ປະເມີນຜົນການປະຕິບັດກົດໝາຍ 2 ສະບັບ

23/09/2024 17:23
Email Print 2392
ຂປລ ຂປລ. ​ເມກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການສຶກສາ ແລະ ກົດໝາຍວ່າດ້ວຍປ້າຍ ຈັດຂຶ້ນໃນທ້າຍ​ອາທິດ​ຜ່ານ​ມາ ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ບັນດາຜູ້ຕາງໜ້າຈາກກຳມາທິການຂອງ ສພຊ ແລະ ພະນັກງານ-ລັດຖະກອນ ຈາກພາກສ່ວນທີ່ກ່ຽວຂ້ອງ ​ເຂົ້າ​ຮ່ວມ.



ຂປລ. ​ເມກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການສຶກສາ ແລະ ກົດໝາຍວ່າດ້ວຍປ້າຍ ຈັດຂຶ້ນໃນທ້າຍ​ອາທິດ​ຜ່ານ​ມາ ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ບັນດາຜູ້ຕາງໜ້າຈາກກຳມາທິການຂອງ ສພຊ ແລະ ພະນັກງານ-ລັດຖະກອນ ຈາກພາກສ່ວນທີ່ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ກົດໝາຍວ່າດ້ວຍການສຶກສາ ສະບັບປັດຈຸບັນ ​ໄດ້ປະກາດໃຊ້ ແລະ ຈັດຕັ້ງປະຕິບັດເປັນໄລຍະເວລາ 9 ປີກວ່າ, ຜ່ານການຈັດຕັ້ງປະຕິບັດ ເຫັນວ່າກະຊວງສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ຕິດຕາມກວດກາ ແລະ ຊຸກຍູ້ໃຫ້ທຸກພາກສ່ວນຂອງສັງຄົມ, ຜູ້ບໍລິຫານການສຶກສາ, ຄູ ແລະ ພະນັກງານບໍລິຫານຂອງ ຖານການສຶກສາທັງພາກລັດ ແລະ ເອກະຊົນ ເອົາໃຈໃສ່ຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການທີ່ກໍານົດໄວ້, ພ້ອມທັງໄດ້ອອກນິຕິກຳໃຕ້ ກົດໝາຍຈຳນວນໜຶ່ງ ເພື່ອເຮັດໃຫ້ການຄຸ້ມຄອງວຽກງານ ການສຶກສາມີປະສິດທິພາບ, ປະສິດທິຜົນ. ເຖິງຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຍັງມີຄວາມຫຍຸ້ງຍາກ ແລະ ພົບກັບຫລາຍບັນຫາ ເປັນຕົ້ນ ການຈັດຕັ້ງປະຕິບັດນະໂຍບາຍ ຖືເອົາການສຶກສາພາກບັງຄັບ ເປັນການສຶກສາບໍ່ໄດ້ເສຍຄ່າ ໃນສະຖານການສຶກສາຂອງລັດ, ການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ມີໂຮງຮຽນຈໍານວນໜຶ່ງ ໄດ້ເກັບເງິນນໍານັກຮຽນ ເພື່ອຮັບໃຊ້ວຽກງານບໍລິຫານໂຮງຮຽນ ແລະ ນໍາໃຊ້ເຂົ້າໃນການຮຽນ-ການສອນ; ສິດໄດ້ຮັບການສົ່ງເສີມສຸຂະພາບ ແລະ ການປິ່ນປົວຂັ້ນພື້ນຖານ ໂດຍບໍ່ເສຍຄ່າສໍາລັບ ການສຶກສາພາກບັງຄັບ, ພາກປະບັດຕົວຈິງ ຍັງປະຕິບັດບໍ່ໄດ້ຢ່າງທົ່ວເຖິງ; ອັດຕາການປະລະຂອງຄູ ແລະ ນັກຮຽນ ຂອງການສຶກສາພາກບັງຄັບ ເຫັນວ່າເພີ່ມຂຶ້ນທຸກໆປີ ເມື່ອສົມທຽບໃສ່ໄລຍະປີ 2017 ເຊິ່ງສາເຫດມາຈາກສະພາບເສດຖະກິດ, ຄວາມຮັບຜິດຊອບຂອງຄອບຄົວ ແລະ ສັງຄົມ; ການລົງໂຄສະນາເຜີຍແຜ່ ກົດໝາຍຍັງມີຂີດຈໍາກັດ; ງົບປະມານແຫ່ງລັດທີ່ກໍານົດ ໃຫ້ຂະແໜງສຶກສາທິການ ແລະ ກິລາ ບັນລຸ 18%ຂຶ້ນໄປ, ເຫັນວ່າການຈັດຕັ້ງປະຕິບັດຕົວຈິງ ຍັງບໍ່ທັນບັນລຸຕາມຄາດໝາຍທີ່ວາງໄວ້; ອາຄານໂຮງຮຽນ ແລະ ຫໍພັກຂອງສະຖານການສຶກສາຈໍານວນໜຶ່ງ ຍັງບໍ່ພຽງພໍ ແລະ ຫໍພັກບາງໂຮງຮຽນແມ່ນສ້າງຂຶ້ນຊໍາຊາບໍ່ຮັບປະກັນຄວາມປອດໄພໃຫ້ແກ່ນັກຮຽນ.



ສ່ວນ ກົດໝາຍວ່າດ້ວຍປ້າຍປະກາດໃຊ້ ແລະ ຈັດຕັ້ງປະຕິບັດເປັນໄລຍະເວລາ 6 ປີກວ່າ, ຜ່ານການຈັດຕັ້ງປະຕິບັດເຫັນວ່າ ກະຊວງ ຖວທ ໄດ້ເອົາໃຈໃສ່ຕິດຕາມກວດກາ ແລະ ຜັນຂະຫຍາຍອອກເປັນນິຕິກຳ ໃຕ້ກົດໝາຍຈຳນວນໜຶ່ງ ເພື່ອເຮັດໃຫ້ການຄຸ້ມຄອງວຽກງານປ້າຍ ມີປະສິດທິພາບ, ປະສິດທິຜົນ, ເຖິງແນວໃດກໍຕາມ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ກໍຍັງເຫັນວ່າມີຄວາມຫຍຸ້ງຍາກ ແລະ ພົບກັບຫລາຍບັນຫາ ເປັນຕົ້ນ ຜູ້ປະກອບການຈຳນວນໜຶ່ງ ຍັງບໍ່ຮັບຮູ້ ແລະ ເຂົ້າໃຈຕໍ່ເນື້ອໃນກົດໝາຍ ໂດຍສະເພາະ ການດຳເນີນທຸລະກິດກ່ຽວກັບປ້າຍ, ການເກັບຄ່າທຳນຽມ ແລະ ຄ່າບໍລິການປ້າຍ ຍັງບໍ່ທັນໄດ້ກຳນົດຈະແຈ້ງ ແລະ ເປັນເອກະພາບກັນ, ງົບປະມານ ແລະ ອຸປະກອນຮັບໃຊ້ໃນການປະຕິບັດໜ້າທີ່ວຽກງານ ໃນການລົງໂຄສະນາເຜີຍແຜ່ກົດໝາຍ ຍັງມີຈໍາກັດ ແລະ ບັນຫາອື່ນໆ.

ທ່ານ ຄໍາໃບ ດໍາລັດ ມີ​ຄຳ​ເຫັນວ່າ: ຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກລົງໃຫ້ຄະນະຮັບຜິດຊອບ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຈັດກອງປະຊຸມຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອຮັບຟັງການລາຍງານ ຜົນການປະເມີນຜົນການຈັດຕັ້ງປະຕິບັດ 2 ກົດໝາຍ​ດັ່ງກ່າວ​ ໃນໄລຍະຜ່ານມາ ເພື່ອເປັນການສະຫລຸບ, ຖອດຖອນບົດຮຽນ ໃຫ້ແກ່ການຈັດຕັ້ງປະຕິບັດ ໂດຍຍົກໃຫ້ເຫັນດ້ານຕັ້ງໜ້າ, ດ້ານຄົງຄ້າງ, ສາເຫດທີ່ພາໃຫ້ມີຜົນກະທົບຕໍ່ການຈັດຕັ້ງປະຕິບັດ ເພື່ອຍົກສູງຄຸນນະພາບ ຂອງການຈັດຕັ້ງປະຕິບັດກົດໝາຍ, ເຮັດໃຫ້ສະຕິເຄົາລົບກົດໝາຍ ທົ່ວສັງຄົມສູງຂຶ້ນເທື່ອລະກ້າວ. ພ້ອມນີ້, ກໍໃຫ້ເຫັນໄດ້ບັນຫາທີ່ພາໃຫ້ມີດ້ານອ່ອນ, ຂໍ້ຄົງຄ້າງ, ສິ່ງທ້າທາຍ, ສາເຫດທີ່ພາໃຫ້ມີດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສະເໜີທິດທາງປັບປຸງ ແກ້ໄຂກົດໝາຍ 2 ສະບັບນີ້ໃນຕໍ່ໜ້າ ເຊິ່ງທັງໝົດນີ້, ຄະນະຮັບຜິດຊອບຈະໄດ້ນໍາໄປຄົ້ນຄວ້າ, ວິເຄາະ, ວິໄຈ  ແລະ ສະຫລຸບລາຍງານ ຜົນຂອງການຕິດຕາມກວດກາ ການປະເມີນການຈັດຕັ້ງປະຕິບັດ ກົດໝາຍໃນຄັ້ງນີ້ ເພື່ອນຳເອົາໄປລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ.

​ໂອກາດ​ນີ້, ​ ຜູ້ເຂົ້າ​ຮ່ວມ​ໄດ້ພ້ອມກັນ​ຄົ້ນຄວ້າ ແລະ ປະກອບ​ຄຳຄິດ​ຄຳ​ເຫັນຢ່າງ​ກົງ​ໄປກົງ​ມາ, ມີ​ລັກສະນະ​ສ້າງສັນ ເພື່ອຊອກ​ໃຫ້​ເຫັນ​ໄດ້​ດ້ານ​ດີ, ຜົນງານ, ຂໍ້ຄົງ​ຄ້າງ, ສາ​ເຫດ ​ແລະ ວິທີ​ແກ້​ໄຂ​ໃນ​ຕໍ່ໜ້າ ເພື່ອໃຫ້ກະຊວງທີ່ກ່ຽວຂ້ອງ ນຳໄປຄົ້ນຄວ້າພິຈາລະນາປັບປຸງ ເພື່ອກະກຽມລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ທີ່ຈະໄຂຂຶ້ນໃນທ້າຍປີນີ້.

ຂ່າວ: ສອນສັກ ວັນວິໄຊ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top