ຂປລ
ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມໃນຄັ້ງນີ້ ນັບເປັນເຫດການສຳຄັນທີ່ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ ເພາະເປັນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດ ພາຍ ຫລັງສະຫາຍ ເລ ມິງ ຮຶງ ດຳລົງຕຳແໜ່ງນາຍົກລັດຖະມົນຕີ.
ຂປລ. ຂະນະດຽວກັນກໍເປັນການຕ້ອນຮັບຜູ້ນຳປະເທດເພ່ືອນມິດຄ້ັງທຳອິດຂອງສະຫາຍ ສະເຫລີມໄຊ ກົມມະສິດ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່.
ການຢ້ຽມຢາມຄັ້ງນີ້, ໄດ້ສະທ້ອນໃຫ້ເຫັນເຖິງຄວາມສຳຄັນທີ່ຝ່າຍຫວຽດນາມ ມອບໃຫ້ແກ່ສາຍພົວພັນ ລາວ-ຫວຽດນາມ ແລະ ເປັນການຢືນຢັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຈະສືບຕໍ່ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.
ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ. ຫລັງຈາກນັ້ນສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພ້ອມດ້ວຍຄະນະໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມປິຕິຍິນດີທີ່ເຫັນວ່າການພົວພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການຮ່ວມມືທາງດ້ານການເມືອງ, ການຕ່າງປະເທດ ແມ່ນສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈໃນລະດັບສູງ, ໜັກແໜ້ນ, ໝັ້ນທ່ຽງ ແລະ ນັບມື້ນັບມີຄວາມໃກ້ຊິດສະໜິດສະໜົມຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນແຕ່ຂັ້ນສູນກາງຮອດທ້ອງຖິ່ນຢ່າງເປັນປົກກະຕິ ອັນເປັນການຢືນຢັນເຖິງຄວາມສໍາຄັນ ແລະ ບຸລິມະສິດຕົ້ນຕໍທີ່ມີຕໍ່ສາຍພົວພັນແບບພິເສດຂອງສອງຊາດ ລາວ- ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກ. ພ້ອມນັ້ນ, ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບໃນການເພີ່ມທະວີການຮ່ວມມືດ້ານການເມືອງ, ການຕ່າງປະເທດ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມທັງສຸມໃສ່ຈັດຕ້ັງປະຕິບັດຂ້ໍຕົກລົງຂອງສອງກົມການເມືອງ ແລະ ກອງ ປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໃຫ້ເກີດຜົນເປັນຮູບປະທຳ. ນອກນີ້, ຍັງເນັ້ນໜັກການສົ່ງເສີມການ ລົງທຶນຂອງວິສາຫະກິດຫວຽດນາມ ໃນຂົງເຂດທີ່ ສປປ ລາວ ມີທ່າ ແຮງ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ສຳຄັນ ເປັນຕົ້ນແມ່ນໂຄງການເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ, ການພັດທະນາທ່າເຮືອຫວຸ່ງອາງ, ເສັ້ນທາງລົດໄຟ ແລະ ໂຄງການທໍ່ສົ່ງນ້ຳມັນ; ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການພົບປະລະຫວ່າງສອງກົມການເມືອງ ແລະ ກອງປະຊຸມ ຄັ້ງທີ 49 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ທີ່ຈະຈັດຂຶ້ນໃນຕົ້ນປີ 2027 ລວມທັງການເປີດ “ປີສາມັກຄີມິດຕະພາບລາວ- ຫວຽດນາມ ປີ 2027” ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 50 ປີ ໃຫ້ປະກົດຜົນເປັນຮູບປະທຳ ແລະ ເຕັມໄປດ້ວຍຄວາມໝາຍທາງປະຫວັດສາດ.
ພາຍຫລັງສໍາເລັດການພົບປະ, ສອງສະຫາຍນາຍົກລັດຖະມົນຕີລາວ ແລະ ຫວຽດນາມ ໄດ້ຮ່ວມເປັນສັກຂີພິຍານໃນພິທີແລກປ່ຽນເອກະສານຮ່ວມມື ຈໍານວນ 11 ສະບັບ ຊຶ່ງເປັນພື້ນຖານສຳຄັນໃຫ້ແກ່ການຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆ. ຈາກນັ້ນ, ສອງຝ່າຍໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນລາວ-ຫວຽດນາມ ເພື່ອຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ສ້າງໂອກາດໃໝ່ໃຫ້ແກ່ພາກທຸລະກິດ ແລະ ສົ່ງເສີມການລົງທຶນໃຫ້ສອດຄ່ອງກັບທ່າແຮງຂອງສອງປະເທດ. ໃນໂອກາດດຽວກັນນີ້, ໄດ້ມີພິທີມອບ-ຮັບ ແລະ ແລກປ່ຽນເອກະສານວຽກງານລົງທຶນທັງໝົດ 18 ລາຍການ ຊຶ່ງເປັນສັນຍະລັກອັນເປັນຮູບປະທຳໃຫ້ແກ່ການເສີມຂະຫຍາຍການຮ່ວມມືດ້ານການລົງທຶນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.
ໃນການມາຢ້ຽມຢາມຄັ້ງນີ້, ຂອງສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ, ເຂົ້າພົບປະກັບສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ຢ້ຽມຢາມຄອບຄົວສະຫາຍ ໄຊສົມພອນ ພົມວິຫານ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຜູ້ແທນສູນກາງແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ, ຢ້ຽມຢາມ ບໍລິສັດ ສະຕາ-ຢູນິແທວ ໂທລະຄົມ ຈໍາກັດ ແລະ ພົບປະພະນັກງານສະຖານທູດ ແລະ ຊາວຫວຽດນາມທີ່ດຳລົງຊີວິດຢູ່ ສປປ ລາວ.
ນອກຈາກນີ້, ສະຫາຍນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຂອງຜູ້ນຳທີ່ເຄົາລົບຮັກຂອງທັງສອງປະເທດຢູ່ສວນ ສາທາລະນະມິດຕະພາບ ລາວ-ຫວຽດນາມ ແລະ ຮ່ວມກັນປູກຕົ້ນໄມ້ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຊຶ່ງເປັນໂຄງການທີ່ມີຄວາມໝາຍທາງປະຫວັດສາດ-ການເມືອງ ຢ່າງເລິກເຊິ່ງລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນສັນຍະລັກແຫ່ງການເພ່ີມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດຂອງສອງຊາດ.
ຜົນສຳເລັດຂອງການຢ້ຽມຢາມຄັ້ງນີ້, ຈຶ່ງເປັນການຢືນຢັນເຖິງຄວາມມຸ່ງໝັ້ນຂອງສອງຝ່າຍໃນການສືບຕໍ່ສ້າງສາຍພົວພັນລາວ- ຫວຽດນາມ, ຫວຽດນາມ-ລາວ ໃຫ້ເຂັ້ມແຂງຮອບດ້ານ, ເກີດຜົນເປັນຮູບປະທຳ ແລະ ນຳຜົນປະໂຫຍດມາສູ່ປະຊາຊົນສອງປະເທດ.
ຊົມເຊີຍຜົນສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຢ່າງສຸດໃຈ, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດໄປ.!
ຊົມເຊີຍມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ- ລາວ” ຢ່າງສຸດໃຈ.!
KPL