ສາຍການບິນຫວຽດເຈັດ ຫລຸດຄ່າໂດຍສານ 50% ສໍາລັບຖ້ຽວບິນທົ່ວພາກພື້ນອາຊີ-ປາຊີຟິກ

23/09/2024 15:36
Email Print 12817
ຂປລ ໃນໄລຍະນີ້ນັກທ່ອງທ່ຽວສາມາດວາງແຜນການເດີນທາງທີ່ໜ້າຕື່ນເຕັ້ນໄດ້ແລ້ວ ເນື່ອງຈາກ ສາຍການບິນຫວຽດເຈັດ (VietJet) ໄດ້ອອກໂປຣໂມຊັນປີ້ຍົນລະດັບ Deluxeໂດຍມອບສ່ວນຫລຸດສູງສຸດເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນທຸກຖ້ຽວບິນທັງໝົດຂອງ VietJet.

ຂປລ.ໃນໄລຍະນີ້ນັກທ່ອງທ່ຽວສາມາດວາງແຜນການເດີນທາງທີ່ໜ້າຕື່ນເຕັ້ນຄັ້ງໃໝ່ໄດ້ແລ້ວ ເນື່ອງຈາກ ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດໂປຣໂມຊັນສຳລັບປີ້ Deluxe ດ້ວຍສ່ວນຫລຸດສູງສຸດ 50% ໃນຖ້ຽວບິນທັງໝົດຂອງ Vietjetເຊິ່ງລວມມີນະຄອນຫລວງວຽງຈັນ ແລະ ຫລາຍໆຈຸດໝາຍປາຍທາງໃນອາຊີ-ປາຊີຟິກ. ທ່ານສາມາດເລີ່ມຈອງປີ້ ແລະເດີນທາງໄດ້ຕັ້ງແຕ່ມື້ນີ້ຈົນຮອດວັນທີ 20 ພະຈິກ 2024.

         ໂປຣໂມຊັນປີ້ Deluxe, ສຸດຄຸ້ມລາຄາເລີ່ມຕົ້ນພຽງແຕ່ 50 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ກັບແພັກເກັດ 3 in 1 ພິເສດລວມທັງກະເປົາເຊັກອິນນໍ້າໜັກ 20 ກິໂລ, ເລືອກບ່ອນນັ່ງຟຣີ ແລະ ປ່ຽນຖ້ຽວບິນໄດ້ຟຣີອີກດ້ວຍ (ເປັນໄປຕາມຂໍ້ກຳນົດແລະເງື່ອນໄຂ) ພິເສດສຳລັບຜູ້ໂດຍສານ Deluxe ທີ່ເດີນທາງຈາກຫວຽດນາມໄປ Melbourne, Sydney ແລະ Brisbane: ສາມາດເພີດເພີນໄປກັບກະເປົາເຊັກອິນນໍ້າໜັກ 40 ກິໂລ, ກະເປົາຖືຂຶ້ນເຄື່ອງ 10 ກິໂລ ແລະ ມີອາຫານເຄື່ອງດື່ມຢູ່ເທິງຍົນ. (ເປັນໄປຂໍ້ກຳນົດ ແລະ ເງື່ອນໄຂ) ທ່ານສາມາດຈອງປີ້ໃນມື້ນີ້ທີ່  www.vietjetair.com ແອັບVietjet Air ຫຼືຫ້ອງການຂາຍທົ່ວໂລກ.

         ສາຍການບິນ Vietjet ຍັງສືບຕໍ່ຂະຫຍາຍເສັ້ນທາງການບິນຢ່າງຕໍ່ເນື່ອງ. ເມື່ອບໍ່ດົນມານີ້, ​Vietjet ໄດ້ເປີດຖ້ຽວບິນເຊື່ອມຕໍ່ລະຫວ່າງ​​ດານັງ (ຫວຽດນາມ) ​ແລະ Ahmedabad (ອິນເດຍ), ພ້ອມກັບ​​ຂະຫຍາຍເຄືອຂ່າຍການບິນໄປຍັງບັນດາເມືອງສຳຄັນຂອງອາຊີຕາເວັນອອກສຽງເໜືອເຊັ່ນ: Busan, Nagoya, Hong Kong, Taipei, Taichung ​ແລະ Kaohsiung ເພື່ອຮອງຮັບເທດສະການປີໃໝ່.

         ສຳລັບນັກທ່ອງທ່ຽວຊາວລາວ, Vietjet ຍັງສືບຕໍ່ໃຫ້ບໍລິການ 4 ຖ້ຽວບິນຕໍ່ອາທິດ ລະຫວ່າງ ນະຄອນຫລວງວຽງຈັນແລະ ນະຄອນໂຮ່ຈີ່ມິງ ໃນວັນທຸກວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເຊິ່ງຈະເຮັດໃຫ້ນັກທ່ອງທ່ຽວມີໂອກາດໄດ້ສຳຜັດກັບນະຄອນໃຫຍ່ທີ່ສຸດຂອງຫວຽດນາມ ອີກທັງຍັງສາມາດເຊື່ອມຕໍ່ກັບບັນດາຈຸດໝາຍປາຍທາງອື່ນໆໃນທົ່ວໂລກຢ່າງສະດວກສະບາຍ ຜ່ານເຄືອຂ່າຍການບິນທີ່ກວ້າງຂວາງຂອງ Vietjet.





KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top