ກວດກາເນື້ອໃນຮອບດ້ານຮ່າງກົດໝາຍການດຳເນີນຄະດີແພ່ງ

25/09/2024 19:53
Email Print 243
ຂປລ ຂປລ. ກອງປະຊຸມກວດກາເນື້ອໃນຮອບດ້ານຂອງ ຮ່າງກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ (ສະບັບປັບປຸງ) ຈັດ​ຂຶ້ນ​ໃນວັນທີ 25-26 ກັນຍາ 2024 ທີ່ແຂວງວຽງຈັນ




ຂປລ. ກອງປະຊຸມກວດກາເນື້ອໃນຮອບດ້ານຂອງ ຮ່າງກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ (ສະບັບປັບປຸງ) ຈັດ​ຂຶ້ນ​ໃນວັນທີ
25-26 ກັນຍາ 2024 ທີ່ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ພູທອນ ວໍລະເພັດ ຮອງປະທານກຳມາທິການກົດໝາຍ, ຮອງປະທານກຳມາທິການຍຸຕິທຳ, ຮອງລັດຖະມົນຕີ ກະຊວງຍຸຕິທຳ, ຮອງຫົວໜ້າຫ້ອງວ່າການ ສຳນັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທີ່ປຶກສາທາງດ້ານກົດໝາຍ ຂອງຄະນະປະຈໍາສະພາແຫ່ງຊາດ, ຄະນະຮັບຜິດຊອບປັບປຸງກົດໝາຍສະບັບນີ້ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງ​ປະຊຸມ ​ໄດ້​ຮັບ​ຟັງ​ການສະເໜີ ໂດຍຫຍໍ້ກ່ຽວກັບເຫດຜົນ ແລະ ຄວາມຈຳເປັນຂອງ ການປັບປຸງຮ່າງກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ (ສະບັບປັບປຸງ) ​ແລະ ເນື້ອໃນຮ່າງກົດໝາຍ ດັ່ງ ກ່າວ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ຍົກສູງ ຄວາມຮັບຜິດຊອບ ແລະ ເປັນເຈົ້າການຄົ້ນຄວ້າ, ປະກອບ ຄໍາເຫັນ ເພື່ອເຮັດໃຫ້ກົດໝາຍ ສະບັບນີ້ມີຄວາມຈະແຈ້ງ, ຮັດກຸມ ແລະ ແທດເໝາະກັບສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ໃນປັດຈຸບັນ; ເປັນເຄື່ອງມືທີ່ໜັກແໜ້ນໃຫ້ແກ່ສານປະຊາຊົນ ໃນການແກ້ໄຂຂໍ້ຂັດແຍ່ງ ຫລື ການຮ້ອງຂໍທາງແພ່ງ, ການຄ້າ, ຄອບຄົວ, ເດັກ ແລະ ແຮງງານ ໃຫ້ຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງກັບກົດໝາຍ ແລະ ມີຄວາມຍຸຕິທຳ ແນໃສ່ປົກປັກຮັກສາລະ ບອບເສດຖະກິດ-ສັງຄົມ, ປົກປ້ອງກຳມະສິດຂອງລັດ, ລວມໝູ່, ອົງການຈັດຕັ້ງ, ວິສາຫະກິດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄູ່ຄວາມ; ເພີ່ມທະວີນິຕິທຳ, ຈຳກັດ ແລະ ສະກັດກັ້ນການລະ ເມີດກົດໝາຍ, ສຶກສາອົບຮົມສະຕິເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ ເຊິ່ງເປັນການປະຕິ ບັດນະໂຍບາຍການຄຸ້ມຄອງລັດ ແລະ ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍເທື່ອລະກ້າວ.

ກອງປະຊຸມຄັ້ງນີ້, ໄດ້ຮັບການສະໜັບສະໜູນຊ່ວຍເຫລືອ ທາງດ້ານງົບປະມານ ຈາກໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫລື ສະເຕັບສ໌ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫລ່ງທຶນ ຊ່ວຍເຫລືອລ້າໃຫ້ແກ່ສະພາແຫ່ງຊາດ.

ຂ່າວ: ສພຊ

KPL

ຂ່າວອື່ນໆ

ads
ads

Top