ໄທ ຊຸກຍູ້ການແກ້ໄຂບັນຫາໃນມຽນມາ

21/09/2024 19:31
Email Print 127
ຂປລ ທ່ານ ມະຣິດ ຊາງຢຳວົງສາ ລັດຖະມົນຕີ ການຕ່າງປະເທດ ໄທ ຈະເປັນເຈົ້າພາບ ຈັດກອງປະຊຸມ ອາຊຽນ ຈອຍກາ ເປີດກ້ວາງ (ASEAN Troika Plus) ໃນທ້າຍປີນີ້ ເພື່ອຊອກຫາ ມາດຕະການ ຊ່ວຍແກ້ໄຂ ວິກິດການຢູ່ ມຽນມາ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້,  ທ່ານ ມະຣິດ ຊາງຢຳວົງສາ ລັດຖະມົນຕີ ການຕ່າງປະເທດ ໄທ ຈະເປັນເຈົ້າພາບ ຈັດກອງປະຊຸມ ອາຊຽນ ຈອຍກາ ເປີດກ້ວາງ (ASEAN Troika Plus) ໃນທ້າຍປີນີ້ ເພື່ອຊອກຫາ ມາດຕະການ ຊ່ວຍແກ້ໄຂ ວິກິດການຢູ່ ມຽນມາ. ອາຊຽນ ຈອຍກາ ແມ່ນກົນໄກ ໃຫ້ຄຳປຶກສາ ຫາລືຂອງ ອາຊຽນ ເພື່ອແນໃສ່ ແກ້ໄຂວິກິດການ ມຽນມາ ລວມມີ ທ່ານ ລັດຖະມົນຕີ ການຕ່າງປະເທດ ຂອງບັນດາ ປະເທດ ປະທານ ອາຊຽນ ກ່ອນນີ້, ປະຈຸບັນ ແລະ ອະນາຄົດຄື: ອິນໂດເນເຊຍ, ສປປ ລາວ ແລະ ມາເລເຊຍ. ກົນໄກ ອາຊຽນ ຈອຍກາ ເປີດກ້ວາງ ຈະຈັດ ການປະຊຸມກັບ ບັນດາປະເທດ ສະມາຊິກ ອາຊຽນອື່ນ ທີ່ມີຄວາມສົນໃຈ ເຖິງບັນຫານີ້. ທີ່ການປະຊຸມນີ້, ໄທ ຈະຊຸກຍູ້ 2 ບັນຫາ ຕົ້ນຕໍຄື: ສັນຕິພາບຮອບດ້ານ ໃຫ້ແກ່ ມຽນມາ ແລະ ຈາກນັ້ນ ປະກອບສ່ວນຮັບປະກັນການເຄື່ອນໄຫວ ເສດຖະກິດ, ການຄ້າ ເປັນປົກກະຕິ ຢູ່ເຂດຊາຍແດນ ໄທ-ມຽນມາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top