ຍອດຜູ້ເສຍຊີວິດຈາກອຸທົກກະໄພຄັ້ງໃຫຍ່ໃນ ມຽນມາ ເພີ່ມຂຶ້ນເປັນ 400 ກວ່າຄົນ

26/09/2024 22:49
Email Print 147
ຂປລ ກະຊວງຂ່າວສານ ມຽນມາ ລາຍງານວ່າ: ຈຳນວນຜູ້ເສຍຊີວິດ ຈາກອຸທົກກະໄພ ຄັ້ງໃຫຍ່ ຊຶ່ງເປັນຜົນມາຈາກ ອິດທິພົນຂອງພາຍຸ ຢາກິ ໃນເດືອນນີ້ ເພີ່ມຂຶ້ນຢ່າງໜ້ອຍ 419 ຄົນ ແລະ ສູນຫາຍອີກ 89 ຄົນ. ໃນຂະນະທີ່ ປະຊາຊົນ ຈຳນວນປະມານ 887.000 ຄົນ

ຂປລ.ສຳນັກ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 25 ກັນຍາ, ກະຊວງ​ຂ່າວສານ ມຽນມາ ລາຍ​ງານ​ວ່າ: ຈຳນວນ​ຜູ້​ເສຍ​ຊີວິດ ​ຈາກ​ອຸ​ທົກ​ກະ​ໄພ ​ຄັ້ງ​ໃຫຍ່ ຊຶ່ງ​ເປັນ​ຜົນ​ມາ​ຈາກ ອິດ​ທິພົນ​ຂອງ​ພາຍຸ ຢາກິ ​ໃນ​ເດືອນ​ນີ້ ​ເພີ່ມ​ຂຶ້ນ​ຢ່າງ​ໜ້ອຍ 419 ຄົນ ​ແລະ ສູນຫາຍ​ອີກ 89 ຄົນ. ​ໃນ​ຂະນະ​ທີ່ ປະຊາຊົນ​ ຈຳນວນ​ປະມານ 887.000 ຄົນ ​ໃນ​ມຽນມາ ພວມ​ຜະ​ເຊີນ​ກັບ ຄວາມ​ເດືອດຮ້ອນ ຈາກ​ອຸ​ທົກ​ກະ​ໄພ​ຄັ້ງ​ນີ້ ​ແລະ ຕ້ອງການ​ຄວາມ​ຊ່ວຍ​ເຫລືອ ດ້ານ​ມະນຸດສະທຳ ຢ່າງ​ເລັ່ງດ່ວນ.

          ໃນ​ຂະນະ​ທີ່ ທ່ານ ພລ ອະ​ມິນ ອອ່ງ ຫລ່າ​ຍ ຜູ້​ບັນຊາ​ການ ​ທະຫານ​ສູງ​ສຸດ ຂອງ​ຜູ້​ນໍາ​ລັດຖະບານ ທະຫານ​ມຽນມາ ມີ​ຄຳ​ສັ່ງ​ໃຫ້​ເຈົ້າ​ໜ້າ​ທີ່ ໜ່ວຍ​ງານ​ລັດ ຕິດ​ຕໍ່​ປະສານ​ງານ​ ກັບ​ໜ່ວຍ​ງານ ​ຕ່າງປະ​ເທດ ​ເພື່ອ​ຂໍ​ຄວາມ​ສະໜັບສະໜູນ ທັງ​ໃນ​ດ້ານ​ການ​ກູ້​ໄພ ​ແລະ ການ​ມອບ​ຄວາມ​ຊ່ວຍ​ເຫລືອ ​ໃຫ້​ແກ່​ປະຊາຊົນ ​ໃນ​ພື້ນ​ທີ່​ປະສົບ ອຸ​ທົກ​ກະ​ໄພ​ດ້ວຍ.
KPL

ຂ່າວອື່ນໆ

ads
ads

Top