ຮອງນາຍົກລັດຖະມົນຕີ ຮ່ວມກອງປະຊຸມ ອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ສປຊ

26/09/2024 12:10
Email Print 200
ຂປລ ຂປລ. ໃນວັນທີ 24 ກັນຍາ 2024 ຜ່ານ​ມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 79 ພາຍໃຕ້ຫົວຂໍ້: “ພວກເຮົາພ້ອມກັນກ້າວໄປ: ຮ່ວມກັນລົງມືປະຕິບັດວຽກງານ ເພື່ອຮັກສາສັນຕິພາບ, ການພັດທະນາເເບບຍືນຍົງ ເເລະ ກຽດສັກສີຄວາມເປັນມະນຸດ ສໍາລັບຄົນຮຸ່ນປັດຈຸບັນ ເເລະ ອະນາຄົດ” ຢູ່ ນິວຢອກ, ສ ອາເມລິກາ.

ຂປລ. ໃນວັນທີ 24 ກັນຍາ 2024 ຜ່ານ​ມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 79 ພາຍໃຕ້ຫົວຂໍ້: “ພວກເຮົາພ້ອມກັນກ້າວໄປ: ຮ່ວມກັນລົງມືປະຕິບັດວຽກງານ ເພື່ອຮັກສາສັນຕິພາບ,  ການພັດທະນາເເບບຍືນຍົງ ເເລະ ກຽດສັກສີຄວາມເປັນມະນຸດ ສໍາລັບຄົນຮຸ່ນປັດຈຸບັນ ເເລະ ອະນາຄົດ” ຢູ່ ນິວຢອກ, ສ ອາເມລິກາ.

ໃນກອງປະຊຸມ, ທ່ານ ອັນໂຕນີໂອ ກູເຕເຣັສ ເລຂາທິການໃຫຍ່ ອົງການ ສປຊ ໄດ້ກ່າວປາໄສ ໂດຍທ່ານໄດ້ຕີລາຄາວ່າ: ສະພາບຂອງໂລກປັດຈຸບັນ ບໍ່ມີຄວາມຍືນຍົງ ແລະ ພວກເຮົາບໍ່ສາມາດດຳ ເນີນແບບນີ້ຕໍ່ໄປໄດ້, ບັນດາສິ່ງທ້າທາຍທີ່ພວກເຮົາກຳລັງຜະເຊີນຢູ່ ສາມາດແກ້ໄຂໄດ້ ຖ້າຫາກກົນໄກການແກ້ໄຂບັນຫາຂອງສາກົນ ສາມາດເຮັດໜ້າທີ່ຂອງຕົນໄດ້. ພ້ອມນີ້, ຍັງເຫັນວ່າ ສິ່ງທ້າທາຍ 3 ປະ ການ ທີ່ວົງຄະນາຍາດສາກົນ ຈະຕ້ອງຮ່ວມກັນແກ້ໄຂມີ ຄື: ການບໍ່ຖືກລົງໂທດ (Impunity), ຄວາມບໍ່ສະເໝີພາບ(inequality) ເເລະ ຄວາມບໍ່ເເນ່ນອນ (Uncertainty). ຕໍ່ບັນຫາດັ່ງກ່າວ, ທ່ານເລຂາທິ ການໃຫຍ່ ອົງການ ສປຊ ໄດ້ຮຽກຮ້ອງໃຫ້ບັນດາ ປະເທດສະມາຊິກ ຈົ່ງມີຄວາມຮັບຜິດຊອບ ຕໍ່ການລະເມີດກົດໝາຍສາກົນ ເພື່ອຫລີກລ່ຽງບໍ່ໃຫ້ເກີດວິກິດການໃໝ່ ດັ່ງທີ່ກໍາລັງເກີດຂຶ້ນທີ່ ອູເເກຣນ ເເລະ ກາຊາ; ຮຽກຮ້ອງໃຫ້ຍຶດໝັ້ນ ບັນດາຫລັກການຂອງກົດບັດ ສປຊ, ເພີ່ມທະວີການຮ່ວມມືສາກົນ ເພື່ອຮັບມືກັບວິກິດ ການດ້ານມະນຸດສະທໍາ, ການແກ້ໄຂບັນຫາການ ປ່ຽນເເປງດິນຟ້າອາກາດ ເເລະ ການພັດ ທະນາດ້ານເຕັກໂນໂລຊີ ເປັນຕົ້ນເເມ່ນ ປັນຍາປະດິດ.




ໃນໂອກາດດຽວກັນ, ທ່ານ ຟິເລມອນ ຢາງ ປະທານສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 79 ກໍໄດ້ມີຄໍາເຫັນວ່າ: ການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ໃນປັດຈຸບັນ ສາມາດບັນລຸໄດ້ບໍ່ຮອດ 18% ຂອງບັນດາເປົ້າໝາຍທັງໝົດ ໃນຂະນະທີ່ຍັງເຫລືອເວລາພຽງແຕ່ 5 ປີປາຍ. ພ້ອມນັ້ນ, ວົງຄະນາຍາດສາກົນ ກຳລັງຜະເຊີນໜ້າກັບສິ່ງທ້າທາຍ ເປັນຕົ້ນ ການປ່ຽນແປງດິນຟ້າອາ ກາດ, ຂໍ້ຂັດແຍ່ງຕ່າງໆ ຢູ່ຊູດັງໃຕ້, ເຂດກາຊາ ແລະ ອິດສະຣາແອນ ເຮັດໃຫ້ມີຜູ້ເສຍຊີວິດຫລວງ ຫລາຍ ແລະ ສ້າງຄວາມເສຍຫາຍ ແລະ ຄວາມທຸກທໍລະມານ. ພ້ອມ​ນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຫັນ ປ່ຽນຈາກການລົງທຶນໃສ່ການທະຫານ ແລະ ການສະສົມອາວຸດ ໄປສຸມໃສ່ການ ສ້າງສັນຕິພາບ ແລະ ຊີວິດການເປັນຢູ່ທີ່ດີຂອງປະຊາຊົນແທນ ເພາະເຫັນວ່າ ປະຊາຊົນຫລາຍລ້ານຄົນ ຍັງຕົກຢູ່ໃນຄວາມ ທຸກຍາກ, ຖືກບັງຄັບໃຊ້ແຮງງານ ແລະ ຖືກຂູດຮີດແຮງງານໃນຮູບແບບໃໝ່. ດ້ວຍເຫດນີ້, ຈຶ່ງມີຄວາມຈຳເປັນຕ້ອງປະຕິຮູບລະບົບການເງິນສາກົນ, ຍ້ອນຫລາຍປະເທດ ກຳລັງແບກຫາບພາລະໜີ້ສິນ ເຊິ່ງຈະຕ້ອງເລືອກວ່າຈະນຳໃຊ້ ທຶນຮອນເພື່ອຊໍາລະໜີ້ ຫລື ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນຂອງຕົນ. ນອກນັ້ນ, ເຄື່ອງມືອັນສຳຄັນໜຶ່ງ ໃນການແກ້ໄຂບັນດາ ສິ່ງທ້າທາຍເຫລົ່ານັ້ນ ກໍແມ່ນການຮ່ວມມືສາກົນ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດເອກະສານ ຜົນຂອງກອງປະຊຸມສຸດຍອດວ່າດ້ວຍອະນາຄົດ ເຊິ່ງຈະຊ່ວຍສ້າງ ຄວາມເຂັ້ມແຂງໃຫ້ແກ່ ບັນດາສະຖາບັນຫລາຍຝ່າຍ ເພື່ອສ້າງໂລກທີ່ຫັນປ່ຽນຢ່າງໄວ ວາ ພ້ອມທັງຮັບປະກັນວ່າ ຈະບໍ່ມີຜູ້ໃດ, ບຸກຄົນໃດ, ຊຸມຊົນໃດ ຖືກປະປ່ອຍໄວ້ທາງຫລັງ.

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ຢີວານ ກິລ ພິນໂຕ (Yvan Gil Pinto) ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ເວເນຊູເອລາ ເເລະ ທ່ານ ມູຣັດເບັກ ອາຊິມບາກຽບ (Muratbek Azymbakiev) ຜູ້ຕາງໜ້າພິເສດ ຂອງປະທານາທິບໍດີ ກຽກກິດສະຖານ ເພື່ອປຶກສາຫາລືກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ ແລະ ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ເເລະ ສາກົນ ທີ່ ສອງຝ່າຍມີຄວາມສົນໃຈຮ່ວມກັນ ລວມທັງທິດທາງການຮ່ວມມືໃນຕໍ່ໜ້າ. ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມງານສະ ເຫລີມສະຫລອງການເຂົ້າເປັນສະມາຊິກ ອົງການ ສປຊ ຄົບຮອບ 40 ປີ ຂອງປະເທດບຣູໄນ ດາຣູຊາລາມ ໂດຍການເປັນເຈົ້າພາບຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ເເຫ່ງ ບຣູໄນ.




ກອງປະຊຸມອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 79 ຈະສືບຕໍ່ດຳເນີນໄປຈົນເຖິງວັນທີ 30 ກັນຍາ 2024. ສຳລັບ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີແຜນຈະຂຶ້ນກ່າວປາໄສ ໃນວັນທີ 27 ກັນຍາ 2024.

ນອກຈາກນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າ ສປປ ລາວ ເປັນປະທານຮ່ວມກັບ ສາທາລະນະລັດ ໂດມິນີກັນ ໃນກອງປະຊຸມລັດຖະມົນຕີ ຕ່າງປະເທດສາມຝ່າຍ ເວທີປຶກສາຫາລື ຂອບການຮ່ວມມື ລະຫວ່າງ ອາຊີຕາເວັນອອກ ເເລະ ອາເມລິ ກາລາຕິນ ຄັ້ງທີ 6 (The 6th FEALAC Troika) ເຊິ່ງໄດ້ທົບທວນຄືນ ຄວາມຄືບໜ້າ ການຈັດຕັ້ງປະຕິບັດ ບັນດາໜ້າວຽກ ແລະ ກິດຈະກຳ ຂອງປະເທດສະມາຊິກ ລວມທັງການຄັດເລືອກປະເທດປະສານງານ ພາກພື້ນຕໍ່ຈາກ ສປປ ລາວ ແລະ ສ ໂດມິນິກັນ. ພ້ອມນີ້, ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບ ສະຖານະຂອງກອງທຶນ FEALAC Trust Fund ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

ads
ads

Top