ປະດັບຫລຽນໃຫ້ຜູ້ມີຜົນງານ ໃນບັ້ນສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ 2022

26/09/2024 16:04
Email Print 141
ຂປລ ຂປລ. ຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ ຈັດຕັ້ງພິທີປະດັບຫລຽນໄຊ, ຫລຽນກາ ແລະ ມອບໃບຍ້ອງຍໍ ໃຫ້ບັນດາສະຫາຍທີ່ມີຜົນງານ, ຄຸນງາມຄວາມດີ ໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ



ຂປລ. ຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ ຈັດຕັ້ງພິທີປະດັບຫລຽນໄຊ
, ຫລຽນກາ ແລະ ມອບໃບຍ້ອງຍໍ ໃຫ້ບັນດາສະຫາຍທີ່ມີຜົນງານ, ຄຸນງາມຄວາມດີ ໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ  ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໂອກາດສະເຫລີມສະຫລອງ ສອງວັນປະຫວັດສາດ ລາວ-ຫວຽດ ນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ກໍຄື ບັ້ນສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022.

         
ພິທີ​ດັ່ງກ່າວ​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ກັນຍາ 2024 ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະດັບຫລຽນ​ໄຊອິດສະຫລະ ຊັ້ນ
III ໃຫ້ ສະຫາຍ ລ້າຍ ຊວັນ ໂມນ ແລະ ທັງເປັນຜູ້ ຕາງໜ້າຮັບຫລຽນໄຊອິດສະຫລະ ຊັ້ນ III ໃຫ້ການນໍາ 3 ສະຫາຍ ຂອງຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ທີ່ບໍ່ໄດ້ມາຮ່ວມ. ພ້ອມ​ນີ້, ສະຫາຍ ຫງວຽນ ເຄ່ວ ເລິມ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຮ່ວມມືສາກົນ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ  ​ໄດ້ຕາງໜ້າຮັບໃບຍ້ອງຍໍ ຂອງກົມກອງ ແລະ ບຸກຄົນ ໃຫ້ຄະນະໂຄສະນາ ສຶກສາສູນກາງພັກກອມມູນິດຫວຽດ ນາມ.



ຈາກນັ້ນ
, ສະຫາຍ ລ້າຍ ຊວັນ ໂມນ ກໍ​ໄດ້ປະດັບຫລຽນໄຊເອກະລາດ ຊັ້ນ II ​ໃຫ້ ສະຫາຍ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ. ພ້ອມ​ນີ້, ຍັງ​ໄດ້ປະດັບຫລຽນໄຊເອກະລາດ ຊັ້ນ III ຈໍານວນ 3 ສະຫາຍ, ສະຫາຍ ຄໍາວິສັນ ແກ້ວສຸວັນ ອະດີດຫົວໜ້າກົມ (ຜູ້ຊ່ວຍວຽກຄະນະ ຄອສພ) ພະນັກງານບໍານານໍ ​ໄດ້ຮັບການປະດັບຫລຽນໄຊເອກະລາດ ຊັ້ນ III, ປະດັບຫລຽນໄຊມິດຕະພາບ ຈໍານວນ 12 ສະຫາຍ,  ​ແລະ ຫລຽນກາມິດຕະພາບ ຈໍານວນ 11 ສະຫາຍ.

KPL

ຂ່າວອື່ນໆ

ads
ads

Top