ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວ

07/10/2026 09:06
Email Print 1349
ຂປລ ໃນຕອນບ່າຍວັນທີ 6 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ທ່ີໄດ້ຕາງໜ້າໃຫ້ທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ລາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

     ຂປລ. ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍ ມາຍັງທ່ານ ສະເຫລີມໄຊ ກົມມະສິດ ທ່ີໄດ້ຮັບຄວາມໄວ້ວາງໃຈຢ່າງສູງຈາກສະພາແຫ່ງຊາດ ແລະ ປະຊາຊົນລາວ ໃຫ້ດຳລົງຕຳແໜ່ງນາຍົກ ລັດຖະມົນຕີ, ພ້ອມທັງນຳເອົາສານອວຍພອນຈາກທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ເຖິງທ່ານ ສະເຫລີມໄຊ ກົມມະສິດ ໂດຍໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າດ້ວຍປະສົບການ ແລະ ຄວາມຮູ້ຄວາມສາມາດອັນສູງສ່ົງຂອງທ່ານນາຍົກລັດຖະມົນຕີ ຈະນຳພາການບໍລິຫານວຽກງານຂອງລັດຖະບານລາວ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້, ຄຽງຄູ່ກັບການສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການເປັນຫຸ້ນສ່ວນຍຸດທະສາດ ເພື່ອການເຕີບໂຕ ແລະ ການພັດທະນາແບບຍືນຍົງລະຫວ່າງສອງປະເທດລາວ-ໄທ ນັບມື້ເກີດດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

      ທ່ານນາຍົກລັດຖະມົນຕີ ໄດ້ ກ່າວສະແດງຄວາມຂອບໃຈຕ່ໍຄໍາອວຍພອນອັນຈົບງາມຈາກລັດຖະບານ ແລະ ປະຊາຊົນໄທ, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ມີຄວາມໃກ້ຊິດສະໜິດສະໜົມກັນມາຢ່າງຍາວນານ ໂດຍຢືນຢັນຄວາມໝາຍໝັ້ນຂອງລັດຖະບານລາວ ທ່ີຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບຝ່າຍໄທ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະ ໂຄງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊ່ືອມໂຍງ-ເຊ່ືອມຈອດພື້ນຖານໂຄງລ່າງ, ການໄປມາຫາສູ່ເຊິ່ງກັນ ແລະ ກັນ ໃຫ້ປະກົດຜົນເປັນຮູບປະທຳຫລາຍຂຶ້ນເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງຊາດລາວ- ໄທ, ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນເຂດພາກພື້ນ ແລະ ສາກົນ. ພ້ອມກັນນີ້, ທ່ານຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນຜ່ານທ່ານເອກອັກຄະລາຊະທູດ ໄປຍັງທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ໂດຍສະແດງຄວາມຫວັງວ່າຈະໄດ້ພົບປະ ແລະ ຮ່ວມມືຢ່າງໃກ້ຊິດກັບທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ໃນໂອກາດທີ່ເໝາະສົມ.

  ຂ່າວ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

    • ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາການເມືອງ

      ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

      11/5/2026 9:33:55 AM

      ວັນທີ 4 ພະຈິກ 2026 ນີ້, ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດຢູ່ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ສສ ມຽນມາການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ສສ ມຽນມາ

      11/5/2026 9:29:53 AM

      ໃນຕອນເຊົ້າຂອງວັນທີ 4 ພະຈິກ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ພະຈິກ 2026.

    • ສະພາແຫ່ງຊາດ ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍການເມືອງ

      ສະພາແຫ່ງຊາດ ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

      11/5/2026 9:25:57 AM

      ວັນທີ 3 ພະຈິກ 2026 ທີ່ນະຄອນຫລວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງ ຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຢ່າງເປັນທາງການກັບ ສະຫາຍ ເຈີນ ແທັງເໝີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຫວຽດນາມ ໃນໂອກາດເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫລັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.

    • ປະກາດຄະນະບໍລິຫານງານຄະນະກຳມະການໂອລິມປິກແຫ່ງຊາດລາວ ຊຸດທີ IXການເມືອງ

      ປະກາດຄະນະບໍລິຫານງານຄະນະກຳມະການໂອລິມປິກແຫ່ງຊາດລາວ ຊຸດທີ IX

      11/4/2026 12:10:18 PM

      ພິທີປະກາດຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX ຈັດຂຶ້ນໃນ ວັນທີ 30 ຕຸລາ 2026 ຜ່ານມາ, ຢุ่ນະຄອນ ຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຖືກແຕ່ງຕັ້ງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX .

    • ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ

      11/4/2026 11:43:10 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XII ໃນວັນທີ 3 ພະຈິກ 2026, ໃຫ້ກຽດເຜີຍແຜ່ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ, ມີບັນດາຮອງຫົວໜ້າ ຄອສພ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກອ້ອມຂ້າງ ຄອສພ ເຂົ້າຮ່ວມ.

ads
ads

Top