ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຊີ້ນໍາການສະແດງ ຊ້ອມຮົບຮ່ວມ ລາວ-ຣັດເຊຍ

25/09/2024 20:08
Email Print 304
ຂປລ ຂປລ. ວັນທີ 25 ກັນຍາ 2024 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນຳການຊ້ອມຮົບຮ່ວມ ລາວ-ຣັດເຊຍ( LAROS-2024) ພ້ອມດ້ວຍຄະນະຊີ້ນຳຝ່າຍກອງທັບສະຫະພັນຣັດເຊຍ ໄດ້ເຄື່ອນໄຫວຊີ້ນຳ ແລະ ສັງເກດການສະແດງຊ້ອມຮົບຮ່ວມ ລາວ-ຣັດ​ເຊຍ ຢູ່ສະໜາມຫັດແອບປະສານເຫລົ່າ 249 ເຊຍເຣີເກເປ້ຍ ແຂວງ ປຣີມໍຣສະກີໂກບ ປະເທດຣັດເຊຍ.



ຂປລ.  ວັນທີ
25 ກັນຍາ 2024 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນຳການຊ້ອມຮົບຮ່ວມ ລາວ-ຣັດເຊຍ( LAROS-2024)  ພ້ອມດ້ວຍຄະນະຊີ້ນຳຝ່າຍກອງທັບສະຫະພັນຣັດເຊຍ ໄດ້ເຄື່ອນໄຫວຊີ້ນຳ ແລະ ສັງເກດການສະແດງຊ້ອມ ຮົບຮ່ວມ ລາວ-ຣັດ​ເຊຍ ຢູ່ສະໜາມຫັດແອບປະສານເຫລົ່າ 249 ເຊຍເຣີເກເປ້ຍ ແຂວງ ປຣີມໍຣສະກີໂກບ ປະເທດຣັດເຊຍ.



ການຊ້ອມຮົບຮ່ວມລາວ-ຣັດເຊຍ ໃນຄັ້ງນີ້, ດໍາເນີນພາຍໃຕ້ຫົວຂໍ້
ກະກຽມ ແລະ ດໍາເນີນການສູ້ຮົບຮ່ວມ ເພື່ອດັບສູນ ກຸ່ມຕິດອາວຸດຜິດກົດໝາຍ ໃນກໍລະນີທີ່ສັດຕູນໍາໃຊ້ຍົນ ບໍ່ມີຄົນຂັບແບບສືບຂ່າວ ແລະ ຍົນບໍ່ມີຄົນຂັບແບບໂຈມຕີໂດຍແບ່ງເນື້ອໃນອອກເປັນ 2 ພາກຄື: ຈັດຕັ້ງຝຶກອົບຮົມແລກປ່ຽນບົດຮຽນ ຈາກປະຕິບັດການພິເສດ ແລະ ປະຕິບັດຊ້ອມຮົບຮ່ວມຕົວຈິງ.

ພາຍຫລັງຕິດຕາມການຊ້ອມຮົບຮ່ວມ, ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບທຸກພາກ ສ່ວນທີ່ໄດ້ຕັ້ງໜ້າສຸມໃສ່ ການອົບຮົມ-ຫັດແອບເປັນສໍາຄັນ, ພ້ອມກັນອົດທົນຜ່ານຜ່າ ຂໍ້ຫຍຸ້ງຍາກທຸກປະການ ເຮັດໃຫ້ການຫັດ ແອບຝຶກຊ້ອມຄັ້ງນີ້ ສໍາເລັດຕາມແຜນການທີ່ວາງໄວ້. ພ້ອມນີ້, ສະຫາຍ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຍັງຮຽກຮ້ອງໃຫ້ແຕ່ລະພາກສ່ວນ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນທີ່ໄດ້ຮັບມອບໝາຍ ແລະ ມີຄວາມມານະອົດທົນ, ກະຕືລືລົ້ນປະກອບສ່ວນເຂົ້າໃນການຊ້ອມຮົບ, ພ້ອມທັງຖອດຖອນບົດຮຽນນໍາກອງທັບສະຫະພັນ ຣັດເຊຍ ທາງດ້ານສິລະປະຍຸດ-ຍຸດທະວິທີ, ການບຸກຕີຊ່ວຍເຫລືອເອົາຕົວປະກັນ ແລະ ການນໍາໃຊ້ພາຫະນະ-ອາວຸດທີ່ທັນສະໄໝ ເພື່ອມາປັບປຸງເຫລົ່າຮົບຂອງຕົນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ທັນສະໄໝ.

ຂ່າວ: ຈິດ ເພັດພູທອງ

KPL

ຂ່າວອື່ນໆ

ads
ads

Top