອງພິເສດລະຫວ່າງສອງປະເທດ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຈະເນັ້ນ 3 ທິດທາງປະຕິບັດ ຄື: ເລັ່ງລັດການເຊື່ອມຈອດເສດຖະກິດມະຫາພາກ ແລະ ພື້ນຖານໂຄງລ່າງຍຸດທະສາດ: ໃຫ້ບັນດາໂຄງການເຊື່ອມຕໍ່ຄົມມະນາຄົມ, ພະລັງງານ ແລະ ລະບົບຂົນສົ່ງສິນຄ້າກ້າວໜ້າໄວຂຶ້ນ, ສ້າງເປັນ “ກະດູກສັນຫຼັງ” ແຫ່ງການຮ່ວມມືທີ່ໝັ້ນຄົງ ແລະ ຍືນຍົງ; ປະຕິບັດທຸກວຽກງານດ້ວຍ: ວ່ອງໄວ, ແທດເຖິງ, ມີປະສິດທິຜົນ, ປະຕິບັດໄດ້ຈິງ. ທຸກຂະແໜງການ ແລະ ທ້ອງຖິ່ນຕ້ອງຫັນປ່ຽນວິທີເຮັດວຽກໃຫ້ຄ່ອງຕົວ, ແກ້ໄຂບັນຫາຕິດຂັດຢ່າງທັນການ ເພື່ອໃຫ້ນັກລົງທຶນທັງສອງຝ່າຍສາມາດດຳເນີນທຸລະກິດໄດ້ຢ່າງສະດວກ, ວ່ອງໄວ ແລະ ໝັ້ນໃຈ; ຮັດແໜ້ນຄວາມຜູກພັນຜ່ານຄົນຮຸ່ນໜຸ່ມ: ຄຽງຄູ່ກັບການຮ່ວມມືດ້ານເສດຖະກິດ, ພວກເຮົາຈະສົ່ງເສີມການແລກປ່ຽນຊາວໜຸ່ມ, ການສຶກສາ ແລະ ວັດທະນະທຳ ເພື່ອປູກຝັງຈິດສຳນຶກມູນເຊື້ອແຫ່ງຄວາມສາມັກຄີພິເສດໃຫ້ເລິກເຊິ່ງໃນຄົນຮຸ່ນຕໍ່ໄປ, ເນື່ອງຈາກພວກເຂົາຄື “ຜູ້ສືບທອດ” ທີ່ຈະຖະນຸຖະໜອມ ແລະ ສືບຕໍ່ສ້າງສາຍພົວພັນອັນຫາຍາກນີ້ໃຫ້ໝັ້ນຄົງຂະໜົງແກ່ນຢູ່ຄຽງຄູ່ສອງປະເທດຕະຫຼອດໄປ.

ທ້າຍສຸດນີ້, ທ່ານໄດ້ແຈ້ງໃຫ້ຊາບວ່າ: ໃນທ້າຍປີ 2026, ສປປ ລາວ ຈະຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງເປັນທາງການ ໂດຍຈະມີໄລຍະຂ້າມຜ່ານ 3 ປີ (2026-2029), ພ້ອມທັງກໍາລັງຈັດຕັ້ງປະຕິບັດນະໂຍບາຍເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ຈຶ່ງຂໍຮຽກຮ້ອງມາຍັງບັນດາປະເທດເພື່ອນມິດວົງຄະນະຍາດສາກົນ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃຫ້ສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ ແລະ ຍຶນຍົງ. ຂໍຖືໂອກາດນີ້ ສະເໜີມາຍັງສະຫາຍຫວຽດນາມອ້າຍນ້ອງສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ພາຍໃຕ້ຂອບການຮ່ວມມືຕ່າງໆທີ່ການນຳຂັ້ນສູງຂອງສອງພັກ-ສອງລັດ ໄດ້ຕົກລົງຮ່ວມກັນໃຫ້ເກີດຜົນເປັນຈິງ. ອີກປະການໜຶ່ງ, ຂ້າພະເຈົ້າຕີລາຄາສູງວ່າຜົນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງສະຫາຍ ເລ ມິງ ຮຶງ ໃນຄັ້ງນີ້, ຍັງຈະປະກອບສ່ວນສຳຄັນເຂົ້າໃນຂະບວນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນປີ 2027 ກໍຄື ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ (05/09/1962) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ (18/07/1977), ພ້ອມທັງເປັນການຜັນຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດໃຫ້ແຕກດອກອອກຜົນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູງປະຊາຊົນສອງຊາດ ລາວ-ຫວຽດນາມ.

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານການເມືອງ

      ກະຊວງການເງິນຊີ້ແຈງຫລາຍບັນຫາ ຕິດພັນກັບກົນໄກການປົກຄອງເກັບລາຍຮັບ ແລະ ຈັດສັນຫງົບປະມານ

      10/8/2026 9:06:36 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຫລາຍບັນຫາສຳຄັນຕິດພັນກັບ ກົນໄກການຄຸ້ມຄອງເກັບລາຍຮັບ, ການຈັດສັນງົບປະມານ, ການຈັດສັນໂຄງການລົງທຶນຂອງລັດເຂົ້າແຜນ, ການຕິດຕາມກວດກາ ແລະ ການນໍາໃຊ້ງົບປະມານລົງທຶນຂອງລັດ.

    • ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນການເມືອງ

      ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນ

      10/8/2026 8:57:50 AM

      ບັນຫາການປະລະການຮຽນຂອງນັກຮຽນແຕ່ລະລະດັບ ນັບແຕ່ຊັ້ນປະຖົມ, ມັດທະຍົມຈົນ ເຖິງການສຶກສາຊັ້ນສູງ ແລະ ອາຊີວະສຶກສາຍັງເປັນສ່ິງທ້າທາຍສຳຄັນຂອງຂະແໜງການສຶກສາ ເນ່ືອງຈາກສົ່ງຜົນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະ ກິດ-ສັງຄົມ. ເພ່ືອແກ້ໄຂບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ວາງຫລາຍມາດຕະການທັງດ້ານນະໂຍບາຍ, ການຊ່ວຍເຫລືອນັກຮຽນ, ການປັບປຸງໂຄງສ້າງ ແລະ ຄຸນນະພາບການສຶກສາ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວ

      10/8/2026 8:48:22 AM

      ໃນວັນທີ 7 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອ່ອງ ໂກ (Aung Ko) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ທີ່ໄດ້ຕາງໜ້າທ່ານປະທານາທິບໍດີ ກໍຄືລັດຖະບານ ແຫ່ງ ສສ ມຽນມາ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວ

      10/7/2026 9:06:54 AM

      ໃນຕອນບ່າຍວັນທີ 6 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ທ່ີໄດ້ຕາງໜ້າໃຫ້ທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ລາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

    • ຄອສພ ເຜີຍແຜ່ເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງການເມືອງ

      ຄອສພ ເຜີຍແຜ່ເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

      10/7/2026 8:57:34 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊ່ືອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມ ຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງໃຫ້ພະນັກງານຫລັກແຫລ່ງທີ່ຂຶ້ນກັບ ຄອສພ ໃນວັນທີ 6 ຕຸລາ 2026.

ads
ads

Top