7381

*ໂອກາດຈະເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຢ່າງເປັນທາງການໃນລະຫວ່າງວັນທີ 8-9 ຕຸລາ 2026. - ນາມສະກຸນ ແລະ ຊື່: ເລ ມິງ ຮຶງ (LE MINH HUNG), ເພດ: ຊາຍ. -ວັນເດືອນປີເກີດ: 11/ 12/1970, ຊົນເຜົ່າ: ກິງ. - ບ້ານເກີດ: ຕາແສງ ຕືໝີ, okpq d]a f4t,q o8u 8h voIa [ gvdva d7t]a f4tm6 f,Po,k xt9e]k; -u ;txts;a fsp= 7totz6h cmo-k;|5j ,]k; c]t dex6 g9p glu ,0tspkpdkoIj ;,,n lv'/j kp ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 08.10.2026 ປີທີ 25 ສະບັບທີ 6.537ັັີີັີ gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K 9 gfn vo8Q oxu 2026 lk,kfd;kf]h k'vk-tpkde mk'vy og8u goa f c]t dkortoa ovvo]kp 153 7A '  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ( ຂວາ ) 76 gxa oxa fw9rN o4ko8a fly o75 ootrk[ dkolb dlk c]t dkora fmtokxtgmf-kf ຂປລ. ໃນວາລະດຳເນີນກອງປະ ຊຸມສະໄໝສາມັນເທື່ອທີ 2 ຂອງ ຂປລ. ວັນທີ 6 ຕຸລາ 2026 ນີ້, ທ່ານທອງສະຫວັນ ພົມວິຫານຮອງ ຂປລ. ໄລຍະ 9 ເດືອນຕົ້ນປີ 2026 ເຈົ້າໜ້າທີ່ຕໍາຫລວດ ກະ ຊວງປ້ອງກັນຄວາມສະຫງົບ ສາ ຂປລ. ຄູແມ່ນໝາກຫົວໃຈຂອງ ຄຸນນະພາບການສຶກສາ ແລະ ເປັນ ປັດໄຈພື້ນຖານໃນການຕັດສິນຄຸນ 76 xt9edko 12 g,n v'gxQ k\kpmqj ;xtgmf pq d]tfa [;5 fmy dkolb dlkc[[8gonj v'w]ptra dIPo + ນະພາບການສຶກສາ ແລະ ການ ພັດທະນາປະເທດຊາດ. ຖ້າພວກ ເຮົາຢາກພັດທະນາຊັບພະຍາກອນ ມະນຸດໃຫ້ມີຄວາມຮູ້, ມີຄຸນນະພາບ, ມີທັກສະ, ມີຄຸນສົມບັດ, ມີສິນທຳ ປະຕິວັດ ແລະ ສາມາດປັບຕົວເຂົ້າ ກັບສະພາບການປ່ຽນແປງຂອງ ໂລກຢ່າງໄວວານັ້ນ, ຄູຕ້ອງມາ ກ່ອນໝູ່ໝົດ. ໃນໂອກາດວັນຄູແຫ່ງຊາດ 7 ຕຸລາ, ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ທ່ານ ຫຸມພັນ ແກ້ວອຸ່ນຄຳ ທ່ານ ພົຈວ ສາຍສະໝິງ ສີວິໄລ lld ;k's]kp,kf8tdko cdh w0[a oskdkoxt]tdkoIPo ສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະ ມາຊິກສະພາແຫ່ງຊາດ (ສສຊ) ໃນຫລາຍບັນຫາສຳຄັນຕິດພັນກັບ ກົນໄກການຄຸ້ມຄອງເກັບລາຍຮັບ, ການຈັດສັນງົບປະມານ, ການຈັດສັນ ໂຄງການລົງທຶນຂອງລັດເຂົ້າແຜນ, ການຕິດຕາມກວດກາ ແລະ ການນໍາ ໃຊ້ງົບປະມານລົງທຶນຂອງລັດ. ບັນຫາທີ່ ສສຊ ໃຫ້ຄວາມສົນໃຈ ເປັນສ່ວນຫລາຍແມ່ນກົນໄກການ ກວດກາເກັບລາຍຮັບຈາກຄ່າເຊົ່າສໍາປະທານທີ່ດິນ, ພັນທະພາສີ- ອາກອນ ຈາກຊັບພະຍາກອນແຮ່ ທາດ, ບໍລິສັດຮັບເໝົາກໍ່ສ້າງຕຶກ ອາຄານ, ໂຄງການຂະໜາດໃຫຍ່, ລວມເຖິງການຈັດສັນງົບປະມານ, ການຈັດສັນໂຄງການລົງທຶນຂອງ ລັດ ແລະ ການຕິດຕາມກວດກາ ການໃຊ້ງົບປະມານລົງທຶນຂອງ ລັດ ຕໍ່ກັບບັນຫາດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ຊີ້ແຈງວ່າ: ຂປລ. ໃນວັນທີ 7 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາ ຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອ່ອງ ໂກ (Aung Ko) ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ທ່ານ ສັນຕິພາບ ພົມວິຫານ ທ່ານ ທອງສະຫວັນ ພົມວິຫານ ທ່ານ ທອງສະລິດ ມັງໜໍ່ເມກ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ( ຊ້າຍ ) ມາດມ້າງຈຸດເຄື່ອນໄຫວ ແລະ ກວາດລ້າງອາຊະຍາກຳທາງອິນ ເຕີເນັດ, ການພະນັນອອນລາຍ ແລະ ສາມາດແກ້ໄຂໄດ້ທັງໝົດ 153 ຄັ້ງ, ກັກຕົວຜູ້ຕ້ອງສົງໄສໄດ້ ເຖິງ 10.651 ຄົນ. ໃນນັ້ນ, ມີ 31 ສັນຊາດຄື: ລາວ, ຈີນ, ຫວຽດນາມ, ໄທ, ມຽນມາ, ຣັດເຊຍ, ບຣາຊິນ, ເອທິໂອປີ, ອູການດາ, ຣີວັນດາ ແລະ ອື່ນໆ. ທ່ານ ພົຈວ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນ ຊົນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍອັນສຳຄັນຂອງການ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ວ່າ: ການຢ້ຽມຢາມຄັ້ງນີ້ ມີ ຄວາມໝາຍປະຫວັດສາດອັນຍິ່ງ, ເປັນການຢ້ຽມຢາມທາງການຄັ້ງ ທຳອິດຂອງທ່ານ ເລ ມິງ ຮຶງ ນັບ ຂປລ. ບັນຫາການປະລະການ ຮຽນຂອງນັກຮຽນແຕ່ລະລະດັບ ນັບແຕ່ຊັ້ນປະຖົມ, ມັດທະຍົມຈົນ ເຖິງການສຶກສາຊັ້ນສູງ ແລະ ອາຊີ ວະສຶກສາຍັງເປັນສິ່ງທ້າທາຍສຳ ຄັນຂອງຂະແໜງການສຶກສາເນື່ອງ ຈາກສົ່ງຜົນຕໍ່ການພັດທະນາຊັບ ພະຍາກອນມະນຸດ ແລະ ການພັດ ທະນາເສດຖະກິດ-ສັງຄົມ. ເພື່ອແກ້ ໄຂບັນຫາດັ່ງກ່າວ, ກະຊວງສຶກສາ ທິການ ແລະ ກິລາ (ສສກ) ໄດ້ ວາງຫລາຍມາດຕະການທັງດ້ານ ນະໂຍບາຍ, ການຊ່ວຍເຫລືອນັກ ຮຽນ, ການປັບປຸງໂຄງສ້າງ ແລະ ຄຸນນະພາບການສຶກສາ. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ ຊີ້ແຈງຕໍ່ຄຳຊັກຖາມຂອງສະ ມາຊິກສະພາແຫ່ງຊາດ ໃນກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ໃນຫລາຍບັນຫາ h ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ິຶົັົີ ແຫ່ງ ສສ ຫວຽດນາມ່ ມຽນມາ ປະຈໍາ ສປປ ລາວ ທີ່ໄດ້ ຕາງໜ້າທ່ານປະທານາທິບໍດີ ກໍຄື ລັດຖະບານ ແຫ່ງ ສສ ມຽນມາ ນຳເອົາກະຕ່າດອກໄມ້ ແລະ ຄຳ ອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງ ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ທ່ານ ອ່ອງ ໂກ ຕາງໜ້າລັດຖະ ບານ ແຫ່ງ ສສ ມຽນມາ ໄດ້ກ່າວ ສະແດງຄວາມຍິນດີ, ຊົມເຊີຍ ແລະ ນຳເອົາສານອວຍພອນຈາກທ່ານ ປະທານາທິບໍດີ ແຫ່ງ ສສ ມຽນມາ ມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ ວາງໃຈຈາກສະພາແຫ່ງຊາດ ແລະ ປະຊາຊົນລາວໃຫ້ດຳລົງຕຳແໜ່ງ dt-;'dkog'o -U c9's]kp[a osk8y fra oda [ dq owddko75h ,7v'gda []kpIa [ c]t 9a fla o'[xt,ko y q 7;k,\kp7;k,le7a o c]t 7;k,7kfs;a '8zq oleg]a f dko1h P,1k,mk'dko lxx ]k; 0v'okpq d]a f4t,q o8u ll s;Pfok, +

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 08/10/2026 xtgmf]k; ກະຊວງການເງິນ...ິ ນາຍົກລັດຖະມົນຕີ ຕ້ອນຮັບ...ົັົີ້ັ ຄະນະຜູ້ແທນຊາວໜຸ່ມລາວ...ູຸ້່ ສສກ ວາງຫລາຍມາດຕະການ... 9 ເດືອນຕົ້ນປີ 2026...ືົ້ີ ຂປລ. ໃນວັນທີ 7 ຕຸລາ 2026 ນີ້, ທ່ານ ທອງລີ ສີສຸລິດ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ ແທນຊາວໜຸ່ມລາວ ເຂົ້າພົບປະເຮັດ ວຽກກັບສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມະເນດ ຮອງປະທານພັກ ປະຊາ ຊົນກໍາປູເຈຍ, ປະທານສູນກາງ ຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫລວງພະນົມເປັນ. ຕິດພັນກັບການເກັບລາຍຮັບຈາກ ຄ່າເຊົ່າ-ສໍາປະທານທີ່ດິນ, ພັນທະ ພາສີ-ອາກອນ ຈາກຊັບພະຍາກອນ ແຮ່ທາດ ກະຊວງການເງິນ ໄດ້ຈັດ ຕັ້ງປະຕິບັດຕາມຫລັກການລວມ ສູນງົບປະມານ ຊຶ່ງຂົງເຂດບໍ່ແຮ່ ເປັນທ່າແຮງໜຶ່ງທີ່ມີຄວາມສໍາຄັນ ປະກອບສ່ວນຕໍ່ລາຍຮັບງົບປະມານ ແຫ່ງລັດ, ການເກັບລາຍຮັບໃນ ຂົງເຂດດັ່ງກ່າວ ມີທ່າອ່ຽງເພີ່ມຂຶ້ນ ໃນແຕ່ລະໄລຍະຕົວເລກດ້ານລາຍ ຮັບໄດ້ຊີ້ໃຫ້ເຫັນວ່າການກັບລາຍ ຮັບໃນປີ 2026 ສາມາດປະຕິບັດ ໄດ້ຄື: ຄ່າເຊົ່າ-ສຳປະທານທີ່ດິນ ຈັດເກັບໄດ້ 1.275 ຕື້ກີບ, ທຽບ ໃສ່ໄລຍະດຽວປີຜ່ານມາເພີ່ມຂຶ້ນ 4%; ຄ່າຊັບພະຍາກອນທຳມະຊາດ ຈັດເກັບໄດ້ 5.486 ຕື້ກີບ, ທຽບ ໃສ່ໄລຍະດຽວປີຜ່ານມາເພີ່ມຂຶ້ນ 36,6%; ພັນທະຈາກໂຄງການແຮ່ ທາດ ຈັດເກັບໄດ້ 14.467 ຕື້ກີບ, ຄະນະສະເພາະກິດແກ້ໄຂອາຊະ ຍາກຳທາງອິນເຕີເນັດ ແລະ ການ ພະນັນອອນລາຍ ໄດ້ຖະແຫລງຜົນ ສຳເລັດການຈັດຕັ້ງປະຕິບັດວຽກ ງານສະກັດກັ້ນ ແລະ ແກ້ໄຂອາຊະ ຍາກຳທາງອິນເຕີເນັດ, ການພະນັນ ອອນລາຍ ແລະ ວຽກງານເກັບກູ້ ອາວຸດປືນໃນວັນທີ 6 ຕຸລາ 2026 ວ່າ: ປັດຈຸບັນ, ໄພຄຸກຄາມຈາກ ອາຊະຍາກຳທາງອິນເຕີເນັດ ຫລື ອາຊະຍາກຳທາງໄຊເບີ ບໍ່ໄດ້ເປັນ ພຽງບັນຫາອາຊະຍາກຳທົ່ວໄປທີ່ ສົ່ງຜົນກະທົບຕໍ່ຊັບສິນຂອງບຸກຄົນ ໃດໜຶ່ງເທົ່ານັ້ນແຕ່ມັນໄດ້ກາຍເປັນ ໄພຄຸກຄາມອັນຮ້າຍແຮງທີ່ສົ່ງຜົນ ກະທົບຕໍ່ສະຖຽນລະພາບທາງດ້ານ ເສດຖະກິດ-ສັງຄົມ ແລະ ຄວາມ ໝັ້ນຄົງຂອງຊາດ. ຮູບແບບການ ກະທຳຜິດໄດ້ມີການວິວັດທະນາ ການໄປສູ່ຄວາມສະຫລັບສັບຊ້ອນ ແລະ ມີຊັ້ນເຊີງທາງດ້ານເຕັກນິກທີ່ ສູງຂຶ້ນຢ່າງຕໍ່ເນື່ອງ ໂດຍມີການນຳ ໃຊ້ເຕັກໂນໂລຊີປັນຍາປະດິດ ຫລືAI ເຂົ້າມາເປັນເຄື່ອງມືຫລັກໃນການ ສ້າງຕົວຕົນດີຈິຕອນປອມເປັນຕົ້ນ ການປອມແປງສຽງ ຫລື ໃບໜ້າທີ່ ເໝືອນຈິງ ເພື່ອຫລອກລວງ ແລະ ຕົ້ມຕຸນ. ນອກຈາກນີ້, ຍັງມີການນຳ ໃຊ້ແອັບພລິເຄຊັນກູ້ຢືມເງິນເຖື່ອນ ທີ່ດູດຂໍ້ມູນສ່ວນຕົວ, ການສ້າງລິ້ງ ປອມທີ່ເປັນກັບດັກທາງໄຊເບີ, ການ ນຳໃຊ້ບັນຊີທະນາຄານຕົວແທນ ຫລື ບັນຊີຜີ ເພື່ອຟອກເງິນທີ່ໄດ້ມາ ຈາກການກະທຳຜິດສິ່ງເຫລົ່ານີ້ບໍ່ ພຽງແຕ່ສົ່ງຜົນກະທົບແກ່ສະຖຽນ ລະພາບທາງດ້ານການເງິນ ແລະ ຊັບສິນຂອງປະຊາຊົນເທົ່ານັ້ນ, ແຕ່ ຍັງບັນທອນຄວາມເຊື່ອໝັ້ນຂອງ ນັກລົງທຶນທັງພາຍໃນ ແລະ ຕ່າງ ປະເທດທີ່ມາມີສ່ວນຮ່ວມໃນການ ພັດທະນາເສດຖະກິດຂອງ ສປປ ລາວ ໂດຍສະເພາະແມ່ນການແອບ ແຝງຂອງບັນຫາການຄ້າມະນຸດ ແລະ ຢາເສບຕິດທີ່ມາໃນຮູບແບບ ຂອງການຈ້າງງານທີ່ຜິດກົດໝາຍ ໃນສູນຄໍເຊັນເຕີ. ພັກ ແລະ ລັດຖະບານ ກໍຄື ກະ ສຳຄັນເປັນຕົ້ນ ການປະລະການ ຮຽນ, ການຫັນປ່ຽນລະບົບການສຶກ ສາສາຍສາມັນ ແລະ ການຄຸ້ມຄອງຕິດຕາມຊຸກຢູ່ໂຮງຮຽນພາກເອກະ ຊົນ ຊຶ່ງກະຊວງສຶກສາທິການ ແລະ ກິລາ ໄດ້ວາງຫລາຍມາດຕະການ ເພື່ອແກ້ໄຂບັນຫາດັ່ງກ່າວ ໂດຍ ສະເພາະ ການຍົກສູງບົດບາດ ແລະ ຄວາມສຳຄັນຂອງການສຶກສາ, ການດຳເນີນໂຄງການ “ນຳນ້ອງ ກັບສູ່ໂຮງຮຽນ”, ການສະໜອງ ອາຫານທ່ຽງໃຫ້ນັກຮຽນປະມານ 217.000 ຄົນ, ໃຫ້ເງິນອຸດໜູນ ແລະ ເບ້ຍລ້ຽງແກ່ນັກຮຽນທຸກຍາກ ແລະ ດ້ອຍໂອກາດ 1.000 ຄົນ ໃນ ຂັ້ນປະຖົມ ແລະ 4.148 ຄົນ ໃນ ຂັ້ນມັດທະຍົມ, ພ້ອມທັງສະໜອງ ທຶນການສຶກສາ 153 ທຶນ ໃຫ້ແກ່ ນັກຮຽນເກັ່ງ. ສຳລັບດ້ານອາຊີວະສຶກສາໄດ້ ດຳເນີນການສອນສາມັນວິຊາຊີບ ຄວບຄູ່ກັນ ໃນ 9 ສາຂາວິຊາຊີບ ເຊັ່ນ: ສ້ອມແປງຄອມພິວເຕີ, ໄຟຟ້າ, ປຸງແຕ່ງອາຫານ, ຕັດຫຍິບ ແລະ ອື່ນໆ ຢູ່ຕາມໂຮງຮຽນກິນນອນ ຊົນເຜົ່າ ແລະ ໂຮງຮຽນຕ່າງໆ ໂດຍມີຜູ້ເຂົ້າຮຽນ 1.762 ຄົນ. ຂະ ນະທີ່ການສຶກສາຊັ້ນສູງ ໄດ້ສືບຕໍ່ ດຳເນີນນະໂຍບາຍສະໜັບສະໜູນ ຕໍ່ນັກຮຽນທຸກຍາກຢູ່ເຂດຫ່າງໄກ ສອກຫລີກໃຫ້ມີໂອກາດໄດ້ເຂົ້າ ຮຽນຕໍ່ໃນສາຍສຶກສາຊັ້ນສູງ ໂດຍ ຈັດສັນທຶນການສຶກສາ 1.500 ທຶນ ໃນສົກຮຽນ 2025-2026 ແລະ 2026-2027. ໃນນັ້ນ, ໃນສົກ ຮຽນ 2026-2027 ມີນັກສຶກສາ ລວມທັງໝົດ 21.541 ຄົນ ຮຽນ ຢູ່ 4 ມະຫາວິທະຍາໄລ ຄື: ມະຫາ ວິທະຍາໄລແຫ່ງຊາດ 14.564 ຄົນ, ເຂົ້າໃໝ່ 3.776 ຄົນ; ມະຫາ ວິທະຍາໄລສຸພານຸວົງ 2.494 ຄົນ, ເຂົ້າໃໝ່ 727 ຄົນ; ມະຫາວິທະຍາ ໄລສະຫວັນນະເຂດ 2.150 ຄົນ, ເຂົ້າໃໝ່ 750 ຄົນ ແລະ ມະຫາ ວິທະຍາໄລຈຳປາສັກ 2.333 ຄົນ, ຊີວະປະຫວັດຫຍໍ້ີັໍ້ ແຂວງຮ່າຕິ້ງ. - ລະດັບວິຊາສະເພາະ: ປະລິນຍາໂທ ນະໂຍບາຍສາທາລະນະ. - ລະດັບທິດສະດີການເມືອງ: ຊັ້ນສູງ. - ວັນເດືອນປີເຂົ້າພັກ: 21/ 8/2000, ວັນເດືອນປີເຂົ້າພັກສົມບູນ: 21/8/2001. - ຕຳແໜ່ງປັດຈຸບັນ: ກຳມະການກົມການເມືອງ, ນາຍົກລັດຖະ ມົນຕີ. ປະຫວັດການເຄື່ອນໄຫວວຽກງານໂດຍຫຍໍ້ັື່ໍ້ - ປີ 1993-01/1998: ວິຊາການ, ພະແນກກອງທຶນ IMF, ກົມ ພົວພັນຕ່າງປະເທດ, ທະນາຄານແຫ່ງລັດຫວຽດນາມ. - ປີ 1996-1997: ຈົບປະລິຍາໂທ, ມະຫາວິທະຍາໄລ Saitama, Japan. - ປີ1998-02/2002: ຮອງຫົວໜ້າ/ຫົວໜ້າພະແນກ, ທະນາຄານ ພັດທະນາອາຊີ (ADB), ກົມພົວພັນຕ່າງປະເທດ, ທະນາຄານແຫ່ງ ລັດຫວຽດນາມ. - ປີ 2002-12/2009: ຮອງຫົວໜ້າ/ຫົວໜ້າກົມພົວພັນຕ່າງ ປະເທດທະນາຄານ ແຫ່ງ ລັດຫວຽດນາມ. - ປີ 2010-10/2011: ກໍາມະການຄະນະພັກ, ຫົວໜ້າກົມຈັດຕັ້ງ ພະນັກງານ, ທະນາຄານແຫ່ງລັດຫວຽດນາມ. - ປີ 2011-10/2014: ກໍາມະການຄະນະພັກ, ຮອງຜູ້ວ່າການ ທະນາຄານແຫ່ງລັດຫວຽດນາມ. - ປີ 2014-4/2016: ກໍາມະການສູນກາງພັກສະໄໝ XII, ຮອງ ຫົວໜ້າຫ້ອງວ່າການສູນກາງພັກ. - 4/2016-10/2020: ກໍາມະການສູນກາງພັກສະໄໝXII, ເລຂາ ຄະນະພັກ, ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ. - 10/2020-01/2021: ກໍາມະການສູນກາງພັກສະໄໝ XIII, ຫົວໜ້າຫ້ອງວ່າການສູນ ກາງພັກ. - 01/2021-5/2024: ເລຂາທິການສູນກາງພັກສະໄໝ XIII, ຫົວໜ້າຫ້ອງວ່າການສູນກາງພັກ; ໄດ້ຮັບການເລືອກຕັ້ງເປັນກໍາມະ ການກົມການເມືອງສູນກາງພັກສະໄໝ XIII ໃນກອງປະຊຸມຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກ ວັນທີ 16/5/2024. -5/2024-10/2024: ກໍາມະການກົມການເມືອງສູນກາງພັກ ສະໄໝ XIII, ເລຂາທິການສູນກາງພັກສະໄໝ XIII, ຫົວໜ້າຄະນະ ຈັດຕັ້ງສູນກາງພັກ, ສະມາ ຊິກສະພາແຫ່ງຊາດຊຸດທີ XV. - 10/2024: ກໍາມະການກົມການເມືອງສູນກາງພັກ, ເລຂາທິ ການສູນກາງພັກສະໄໝXIII, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະມາ ຊິກສະພາແຫ່ງຊາດ ຊຸດທີ XV, XVI. -7/4/2026- ປັດຈຸບັນ: ກໍາມະການກົມການເມືອງສູນ ກາງພັກ, ເລຂາທິການສູນກາງພັກສະໄໝ XIV, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະມາຊິກສະພາແຫ່ງຊາດ ຊຸດທີ XVI. ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອ ໝັ້ນວ່າດ້ວຍຄວາມຮູ້, ຄວາມສາ ມາດ ແລະ ປະສົບການຂອງທ່ານ ສະເຫລີມໄຊ ກົມມະສິດ ຈະສາມາດ ຜ່ານຜ່າສິ່ງທ້າທາຍຕ່າງໆ ແລະ ນຳພາປະເທດຊາດ ພັດທະນາສູ່ ຄວາມຈະເລີນຮຸ່ງເຮືອງຕາມຄາດ ໝາຍທີ່ກຳນົດໄວ້ໃນແຕ່ລະໄລຍະ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ສະແດງຄວາມ ຂອບໃຈຕໍ່ຄຳອວຍພອນອັນຈົບ ງາມຈາກທ່ານປະທານາທິບໍດີ ກໍຄື ລັດຖະບານ ແລະ ປະຊາຊົນມຽນ ມາ, ລວມທັງການໃຫ້ຄວາມຮ່ວມ ມື, ສະໜັບສະໜູນຊ່ວຍເຫລືອຂອງ ຝ່າຍມຽນມາ ໃນຕະຫລອດໄລຍະ ທີ່ຜ່ານມາ ຊຶ່ງບັນດາໝາກຜົນດັ່ງ ກ່າວ ຖືເປັນຂີດໝາຍສຳຄັນ ຕໍ່ການ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີງາມລະຫວ່າງ ລັດຖະບານ ແລະ ປະຊາຊົນສອງ ປະເທດ ລາວ-ມຽນມາ, ພ້ອມທັງ ສະເໜີສອງຝ່າຍສືບຕໍ່ສົ່ງເສີມການ ພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກ ສາ, ສາທາລະນະສຸກ, ການປ້ອງກັນ ຊາດ ແລະ ອື່ນໆ ໃຫ້ມີການຂະ ຫຍາຍຕົວສູ່ບາດກ້າວໃໝ່. ຂ່າວ: ກົມປະຊາສຳພັນ ຫສນຍ. ເຂົ້າໃໝ່ 920 ຄົນ. ຢ່າງໃດກໍຕາມ, ໃນ 9 ຄາດໝາຍ ທີ່ສະພາແຫ່ງຊາດຮັບຮອງ ມີພຽງ 4 ຄາດໝາຍທີ່ມີຄວາມຄືບໜ້າດີ ແລະ 5 ຄາດໝາຍຍັງບໍ່ທັນບັນລຸ ຕາມແຜນເປັນຕົ້ນອັດຕາການປະລະ ການຮຽນຂອງນັກຮຽນຊັ້ນປະຖົມ, ການພັດທະນາວິຊາຊີບຄູແບບຕໍ່ ເນື່ອງ ຊຶ່ງສາເຫດສຳຄັນທີ່ບາງ ຄາດໝາຍຍັງບໍ່ທັນບັນລຸມາຈາກ ສະພາບຄວາມຫຍຸ້ງຍາກດ້ານເສດ ຖະກິດ ຊຶ່ງເຮັດໃຫ້ນັກຮຽນ ແລະ ຄູບາງສ່ວນຕ້ອງອອກໄປຊອກ ວຽກເຮັດ ເພື່ອຫາລາຍໄດ້ລ້ຽງ ຄອບຄົວ; ການຂາດແຄນຄູໃນ ບາງທ້ອງຖິ່ນ ແລະ ບາງວິຊາ ໂດຍ ສະເພາະເຂດຫ່າງໄກ; ການຂາດ ແຄນງົບປະມານ ແລະ ອຸປະກອນ ຈຳເປັນ ເພື່ອໃຫ້ຂັ້ນທ້ອງຖິ່ນຕິດ ຕາມ ແລະ ປະເມີນບັນດາຕົວຊີ້ ວັດຍັງບໍ່ທັນຊັດເຈນ ແລະ ຕໍ່ເນື່ອງ ເທົ່າທີ່ຄວນ. ຕໍ່ກັບບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ ໄດ້ສຸມໃສ່ແກ້ໄຂຢ່າງເປັນລະບົບ ໂດຍປະຕິຮູບໂຄງສ້າງລະບົບການ ສຶກສາສາມັນ ຈາກ 5+4+3 ເປັນ 6+3+3, ປັບປຸງລະບົບສ້າງຄູຄືນ ໃໝ່ ດ້ວຍການຍຸບໂຮມວິທະຍາໄລ ສ້າງຄູທົ່ວປະເທດ ເພື່ອສ້າງເປັນ ມະຫາວິທະຍາໄລສ້າງຄູແຫ່ງຊາດ. ພ້ອມນັ້ນ, ຍັງຫັນປ່ຽນສະຖານການ ສຶກສາຈຳນວນໜຶ່ງເປັນໂຮງຮຽນ ສາມັນວິຊາຊີບ ເພື່ອໃຫ້ນັກຮຽນ ໄດ້ຮຽນທັງສາມັນສຶກສາ ແລະ ມີ ທັກສະວິຊາຊີບຂັ້ນຕົ້ນ; ສຳຫລວດ ແລະ ວາງແຜນສ້ອມແປງໂຮງຮຽນ ທີ່ຍັງບໍ່ໄດ້ມາດຕະຖານ ຊຶ່ງປັດຈຸບັນ ມີໂຮງຮຽນປະຖົມ 1.059 ແຫ່ງ ທີ່ ຍັງບໍ່ທັນໄດ້ມາດຕະຖານ ເພື່ອປັບ ປຸງສະພາບແວດລ້ອມ ແລະ ສິ່ງ ອຳນວຍຄວາມສະດວກໃຫ້ນັກຮຽນ ດີຂຶ້ນກວ່າເກົ່າ. ຄ່ຽງຄູ່ກັນນັ້ນ, ກໍໄດ້ ສຸມໃສ່ປັບປຸງຫລັກສູດການສຶກສາ ຊັ້ນສູງ ໂດຍສ້າງຫລັກສູດໃໝ່ໃຫ້ ສອດຄ່ອງກັບທ່າອ່ຽງລວມຂອງ ຍຸກສະໄໝ ແລະ ຄວາມຕ້ອງການ ຕົວຈິງຂອງການພັດທະນາ, ຍຸບ ບັນດາຫລັກສູດທີ່ເຫັນວ່າມີຄົນສົນ ໃຈຮຽນໜ້ອຍ ແລະ ບໍ່ແທດເໝາະ ກັບສະພາບໃນປັດຈຸບັນ, ສົ່ງເສີມ ສະຖານການສຶກສາຊັ້ນສູງໃຫ້ຂະ ຫຍາຍພາກຄໍ່າ, ທ້າຍອາທິດ, ຮຽນ ອອນລາຍປະສົມໃນສາຂາທີ່ສັງຄົມ ຕ້ອງການ ເພື່ອໃຫ້ຄົນເຮັດວຽກ ຮຽນຕໍ່ໄດ້. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ທຽບໃສ່ໄລຍະດຽວປີຜ່ານມາເພີ່ມ ຂຶ້ນ 37,2%. ເຖິງຢ່າງໃດກໍຕາມ ການເພີ່ມຂຶ້ນຂອງລາຍຮັບດັ່ງກ່າວ ຍັງບໍ່ທັນສ່ອງແສງເຖິງປະສິດທິ ຜົນໃນການຈັດຕັ້ງປະຕິບັດ ເມື່ອ ທຽບໃສ່ສະຖິຕິຂອງໂຄງການທີ່ມີ ການອະນຸມັດ ແລະ ກຳລັງຈັດຕັ້ງ ປະຕິບັດ. ສຳລັບກົນໄກການເກັບ ລາຍຮັບຍັງເກັບບໍ່ທັນໄດ້ຄົບຖ້ວນ ທຸກສັນຍາ, ການຂຶ້ນແຜນສົ່ງອອກ ຂອງບໍລິສັດຍັງບໍ່ທັນຊັດເຈນ, ບາງ ໂຄງການຍັງບໍ່ທັນປະຕິບັດຕາມ ສັນຍາ, ບໍ່ມີການເຄື່ອນໄຫວປົກກະຕິ ແລະ ຍັງບໍ່ທັນມີການສົ່ງອອກ, ຍັງ ບໍ່ທັນມີກົນໄກ ແລະ ລະບົບຕິດ ຕາມ, ກວດກາການສົ່ງອອກແຮ່ທີ່ ທັນສະໄໝເຮັດໃຫ້ຍັງມີຊ່ອງວ່າງ ໃນການຕົກເຮ່ຍເສຍຫາຍຂອງຊັບ ພະຍາກອນແຮ່ທາດ. ສະນັ້ນ, ເພື່ອ ຮັບປະກັນການຄຸ້ມຄອງທາງດ້ານ ມະຫາພາກກ່ຽວກັບການຄຸ້ມຄອງ ເກັບລາຍຮັບຈາກຄ່າເຊົ່າ-ຄ່າສໍາ ປະທານ, ພັນທະພາສີ-ອາກອນ ຈາກຊັບພະຍາກອນແຮ່ທາດ ທີ່ມີຢູ່ ຈຳກັດ ແລະ ນັບມື້ນັບບົກແຫ້ງລົງ ໃຫ້ຖືກນໍາໃຊ້ຢ່າງມີປະສິດທິຜົນ ສູງສຸດ ແລະ ເປັນທ່າແຮງປະກອບ ສ່ວນໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ ລັດຖະບານ ກໍຄື ກະຊວງການເງິນ ຈະຜັນຂະຫຍາຍ ວິໄສທັດ ແລະ ຍຸດທະສາດຄຸ້ມຄອງ ແຮ່ທາດເຂົ້າສູ່ລວງເລິກ ແລະ ເປັນ ຮູບປະທໍາ ເຊັ່ນ: ຮີບຮ້ອນປະເມີນ ປະສິດທິຜົນບັນດາໂຄງການສໍາ ປະທານ ໂດຍສະເພາະໂຄງການ ປະເພດທີ່ບໍ່ມີປະສິດທິຜົນ (C ແລະ C+) ແມ່ນໃຫ້ຍົກເລີກ ແລະ ມອບ ຄືນໃຫ້ລັດ ເພື່ອນໍາໃຊ້ພັດທະນາໃນ ຮູບການອື່ນ; ຫັນປ່ຽນກົນໄກການ ອະນຸຍາດບັນດາໂຄງການແຮ່ທາດ ໂດຍຖືເອົາບໍລິສັດທີ່ມີຄວາມພ້ອມ ດ້ານການສ້າງໂຮງງານປຸງແຕ່ງ ແຮ່ ເປັນເງື່ອນໄຂບຸລິມະສິດໃນການ ອະນຸຍາດ ເພື່ອສ້າງມູນຄ່າເພີ່ມ; ຫັນຈາກໂຄງການທົດລອງໄປສູ່ ໂຄງການທີ່ຈັດຕັ້ງປະຕິບັດຖືກຕ້ອງ ຕາມກົດໝາຍ ແລະ ນິຕິກຳ, ມີການ ປຸງແຕ່ງພາຍໃນໃຫ້ຫລາຍຂຶ້ນ, ສ້າງ ມູນຄ່າເພີ່ມໃນແຕ່ລະຂັ້ນຕອນການ ຜະລິດ ແລະ ປະຕິບັດມາດຕະການ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບ ການຢ່າງເຂັ້ມງວດ; ເລັ່ງຊຸກຍູ້ໃຫ້ ຮ່າງດຳລັດວ່າດ້ວຍການເຊົ່າທີ່ດິນ ຂອງລັດ ແລະ ລັດຖະບັນຍັດວ່າ ດ້ວຍອັດຕາຄ່າເຊົ່າຊັບສິນຂອງລັດ ໃຫ້ຖືກຮັບຮອງ ແລະ ປະກາດໃຊ້ ໂດຍໄວ ເພື່ອເປັນເຄື່ອງມືໃນການ ຄຸ້ມຄອງ ແລະ ຂະຫຍາຍຖານລາຍ ຮັບຈາກການເຊົ່າ-ສໍາປະທານໃນຕໍ່ ໜ້າ; ສ້າງລະບົບຄຸ້ມຄອງ, ຕິດຕາມ ແລະ ກວດກາແຮ່ທາດແຕ່ຕົ້ນທາງ ຈົນຮອດປາຍທາງສົ່ງອອກເປັນ ລະບົບທັນສະໄໝ ເພື່ອຮັບປະກັນ ບໍ່ໃຫ້ຊັບພະຍາກອນທຳມະຊາດ ຕົກເຮ່ຍເສຍຫາຍ. ປັດຈຸບັນ, ກະ ຊວງການເງິນ ໄດ້ຕິດຕັ້ງຫ້ອງ ກວດກາຄຸນນະພາບແຮ່ທາດກ່ອນ ການສົ່ງອອກຢູ່ປາຍທາງຢູ່ 7 ຈຸດ ແລ້ວ ແລະ ກໍາລັງຈະນໍາສະເໜີ ລັດຖະບານ ເພື່ອພິຈາລະນາອະນຸ ມັດຜັນຂະຫຍາຍໄປສູ່ດ່ານສາກົນ ອື່ນໆໃນຂອບເຂດທົ່ວປະເທດ. ສຳລັບການຈັດສັນງົບປະມານ ໄດ້ມີຫລັກການ ແລະ ກົນໄກ ຈັດ ລຽງບຸລິມະສິດລໍາດັບຄວາມສໍາຄັນ ໂດຍອີງໃສ່ຄວາມອາດສາມາດໃນ ການຈັດເກັບລາຍຮັບ ໂດຍຈັດສັນ ເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິ ມະສິດເປັນຕົ້ນການເພີ່ມເງິນເດືອນ, ເງິນນະໂຍບາຍໃຫ້ພະນັກງານລັດ ຖະກອນ, ທະຫານ-ຕຳຫລວດ, ພະ ນັກງານບຳນານ ໂດຍເຮັດໃຫ້ເງິນ ເດືອນຂັ້ນຕໍ່າບໍ່ຫລຸດ 3 ລ້ານກີບ, ລາຍຈ່າຍຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ຕາມຂໍ້ຜູກພັນສັນ ຍານໍາໃຊ້ລາຍຮັບພາຍໃນ ໂດຍ ຈັດສັນໃຫ້ມີສ່ວນເຫລືອເພື່ອໄປ ຊຳລະຕົ້ນທຶນເງິນກູ້ຢືມຈາກຕ່າງ ປະເທດ ທີ່ເປັນການຫລຸດຜ່ອນ ການກູ້ຢືມໃໝ່ທີ່ເປັນການສ້າງໜີ້ ເພີ່ມແນໃສ່ຮັບປະກັນເຮັດໃຫ້ໜີ້ສິນ ຫລຸດລົງຄາດໝາຍຮອດປີ 2030 ໃຫ້ຫລຸດລົງເຫລືອ 70% ຂອງ GDP. ພ້ອມນີ້, ລັດຖະບານກໍໄດ້ ເອົາໃຈໃສ່ຈັດສັນງົບປະມານເພີ່ມ ໃຫ້ຂະແໜງສຶກສາ ແລະ ສາທາ ໃນແຕ່ລະປີ ເພື່ອເປັນການພັດທະ ນາຊັບພະຍາກອນມະນຸດ ແລະ ສົ່ງ ເສີມດ້ານສຸຂະອະນາໄມ. ນອກນີ້, ຍັງໄດ້ເພີ່ມລາຍຈ່າຍບໍລິຫານປົກ ກະຕິຕາມຄວາມສາມາດຂອງງົບ ປະມານ ເພື່ອຮັບປະກັນການເຄື່ອນ ໄຫວຂອງກົງຈັກພັກ-ລັດ ໃຫ້ເປັນ ປົກກະຕິ ໂດຍໃຫ້ບັນດາຫົວໜ່ວຍ ງົບປະມານຕ້ອງໄດ້ສ້າງແຜນວຽກ- ແຜນງານຂອງຂະແໜງການຕົນ ໃຫ້ສອດຄ່ອງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ທີ່ກຳນົດ ໄວ້. ໃນຕໍ່ໜ້າ, ກະຊວງການເງິນ ຈະໄດ້ຄົ້ນຄວ້າຈັດສັນງົບປະມານ ເພີ່ມຕື່ມໃຫ້ຂະແໜງວັດທະນະທໍາສັງຄົມ ຕາມສັດສ່ວນການຫລຸດລົງ ຂອງການຊ່ວຍເຫລືອຈາກສາກົນ ພາຍຫລັງທີ່ອອກຈາກປະເທດດ້ອຍ ພັດທະນາ. ສ່ວນການຈັດສັນໂຄງການລົງ ທຶນຂອງລັດ ນັບແຕ່ປີ 2026 ເປັນ ຕົ້ນມາລັດຖະບານໄດ້ມີຈຸດສຸມບຸ ລິມະສິດ ເພື່ອບໍ່ໃຫ້ມີການລົງທຶນ ກະແຈກກະຈາຍ ຄືໄລຍະຜ່ານມາ ໃຫ້ມີຄວາມສອດຄ່ອງກັບ 6 ເປົ້າ ໝາຍຂອງແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ກໍຄື ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ປະຈຳປີ 2027 ຊຶ່ງໄດ້ມີບຸ ລິມະສິດ ດັ່ງນີ້: ຈະສຸມໃສ່ບັນດາ ໂຄງການທີ່ມີຜົນຕອບແທນສູງ ແລະ ສາມາດຂັບເຄື່ອນການເຕີບໂຕ ເສດຖະກິດ, ການແກ້ໄຂບັນຫາເຄັ່ງ ຮ້ອນດ້ານເສດຖະກິດ-ການເງິນ, ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ; ຍົກລະດັບພື້ນຖານໂຄງລ່າງ ຄົມມະນາຄົມເພື່ອເຊື່ອມໂຍງ-ເຊື່ອມ ຈອດ, ເຂົ້າຫາເຂດການຜະລິດ ແລະ ການບໍລິການ, ຮັບໃຊ້ຍຸດທະສາດ, ຈຸດສຸມ ແລະ ພັດທະນາຊາຍແດນ; ການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ການແກ້ ໄຂຜົນກະທົບຈາກໄພພິບັດ; ການ ພັດທະນາການສຶກສາ, ສາທາລະນະ ສຸກ ແລະ ພັດທະນາສີມືແຮງງານ ໃຫ້ມີຄຸນນະພາບສູງຂຶ້ນ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ຊວງປ້ອງກັນຄວາມສະຫງົບ ໄດ້ ສະແດງໃຫ້ເຫັນເຖິງເຈດຈຳນົງອັນ ເດັດຂາດ ແລະ ເປັນເອກະພາບ ໃນ ການສະກັດກັ້ນ ແລະ ກວາດລ້າງ ບັນຫາດັ່ງກ່າວ, ໄລຍະຜ່ານມາ ໄດ້ນຳໃຊ້ມາດຕະການທາງເຕັກ ນິກທີ່ເຂັ້ມງວດ ແລະ ຮອບດ້ານ ເພື່ອຕັດຕ່ອງໂສ້ການເຄື່ອນໄຫວ ຂອງກຸ່ມອາຊະຍາກຳ. ເຈົ້າໜ້າທີ່ ໄດ້ສຸມໃສ່ການຄຸ້ມຄອງຊິມກາດ ໂທລະສັບ ແລະ ການນຳໃຊ້ອິນເຕີ ເນັດໃຫ້ເຊື່ອມໂຍງກັບຖານຂໍ້ມູນ ສຳມະໂນຄົວ ແລະ ປະຊາກອນ ຢ່າງເປັນລະບົບ ເພື່ອປ້ອງກັນການ ນຳໃຊ້ບັນຊີປອມ ແລະ ການປິດບັງ ຕົວຕົນ. ພ້ອມກັນນັ້ນ, ຍັງໄດ້ມີການ ຕິດຕາມ ແລະ ຕັດສັນຍານດາວ ທຽມເຖື່ອນເປັນຕົ້ນແມ່ນອຸປະກອນ ຮັບສັນຍານອິນເຕີເນັດຜ່ານດາວ ທຽມປະເພດ Starlink ທີ່ລັກລອບ ນຳໃຊ້ໃນເຂດຫ່າງໄກສອກຫລີກ ແລະ ເຂດເສດຖະກິດພິເສດ. ຂະບວນການລົງພື້ນທີ່ມ້າງຈຸດ ເກີດເຫດຖືກປະຕິບັດຕາມຫລັກການ ວິຊາສະເພາະຢ່າງເຄັ່ງຄັດ ໂດຍ ມີການປະສານງານກັບອຳນາດ ການປົກຄອງທ້ອງຖິ່ນ ແລະ ເຈົ້າ ຂອງສະຖານທີ່ຢ່າງເປັນທາງການ. ທຸກໆຂັ້ນຕອນນັບແຕ່ການບຸກເຂົ້າ ກວດຄົ້ນ, ການກັກຕົວ, ຈົນເຖິງ ການເກັບກຳຂອງກາງແມ່ນມີການ ບັນທຶກພາບແລະຂໍ້ມູນຢ່າງລະອຽດ ໂດຍນັກຂ່າວ ປກສ ເພື່ອຮັບປະກັນ ຄວາມໂປ່ງໃສ ແລະ ຄວາມເປັນມື ອາຊີບ. ສິ່ງທີ່ພວກເຮົາໃຫ້ຄວາມ ສຳຄັນທີ່ສຸດໃນມິຕິມະນຸດສະທຳ ແມ່ນການຄັດແຍກເປົ້າໝາຍຢ່າງ ລະອຽດຖີ່ຖ້ວນ ເພື່ອແຍກໃຫ້ເຫັນ ລະຫວ່າງຫົວໂປ່ໂຕການທີ່ຕ້ອງໄດ້ ດຳເນີນຄະດີຢ່າງເດັດຂາດ ກັບຜູ້ຖືກ ເຄາະຮ້າຍທີ່ຖືກຫລອກລວງມາໃຊ້ ແຮງງານ. ສຳລັບຜູ້ຖືກເຄາະຮ້າຍ ທີ່ມີສະພາບຮ່າງກາຍອ່ອນເພຍ, ແມ່ຍິງຖືພາ ຫລື ຜູ້ທີ່ມີພະຍາດ ປະຈຳຕົວຮ້າຍແຮງ, ໄດ້ຈັດຕັ້ງທີມ ແພດເພື່ອໃຫ້ການເບິ່ງແຍງ ແລະ ປົກປ້ອງຕາມຫລັກການສາກົນ ກ່ອນຈະປະສານງານນຳສົ່ງກັບຄືນ ປະເທດຢ່າງປອດໄພ. ນອກຈາກນີ້, ມາດຕະການຕໍ່ເຈົ້າຂອງສະຖານທີ່ ທີ່ປ່ອຍໃຫ້ມີການເຄື່ອນໄຫວຜິດກົດ ໝາຍ ແລະ ເຈົ້າໜ້າທີ່ທີ່ທໍລະຍົດຕໍ່ ວິຊາຊີບ ໂດຍການເປັນຫູເປັນຕາ ໃຫ້ກຸ່ມອາຊະຍາກຳ ກໍໄດ້ຖືກຈັດຕັ້ງ ປະຕິບັດຢ່າງເດັດຂາດ ໂດຍບໍ່ມີຂໍ້ ຍົກເວັ້ນໃດໆ ເພື່ອສະແດງໃຫ້ເຫັນ ເຖິງເຈດຈຳນົງໃນການກວາດລ້າງ ແບບຖອນຮາກຖອນໂຄນ. ໂອກາດດັ່ງກ່າວນີ້, ຄະນະສະ ເພາະກິດຂໍຮຽກຮ້ອງມາຍັງພໍ່ແມ່ ປະຊາຊົນ, ຊັ້ນຄົນຕ່າງໆ ແລະ ນັກ ທຸລະກິດໃນສັງຄົມຈົ່ງມີສະຕິລະວັງ ຕົວສູງສຸດຕໍ່ທຸກການເຄື່ອນໄຫວ ທາງໂລກອອນລາຍ ແລະ ຫ້າມ ບໍ່ໃຫ້ມີການເປີດບັນຊີທະນາຄານ ໃຫ້ບຸກຄົນອື່ນນຳໃຊ້, ຫ້າມໃຫ້ ເຊົ່າສະຖານທີ່ໂດຍບໍ່ມີການກວດ ສອບແຫລ່ງທີ່ມາຂອງທຸລະກິດ ຢ່າງຊັດເຈນ ແລະ ຫ້າມເຂົ້າຮ່ວມ ໃນຂະບວນການພະນັນອອນລາຍ ທຸກຮູບແບບເພາະທ່ານອາດຈະ ກາຍເປັນຜູ້ຮ່ວມຂະບວນການກະ ທຳຜິດຮ້າຍແຮງໂດຍບໍ່ຮູ້ຕົວ. ຫາກ ທ່ານພົບເຫັນເບາະແສ ຫລື ສິ່ງຜິດ ປົກກະຕິໃດໆຂໍໃຫ້ແຈ້ງມາຍັງສາຍ ດ່ວນ 1533 ທັນທີ ຂໍ້ມູນຂອງທ່ານ ຈະຖືກຮັກສາເປັນຄວາມລັບສູງສຸດ. ຂໍ້ມູນ-ພາບ: ຄວາມສະຫງົບ ຂ່າວ: ກິດຕາ ການພົບປະກັນໃນຄັ້ງນີ້, ທັງ ສອງຝ່າຍໄດ້ເປັນເອກະພາບກັນ ກ່ຽວກັບທິດທາງການຮ່ວມມືຂອງ ຊາວໜຸ່ມເປັນຕົ້ນເຫັນດີໃນການ ແລກປ່ຽນຊາວໜຸ່ມຂອງສອງ ປະເທດໃນການຮຽນຮູ້ທາງດ້ານ ປະຫວັດສາດ, ມູນເຊື້ອ ແລະ ວັດ ທະນະທຳ; ເຫັນດີເພີ່ມການສົ່ງເສີມ ການຮ່ວມມືດ້ານເສດຖະກິດຂອງ ຊາວໜຸ່ມ, ສ້າງໂອກາດໃຫ້ສະມາ ຄົມນັກທຸລະກິດໜຸ່ມຂອງສອງປະ ເທດໄດ້ພົບປະ, ຈັບຄູ່ທຸລະກິດ, ແລກ ປ່ຽນບົດຮຽນການຄ້າ ແລະ ການ ລົງທຶນຮ່ວມກັນ; ເຫັນດີຊຸກຍູ້ການ ຮ່ວມມືຂັ້ນທ້ອງຖິ່ນສົ່ງເສີມການ ແລກປ່ຽນກິດຈະກຳຂອງຊາວໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ກັນທາງດ້ານວັດທະນະທຳ, ກິລາ ແລະ ການໄປມາຫາສູ່ກັນບົນຈິດ ໃຈສັນຕິພາບ ແລະ ມິດຕະພາບ. ໃນຕອນທ້າຍຂອງການພົບປະ, ຝ່າຍລາວໄດ້ສະແດງຄວາມເຊື່ອ ໝັ້ນວ່າດ້ວຍຄວາມເອົາໃຈໃສ່ຂອງ ການນຳສອງປະເທດ ຈະສາມາດ ນຳເອົາເນື້ອໃນຈິດໃຈຂອງການ ເອກະພາບ ແລະ ທິດຊີ້ນຳຈາກການ ພົບປະຄັ້ງນີ້ໄປສູ່ຜົນງານຕົວຈິງ. ພ້ອມນີ້, ທ່ານ ທອງລີ ສີສຸລິດ ໄດ້ຖື ເປັນກຽດເຊື້ອເຊີນສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມະເນດ ພ້ອມດ້ວຍ ຄະນະ ເດີນທາງໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ສະດວກ. ຂໍ້ມູນ-ພາບ: ສື່ມວນຊົນໜຸ່ມລາວ

08/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ:​ຢ່າຕົ່ງ ll- xtdv[7egsa ogoA ocdh w0 mk'gxj gr c]t 7;k,m5 dpkd *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ]k;{s;Pfok, 9kdlkprq ;ra ory glf l6 j s5 h olj ;op5 fmtlkf.ow]pt.\j ໂດຍ: ຄຳຮຸ່ງ ດວງເງິນຸ່ ງິ ນ ຄຽງຄູ່ກັບສາຍພົວພັນທາງ ດ້ານການເມືອງ, ການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດພວມ ໄດ້ຮັບຄວາມເອົາໃຈໃສ່ແລະ ຖືເປັນ ກຳລັງຂັບເຄື່ອນອັນສຳຄັນ ໃນການ ຫັນເອົາ “ຫຸ້ນສ່ວນຍຸດທະສາດ” ໃຫ້ເກີດດອກອອກຜົນຕົວຈິງ. ປັດຈຸ ບັນ, ການຮ່ວມມືລາວ-ຫວຽດນາມ, ຫວຽດນາມ-ລາວ, ໄດ້ກວມເອົາ ຫລາຍຂົງເຂດ ເຊັ່ນ: ການຄ້າ, ການ ລົງທຶນ, ຄົມມະນາຄົມ, ພະລັງງານ, ກະສິກຳ, ການທ່ອງທ່ຽວ, ການ ເງິນ-ການທະນາຄານ ແລະ ໂລ ຈິສຕິກ. ບັນດາວິສາຫະກິດຫວຽດ ນາມ ຈຳນວນຫລາຍໄດ້ເຂົ້າມາລົງ ທຶນ, ທຳການຜະລິດ ແລະ ດຳເນີນ ທຸລະກິດຢູ່ລາວຢ່າງຕໍ່ເນື່ອງ, ປະ ກອບສ່ວນເຂົ້າໃນການສ້າງວຽກ ເຮັດງານທຳ, ສ້າງລາຍໄດ້ ແລະ ຊຸກຍູ້ການພັດທະນາເສດຖະກິດສັງຄົມໃນທ້ອງຖິ່ນຕ່າງໆ. ຄວາມ ຮຽກຮ້ອງຕ້ອງການສຳຄັນໃນໄລ ຍະໃໝ່ຈຶ່ງບໍ່ພຽງແຕ່ແມ່ນການເພີ່ມ ຈຳນວນໂຄງການ ຫລື ມູນຄ່າການ ຄ້າເທົ່ານັ້ນ, ແຕ່ສິ່ງທີ່ສຳຄັນກວ່າ ນັ້ນແມ່ນການຍົກສູງຄຸນນະພາບ, ປະສິດທິຜົນແລະ ການເກື້ອກູນ ເຊິ່ງ ກັນ ແລະ ກັນ ລະຫວ່າງສອງພື້ນ ຖານເສດຖະກິດ. ຄວນໃຫ້ຄວາມ ສຳຄັນຫລາຍຂຶ້ນຕໍ່ບັນດາໂຄງການ ທີ່ສາມາດສ້າງການເຊື່ອມຈອດໃນ ໄລຍະຍາວ ໂດຍສະເພາະແມ່ນການ ເຊື່ອມຈອດດ້ານຄົມມະນາຄົມດ່ານຊາຍແດນ-ທ່າເຮືອ-ໂລຈິສ ຕິກ, ພະລັງງານ, ການແປຮູບກະສິ ກຳ ແລະ ອື່ນໆ. ໃນຂະນະທີ່ສາຍພົວພັນທາງ ດ້ານການເມືອງເປັນຕົວກຳນົດທິດ ທາງ ແລະ ການຮ່ວມມືດ້ານເສດຖະ ກິດເປັນກຳລັງຂັບເຄື່ອນການພັດ ທະນາ, ການພົວພັນແລກປ່ຽນລະ ຫວ່າງປະຊາຊົນກໍຄືຮາກຖານທາງ ສັງຄົມທີ່ຊ່ວຍຄ້ຳປະກັນກຳລັງ ຊີວິດອັນຍືນຍົງຂອງສາຍພົວພັນ ລາວ-ຫວຽດ, ຫວຽດນາມ-ລາວ. ນາມ. ຕະຫລອດຫລາຍປີທີ່ຜ່ານ ມາ ການຮ່ວມມືດ້ານວັດທະນະທຳ, ການສຶກສາແລະການກໍ່ສ້າງບຳລຸງ ຊັບພະຍາກອນມະນຸດ ໄດ້ປະກອບ ສ່ວນສ້າງຖັນແຖວພະນັກງານ, ນັກຮຽນ, ແລະ ນັກສຶກສາຫລາຍ ຮຸ່ນຄົນ ທີ່ມີຄວາມຮູ້ ແລະ ຄວາມ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະ ເທດຊາດ ແລະ ປະຊາຊົນຂອງກັນ ແລະ ກັນ. ພະນັກງານລາວຈຳນວນ ຫລາຍທີ່ເຄີຍຮ່ຳຮຽນຢູ່ຫວຽດ ນາມ ຕະຫລອດຮອດພະນັກງານ ແລະ ຊ່ຽວຊານຫວຽດນາມ ຈຳ ນວນຫລາຍທີ່ເຄີຍມາປະຕິບັດໜ້າ ທີ່ຢູ່ລາວ ໄດ້ກາຍເປັນຂົວຕໍ່ອັນສຳ ຄັນລະຫວ່າງສອງປະເທດ. ໃນສະພາບການພາກພື້ນ ແລະ ສາກົນພວມຜັນແປໄປຢ່າງວ່ອງໄວ ນຳມາເຊິ່ງທັງກາລະໂອກາດ ແລະ ສິ່ງທ້າທາຍໃໝ່ສຳລັບ ຫວຽດນາມ ແລະລາວ.ຄວາມຜັນຜວນຂອງເສດ ຖະກິດໂລກ, ການແຂ່ງຂັນຍຸດທະ ສາດ, ການຫັນເປັນດີຈິຕອນ, ການ ປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງດ້ານພະລັງ ງານ, ຄວາມໝັ້ນຄົງທາງດ້ານຊັບ ພະຍາກອນນ້ຳ ແລະ ອາດຊະຍາກຳ ຂ້າມຊາດ ລ້ວນແຕ່ສົ່ງຜົນກະທົບ ໂດຍກົງຕໍ່ສະພາບແວດລ້ອມແຫ່ງ ການພັດທະນາຂອງແຕ່ລະປະເທດ ຫລາຍຂຶ້ນເລື້ອຍໆ. ສະພາບການ ດັ່ງກ່າວຍິ່ງໄດ້ເນັ້ນໜັກເຖິງຄວາມ ໝາຍສຳຄັນຂອງການເປັນ “ຫຸ້ນ ສ່ວນຍຸດທະສາດ”; ໝາຍຄວາມ ວ່າ ຫວຽດນາມ ແລະ ລາວ, ລາວ ແລະ ຫວຽດນາມ ບໍ່ພຽງແຕ່ສືບ ທອດຄວາມສາມັກຄີທີ່ໄດ້ຮັບການ ສ້າງຕັ້ງຂຶ້ນຈາກປະຫວັດສາດເທົ່າ ນັ້ນ,ແຕ່ຍັງຈຳເປັນຕ້ອງເຊື່ອມຈອດ ກັນຢ່າງສະໜິດແໜ້ນຍິ່ງຂຶ້ນໃນ ການກຳນົດອະນາຄົດ ບົນພື້ນຖານ ການເຄົາລົບເອກະລາດ, ຄວາມ ເປັນເຈົ້າຕົນເອງໃນການກຳນົດນະ ໂຍບາຍ,ຜົນປະໂຫຍດຂອງແຕ່ລະປະ ເທດ ແລະ ຜົນປະໂຫຍດຮ່ວມກັນ. ນັບແຕ່ໄລຍະເວລາທີ່ສອງຊາດ ຄຽງບ່າຄຽງໄຫລ່ກັນໃນການຕໍ່ສູ້ກູ້ ຊາດ ມາຈົນເຖິງຂະບວນວິວັດແຫ່ງ ການຮ່ວມມືສ້າງສາແລະພັດທະນາ ປະເທດ, ສາຍພົວພັນ ລາວ-ຫວຽດ, ຫວຽດນາມ-ລາວ ໄດ້ຜ່ານບັນດາ ໄລຍະປະຫວັດສາດມາຢ່າງຍາວ ນານ, ແຕ່ຮາກຖານແຫ່ງຄວາມ ສາມັກຄີ ແລະ ຄວາມໄວ້ເນື້ອ ເຊື່ອໃຈຍັງຄົງໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ, ສ້າງຮາກຖານອັນໜັກແໜ້ນໃຫ້ ແກ່ສາຍພົວພັນ ລາວ-ຫວຽດ, ຫວຽດນາມ-ລາວ ພັດທະນາຢ່າງ ໝັ້ນຄົງ, ມີປະສິດທິຜົນຕົວຈິງ ແລະ ຍືນຍົງຕະຫລອດໄປໃນຕໍ່ໜ້າ. ຂປລ. ປີ 2026 ນີ້ ເຫັນວ່າ ເສັ້ນ ທາງຫລາຍເສັ້ນ ທັງທາງຫລວງ ແຫ່ງຊາດ, ທາງລະຫວ່າງແຂວງ, ເມືອງ ແລະ ທາງເຂົ້າຫາເຂດຊົນນະ ບົດ ໄດ້ຮັບຄວາມເສຍຫາຍຢ່າງໜັກ ໜ່ວງຈາກໄພທຳມະຊາດແລະການ ນຳໃຊ້ລົດບັນທຸກນ້ຳໜັກເກີນ, ເຮັດ ໃຫ້ການສັນຈອນມີຄວາມຫຍຸ້ງຍາກ, ເກີດອຸບັດເຫດເລື້ອຍໆແລະ ເພີ່ມຕົ້ນ ທຶນການຂົນສົ່ງສິນຄ້າກະສິກຳ. ແນວໃດກໍຕາມ, ຢາກໃຫ້ລັດຖະ ບານ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ຈັດສັນງົບປະມານ ສ້ອມແປງທາງເສັ້ນຕົ້ນຕໍ ໃຫ້ສາ ມາດນຳໃຊ້ໄດ້ຢ່າງປອດໄພ ແລະ ຕິດພັນກັບການຄຸ້ມຄອງລົດບັນທຸກ ໜັກ ຕ້ອງມີມາດຕະການ ແລະ ປັບ ໃໝຢ່າງເຂັ້ມງວດຕໍ່ລົດບັນທຸກເກີນ ນ້ຳໜັກ ທີ່ເປັນສາເຫດຕົ້ນຕໍເຮັດ ໃຫ້ທາງເພ. ນອກຈາກນີ້, ສະເໜີ ໃຫ້ສຸມໃສ່ການປູຢາງ ຫລື ຫີນແຮ່ ເຂດທາງເຊື່ອມຕໍ່ຈາກເຂດຜະລິດ ເຂົ້າສູ່ຕະຫລາດ ເພື່ອຊ່ວຍໃຫ້ປະຊາ ຊົນຂົນສົ່ງພືດຜົນກະສິກຳໄດ້ສະ ດວກຕະຫລອດປີ. ສຳລັບການແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ໄລຍະໃໝ່ໃນ ສະພາບຄວາມເປັນຈິງ ເຊັ່ນ: ຄ່າ ຄອງຊີບທີ່ສູງຂຶ້ນໃນປີ 2026 ໄດ້ ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ ຊີວິດຄວາມເປັນຢູ່ຂອງປະຊາຊົນ ເຮັດໃຫ້ຄວາມສ່ຽງ ທີ່ຈະຕົກກັບຄືນ ໄປສູ່ຄວາມທຸກຍາກເພີ່ມຂຶ້ນ. ເພື່ອ ຮັບມືບັນຫາດັ່ງກ່າວ ຕ້ອງມີການ ສົ່ງເສີມອາຊີບ ແລະ ແຫລ່ງທຶນ ໂດຍໃຫ້ລັດຖະບານ ເພີ່ມທະວີການ ສົ່ງເສີມປູກຝັງ-ລ້ຽງສັດ ເປັນສິນ ຄ້າ ໂດຍການສະໜອງແນວພັນ, ເຕັກນິກ ແລະ ແຫລ່ງທຶນດອກເບ້ຍ ຕໍ່າໃຫ້ເຖິງມືປະຊາຊົນທຸກຍາກ ຢ່າງແທ້ຈິງ. ແນວໃດກໍຕາມ, ການ ແກ້ໄຂຄວາມທຸກຍາກດັ່ງກ່າວ ໃຫ້ ເລັ່ງໃສ່ເມືອງ ແລະ ບ້ານທຸກຍາກ ທີ່ຍັງບໍ່ທັນຫລຸດພົ້ນ, ໂດຍການ ສ້າງພື້ນຖານໂຄງລ່າງ (ໄຟຟ້າ, ນ້ຳສະອາດ, ໂຮງຮຽນ, ໂຮງໝໍ ນ້ອຍ) ໃຫ້ເຂົ້າເຖິງ. ຕ້ອງມີກົນໄກ ຊ່ວຍປະກັນລາຄາ ຫລື ຊອກຫາຕະ ຫລາດຮັບຊື້ຜົນຜະລິດຂອງປະຊາ ຊົນໃຫ້ມີລາຄາທີ່ຍຸຕິທຳ ເພື່ອໃຫ້ ເຂົາເຈົ້າມີລາຍຮັບທີ່ຍືນຍົງ. ດັ່ງທີ່ ທ່ານ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊ ຍະບູລີໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງລັດຖະບານໃນ ໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ໄດ້ສະເໜີຫລາຍປະເດັນສໍາຄັນໂດຍ ສະເພາະແມ່ນການຄຸ້ມຄອງ ແລະ ພັດທະນາພື້ນຖານໂຄງລ່າງ ຕິດພັນ ກັບໂຄງການລົງທຶນຂະໜາດໃຫຍ່, ການສົ່ງເສີມການຜະລິດສິນຄ້າ ພາຍໃນ, ການຄຸ້ມຄອງສະພາບ ແວດລ້ອມ ແລະ ການຮັກສາຄວາມ ສະອາດ, ລວມໄປເຖິງການປະລະ ການສຶກສາຢູ່ເຂດຊົນນະບົດເພື່ອ ຊຸກຍູ້ໃຫ້ການພັດທະນາເສດຖະກິດ- ສັງຄົມໃນຊຸມປີຕໍ່ໜ້າປະສົບຜົນສຳ ເລັດຍິ່ງຂຶ້ນ. ຕໍ່ກັບການພັດທະນາເສັ້ນທາງ ຄົມມະນາຄົມ ໃຫ້ຕິດພັນກັບລາຍ ຮັບຈາກໂຄງການໄຟຟ້າ ແລະ ບໍ່ ແຮ່, ເນື່ອງຈາກປະຊາຊົນ ແລະ ຜູ້ລົງທຶນໃນບັນດາແຂວງທີ່ມີໂຄງ ການຂຸດຄົ້ນຊັບພະຍາກອນ ແລະ ພະລັງງານ ຕ່າງຜະເຊີນກັບບັນຫາ ເສັ້ນທາງເປ່ເພ ຊຶ່ງສົ່ງຜົນກະທົບຕໍ່ ຊີວິດການເປັນຢູ່ ແລະ ເຮັດໃຫ້ຕົ້ນ ທຶນການບໍລິຫານ-ການຜະລິດຂອງ ຜູ້ລົງທຶນສູງຂຶ້ນ. ຕໍ່ກັບການສົ່ງເສີມ ການຜະລິດສິນຄ້າພາຍໃນ, ເຖິງ ວ່າຈະມີຄວາມກ້າວໜ້າແຕ່ຜູ້ຜະ ລິດພາຍໃນຍັງຜະເຊີນຄວາມຫຍຸ້ງ ຍາກຈາກການແຂ່ງຂັນກັບສິນຄ້າ ນຳເຂົ້າທີ່ຫລົບຫລີກພາສີ ແລະ ບໍ່ ຜ່ານແດນຢ່າງຖືກຕ້ອງ. ເພື່ອປົກ ປ້ອງຜູ້ລົງທຶນພາຍໃນນັ້ນ, ສະເໜີໃຫ້ ລັດຖະບານເພີ່ມເຂດກວດກາ ແລະ ດຶງເອົາພາກສ່ວນເອກະຊົນເຊັ່ນ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ເຂົ້າມາມີສ່ວນຮ່ວມກັບ ກະຊວງການເງິນ ແລະ ກະຊວງອຸດ ສາຫະກຳ ແລະ ການຄ້າ ໃນການ ກວດກາພາສີ. ຄຽງຄູ່ກັນນັ້ນ, ທ່ານ ໄດ້ສະເໜີໃຫ້ມີມາດຕະການເດັດ ຂາດໃນການຮັກສາຄວາມສະອາດ ຕາມຕົວເມືອງ ໂດຍການສ້າງຄວາມ ຮັບຜິດຊອບໃຫ້ແກ່ສັງຄົມ. ພ້ອມ ທັງສະເໜີໃຫ້ມອບສິດ ຫລື ເພີ່ມໜ້າ ທີ່ໃຫ້ເຈົ້າໜ້າທີ່ຕຳຫລວດຈະລາ ຈອນ ສາມາດດຳເນີນການປັບໄໝ ຜູ້ທີ່ຖິ້ມຂີ້ເຫຍື້ອຊະຊາຍ ຫລື ຖິ້ມ ເສດຂີ້ເຫຍື້ອຕາມຖະໜົນຫົນທາງ ແລະ ຕໍ່ໜ້າເຮືອນ. ມາດຕະການນີ້ ຈະຊ່ວຍໃຫ້ຕົວເມືອງສະອາດງາມ ຕາໃນປີ 2027 ໂດຍບໍ່ໄດ້ເສຍງົບ ປະມານລັດຖະບານເພີ່ມຕື່ມ. zq odtmq [8+ vtok7q f0v'-k;|5 j , vkp5 8= j kd;j k 18 xu 9kddko mj P;s]Y ody ofn j , c]t gma d{[k ຂປລ. ຊາວໜຸ່ມ ແລະ ເຍົາວະ ຊົນຄື ກຳລັງແຮງສຳຄັນຂອງຊາດ ແລະ ເປັນຜູ້ສືບທອດຕໍ່ພາລະກິດ ການພັດທະນາປະເທດຊາດໃນອະ ນາຄົດ.ແຕ່ໃນປັດຈຸບັນ,ປະກົດການ ທີ່ເຫັນໄດ້ເລື້ອຍໆຄື ຊາວໜຸ່ມບາງ ຄົນທີ່ມີອາຍຸຕ່ຳກວ່າ18ປີ(ຊຶ່ງຕາມ ກົດໝາຍຖືວ່າເປັນຜູ້ຍັງບໍ່ທັນນິຕິພາ ວະ) ເຂົ້າໄປທ່ຽວຫລິ້ນ, ກິນດື່ມ ເຄື່ອງມຶນເມົາ ແລະ ທ່ຽວສະຖານ ບັນເທີງເຊັ່ນ: ເທັກ-ບາ. ເລື່ອງນີ້ ບໍ່ພຽງແຕ່ເປັນບັນຫາການລະເມີດ ກົດລະບຽບເທົ່ານັ້ນ, ແຕ່ຍັງເປັນ ໄພຄຸກຄາມຂະໜາດໃຫຍ່ ທີ່ເຊາະ ເຈື່ອນອະນາຄົດຂອງພວກເຂົາເຈົ້າ ເອງ ແລະ ສັງຄົມສ່ວນລວມ. ດັ່ງ ນັ້ນ, ມື້ນີ້ ຈຶ່ງຍົກເອົາບັນຫາດັ່ງກ່າວ ນີ້ ມາໃຫ້ພວກເຮົາໄດ້ແລກປ່ຽນຄຳ ຄິດຄຳເຫັນນຳກັນຕື່ມ. ໂດຍ: ເຂົ້າາ້ຈານນ້ຳົ້ຳ ການທີ່ເຍົາວະຊົນເຂົ້າໄປໃນສະ ຖານທີ່ດັ່ງກ່າວ ມັກຈະມາພ້ອມກັບ ຄວາມສ່ຽງ ແລະ ຜົນກະທົບໃນ ຫລາຍໆດ້ານ. ໃນນັ້ນ, ຜົນກະທົບ ຕໍ່ສຸຂະພາບກາຍ ແລະ ຈິດໃຈ; ການ ບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າ ແອວກໍຮໍ ຫລື ສິ່ງເສບຕິດ ສົ່ງຜົນ ໂດຍກົງຕໍ່ພັດທະນາການຂອງສະ ໝອງ, ຄວາມຈຳ ແລະ ຄວາມ ສາມາດໃນການຄວບຄຸມອາລົມ; ເພີ່ມຄວາມສ່ຽງຕໍ່ການຕິດສິ່ງ ເສບຕິດໃນໄລຍະຍາວ ຊຶ່ງຍາກທີ່ ຈະເຊົາໄດ້. ນອກຈາກນີ້, ຍັງສົ່ງ ຜົນກະທົບດ້ານການສຶກສາ ແລະ ໂອກາດໃນຊີວິດ ໂດຍການຕິດ ການທ່ຽວຫລິ້ນກິນດື່ມ ເຮັດໃຫ້ ເວລາຮຽນຫລຸດລົງ, ຜົນການຮຽນ ຕົກຕ່ຳ, ເກີດອາການເມື່ອຍໃນຫ້ອງ ຮຽນ, ຈົນເຖິງຂັ້ນປະຖິ້ມການ ຮຽນ; ການຂາດການສຶກສາທີ່ສົມ ບູນຫລຸດໂອກາດໃນການໄດ້ຮັບ ວຽກເຮັດງານທຳທີ່ດີ ແລະ ໝັ້ນຄົງ ໃນອະນາຄົດ. ຄວາມສ່ຽງຕໍ່ພຶດຕິ ກຳແລະຄວາມປອດໄພໃນຊີວິດນັ້ນ, ໃນສະຖານທີ່ເທັກ-ບາ ມັກເປັນຈຸດ ເຕົ້າໂຮມຂອງຄວາມສ່ຽງເຊັ່ນ: ການຜິດຖຽງກັນ, ການໃຊ້ຄວາມ ຮຸນແຮງ, ອຸບັດເຫດຈາກການຂັບ ຂີ່ລົດຫລັງດື່ມເຫລົ້າ ແລະ ບັນຫາ ອາຊະຍາກຳ; ຄວາມສ່ຽງດ້ານເພດ ສຳພັນກ່ອນໄວອັນຄວນ, ການຕິດ ພະຍາດຕິດຕໍ່ ຫລື ບັນຫາການຖື ພາໃນໄວຮຽນ ຊຶ່ງເປັນການຕັດ ອະນາຄົດຂອງພວກເຂົາຢ່າງໜ້າ ເສຍດາຍ. ສ່ວນຜົນກະທົບຕໍ່ຄຸນຄ່າ ທາງສັງຄົມ ແລະ ຄອບຄົວ ສ້າງ ຄວາມເສຍຫາຍທາງຈິດໃຈໃຫ້ແຕ່ ຄອບຄົວ, ເກີດໜີ້ສິນຈາກການໃຊ້ ຈ່າຍຟຸມເຟືອຍເກີນຕົວ ແລະ ອາດ ນຳໄປສູ່ການກະທຳຜິດກົດໝາຍ ຈົນມີປະຫວັດເສຍຫາຍຕິດໂຕ. ແນວໃດກໍຕາມ, ສາເຫດທີ່ພາ ໃຫ້ເກີດບັນຫາທີ່ກ່າວມານັ້ນ, ຍ້ອນ ປັດໄຈຈາກຕົວເດັກ ມີຄວາມຢາກຮູ້ ຢາກເຫັນ, ຢາກຮຽນແບບໝູ່ຄູ່ຕ້ອງ ການ ການຍອມຮັບໃນກຸ່ມເພື່ອນ ແລະ ຂາດທັກສະໃນການປະຕິເສດ; ປັດໄຈຈາກຄອບຄົວແມ່ນຂາດການ ເອົາໃຈໃສ່, ການອົບຮົມສັ່ງສອນ ທີ່ຫ່າງເຫິນ ຫລື ບາງຄອບຄົວໃຫ້ ຄວາມຕາມໃຈຫລາຍເກີນໄປ; ປັດ ໄຈຈາກສັງຄົມ ແລະ ຜູ້ປະກອບ ການລະເມີດກົດໝາຍແລະລະບຽບ ການຂອງສະຖານບັນເທີງບາງ ແຫ່ງ ທີ່ຍັງປ່ອຍໃຫ້ເດັກອາຍຸຕ່ຳ ກວ່າ 18 ປີ ເຂົ້າໃຊ້ບໍລິການເພື່ອ ຫວັງຜົນກຳໄລ. ການທີ່ຊາວໜຸ່ມ ອາຍຸຕ່ຳກວ່າ 18 ປີ ເຂົ້າໄປທ່ຽວ ຫລິ້ນກິນດື່ມໃນເທັກ-ບາ ບໍ່ແມ່ນ ພຽງແຕ່ເລື່ອງຂອງເດັກຫລິ້ນທຳ ມະດາ, ແຕ່ມັນແມ່ນສັນຍານເຕືອນ ໄພທີ່ສະທ້ອນເຖິງຮອຍແຕກແຍກ ໃນລະບົບປ້ອງກັນທາງສັງຄົມ. ສຳລັບວິທີການແກ້ໄຂ ແມ່ນ ຕ້ອງອາໄສຄວາມຮ່ວມມືຈາກທຸກ ພາກສ່ວນ. ໃນນັ້ນ, ພາກລັດ ແລະ ເຈົ້າໜ້າທີ່ຕ້ອງເຂັ້ມງວດໃນການ ກວດກາ ແລະ ບັງຄັບໃຊ້ກົດໝາຍ ຕໍ່ສະຖານບັນເທີງທີ່ຝ່າຝືນໃຫ້ບໍລິ ການເດັກອາຍຸຕ່ຳກວ່າເກນຢ່າງ ເດັດຂາດ. ພ້ອມນີ້, ຄອບຄົວ ຫລື ພໍ່ແມ່ຜູ້ປົກຄອງຕ້ອງເພີ່ມຄວາມ ໃກ້ຊິດ, ຮັບຟັງ ແລະ ສ້າງຄວາມ ເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ລູກຫລານ ໄປພ້ອມໆກັບສະຖາບັນການສຶກສາ ແລະ ສັງຄົມ ຄວນມີກິດຈະກຳ ສ້າງສັນ ແລະ ໃຫ້ຄວາມຮູ້ກ່ຽວກັບ ຜົນຮ້າຍຂອງສິ່ງມຶນເມົາ ແລະ ສິ່ງ ເສບຕິດຢ່າງຕໍ່ເນື່ອງ. ເພາະການ ປົກປ້ອງຊາວໜຸ່ມໃນມື້ນີ້ ກໍຄືການ ສ້າງຮາກຖານທີ່ເຂັ້ມແຂງໃຫ້ກັບ ປະເທດຊາດໃນມື້ອື່ນ.

RkJQdWJsaXNoZXIy MTc3MTYxMQ==