ທ່ານ ສີ ຈິ້ນຜິງ ເປັນປະທານກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນ

26/09/2024 23:12
Email Print 129
ຂປລ ກົມການເມືອງ ສູນກາງພັກກອມມູນິດຈີນ ໄດ້ຈັດກອງປະຊຸມ, ເພື່ອວິເຄາະ ແລະ ຄົ້ນຄວ້າ ສະພາບການເສດຖະກິດ ໃນປັດຈຸບັນ, ຈັດວາງວຽກງານເສດຖະກິດໃນບາດກ້າວຕໍ່ໄປ. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ເປັນປະທານກອງປະຊຸມຄັ້ງນີ້

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ,ວັນທີ 26 ກັນຍານີ້ ຢູ່ນະຄອນຫລວງປັກກິ່ງ, ກົມການເມືອງ ສູນກາງພັກກອມມູນິດຈີນ ໄດ້ຈັດກອງປະຊຸມ, ເພື່ອວິເຄາະ ແລະ ຄົ້ນຄວ້າ ສະພາບການເສດຖະກິດ ໃນປັດຈຸບັນ, ຈັດວາງວຽກງານເສດຖະກິດໃນບາດກ້າວຕໍ່ໄປ. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ເປັນປະທານກອງປະຊຸມຄັ້ງນີ້.ໃນກອງປະຊຸມ ໄດ້ເນັ້ນໜັກວ່າ: ຈະເພີ່ມທະວີການ ປັບປຸງນະໂຍບາຍການເງິນ ແລະ ເງິນຕາ, ປັບປຸງນະໂຍບາຍຈຳກັດ ການຊື້ເຮືອນຢູ່; ຫລຸດຜ່ອນອັດຕາກູ້ຢືມເງິນຊື້ເຮືອນ, ພະຍາຍາມພັດທະນາຕະຫລາດທຶນ, ຊຸກຍູ້ການປະຕິຮູບກອງທຶນສາທາລະນະຢ່າງໝັ້ນທ່ຽງ, ຄົ້ນຄວ້າ ແລະ ວາງມາດຕະການ ແລະ ນະໂຍບາຍ ທີ່ປົກປ້ອງນັກລົງທຶນ ຂະໜາດກາງ ແລະ ນ້ອຍ. ສ້າງກົດໝາຍວ່າດ້ວຍການສົ່ງເສີມ ເສດຖະກິດ ເອກະຊົນ, ຖືເອົາການຊຸກຍູ້ ການບໍລິໂພກປະສານສົມທົບກັບ ການສ້າງຜົນປະໂຫຍດ ໃຫ້ແກ່ ຊີວິດການເປັນຢູ່ ຂອງປະຊາຊົນ, ເຮັດໃຫ້ກຸ່ມຄົນ ທີ່ມີລາຍຮັບປານກາງ ແລະ ຕ່ຳມີລາຍຮັບເພີ່ມຂຶ້ນ, ເຮັດວຽກການຜະລິດ ສະບຽງອາຫານ ແລະ ກະສິກຳ ໃຫ້ດີຢ່າງແທ້ຈິງ, ຮັບປະກັນຄວາມໝັ້ນຄົງ ດ້ານສະບຽງ ອາຫານຂອງປະເທດ./.

KPL

ຂ່າວອື່ນໆ

ads
ads

Top