ຝຣັ່ງ ຜະເຊີນກັບການຂາດດຸນຄັ້ງຮ້າຍແຮງທີ່ສຸດໃນປະຫວັດສາດ

26/09/2024 22:48
Email Print 188
ຂປລ ທ່ານ ອອງຕວນ ອາຣມ໊ອງ ລັດຖະມົນຕີ ການເງິນຂອງ ຝຣັ່ງ ກ່າວວ່າ: ປັດຈຸບັນ ຝຣັ່ງ ມີການຂາດດຸນ ສາທາລະນະ ຮ້າຍແຮງທີ່ສຸດຄັ້ງໜຶ່ງ ໃນປະຫວັດສາດ ສະໄໝໃໝ່ ລວມເຖິງການຢືນຢັນວ່າ ລັດຖະບານ ພວມພິຈາລະນາ ການເກັບພາສີໃໝ່ ສຳລັບ ຄົນຮັ່ງມີ

ຂປລ.ສຳນັກ​ຂ່າວ ​ເອ​ເອຟພີ ລາຍ​ງານ​ວ່າ: ທ່ານ ອອງຕວນ ອາຣມ໊ອງ ລັດຖະມົນຕີ ການ​ເງິນ​ຂອງ ຝຣັ່ງ ກ່າວ​ວ່າ: ປັດຈຸບັນ ຝຣັ່ງ ມີ​ການ​ຂາດ​ດຸນ ສາທາລະນະ ຮ້າຍ​ແຮງ​ທີ່​ສຸດ​ຄັ້ງ​ໜຶ່ງ ​ໃນ​ປະຫວັດສາດ ສະ​ໄໝ​ໃໝ່ ລວມ​ເຖິງ​ການ​ຢືນຢັນ​ວ່າ ລັດຖະບານ ພວມ​ພິຈາລະນາ ການ​ເກັບ​ພາສີ​ໃໝ່ ສຳລັບ ຄົນ​ຮັ່ງ​ມີ ​ແລະ ທຸ​ລະ​ກິດ​ຂະໜາດ​ໃຫຍ່ ​ເພື່ອ​ເຮັດ​ໃຫ້ການ​ເງິນ ກັບ​ມາ​ເປັນ​ປົກກະຕິ. ​ໂດຍ​ຈະ​ມີ​ການ​ປຶກສາ​ຫາລື ກັບ​ຜູ້​ມີ​ບົດບາດ ​ທາງ​ເສດຖະກິດ ລວມ​ເຖິງ​ສະຫະພາບ ​ແລະ ອົງ​ກອນ ນາຍ​ຈ້າງ​ຫລາຍ​ແຫ່ງ ​ເພື່ອ​ພະຍາຍາມ ​ຫລຸດ​ການ​ໃຊ້​ຈ່າຍ ຫລາຍ​ເກີນ​ໄປ​ ຂອງ​ລັດຖະບານ.

ການ​ຂາດ​ດຸນ​ຂອງຝຣັ່ງ ຄາດ​ວ່າ​ຈະ​ສູງ​ເຖິງ  5,6% ຂອງ​ຜົນ​ຜະລິດ ​​ຂອງ​ປະ​ເ​ທດ ​ໃນ​ປີ​ນີ້ ຫລື ຫລາຍ​ກວ່າ​ນັ້ນ ຊຶ່ງ​ກວມ​ເອົາ​ເກືອບ​ສອງ​ເທົ່າ​ ຂອງ​ຂິດ​ຈຳກັດ ​ຂອງ​ສະຫະພາບ​ ເອີຣົບ(ອີ​ຢູ).

          ໂດຍ​ລັດຖະບານ​ຊຸດ​ໃໝ່ ພາຍ​ໃຕ້ ການ​ນໍາພາ​ຂອງ ທ່ານ ມິ​ເຊ​ລ ບາຣນິ​ເຢຣ ນາຍົກລັດຖະມົນຕີ ຝຣັ່ງ ຊຶ່ງ​ຕ້ອງ​ຜະ​ເຊີນ​ກັບ ​ຄວາມ​ທ້າ​ທາຍ ​ໃນ​ລັດຖະສະພາ ​ໃນ​ອີກ​ບໍ່​ເທົ່າ​ໃດ ​ເດືອນ​ຕໍ່ໜ້າ, ຊຶ່ງ​ຄະນະ​ລັດ ຖະມົນຕີ ຕ້ອງ​ພະຍາຍາມ ຈັດ​ສັນ​ງົບປະມານ​ປີ 2025 ພ້ອມ​ຂັ້ນ​ຕອນ ການ​ແກ້​ໄຂ​ການ​ເງິນ ​ສາທາລະນະ ຜ່ານ​ສະມາ​ຊິກ​ ສະພາ​ຜູ້​ແທນ ຊຶ່ງ​ແບ່ງ​ອອກ​ເປັນ 3 ຝ່າຍຫລັງ​ການ​ເລືອກ​ຕັ້ງ​ ກ່ອນ​ກຳນົດ ​ເມື່ອ​ເດືອນ​ກໍລະກົດ ​ທີ່​ຜ່ານ​ມາ.

KPL

ຂ່າວອື່ນໆ

ads
ads

Top