ເກີດໄພນ້ຳຖ້ວມຢູ່ຫລາຍແຫ່ງໃນກຳປູເຈຍ

26/09/2024 23:28
Email Print 110
ຂປລ ຍ້ອນໄດ້ຮັບຜົນກະທົບ ຈາກລົມພາຍຸ ແລະ ຝົນຕົກ ໜັກຢ່າງຕໍ່ເນື່ອງ, ນັບແຕ່ຕົ້ນເດືອນກັນຍານີ້ມາ, ຫລາຍແຫ່ງຂອງກຳປູເຈຍ ໄດ້ເກີດໄພນ້ຳຖ້ວມ, ເຮືອນ ແລະ ເນື່ອທີ່ນາຈຳນວນຫລວງຫລາຍ ຖືກນ້ຳຖ້ວມ ເສຍຫາຍ, ສ້າງຜົນກະທົບຢ່າງໜັກໜ່ວງ ຕໍ່ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.

ຂປລ.ວິທະຍຸ ສາກົນ ແຫ່ງສປຈີນ,ວັນທີ26ກັນຍານີ້,ຍ້ອນໄດ້ຮັບຜົນກະທົບ ຈາກລົມພາຍຸ ແລະ ຝົນຕົກ ໜັກຢ່າງຕໍ່ເນື່ອງ, ນັບແຕ່ຕົ້ນເດືອນກັນຍານີ້ມາ, ຫລາຍແຫ່ງຂອງກຳປູເຈຍ ໄດ້ເກີດໄພນ້ຳຖ້ວມ, ເຮືອນ ແລະ ເນື່ອທີ່ນາຈຳນວນຫລວງຫລາຍ ຖືກນ້ຳຖ້ວມ ເສຍຫາຍ, ສ້າງຜົນກະທົບຢ່າງໜັກໜ່ວງ ຕໍ່ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ. ເຈົ້າໜ້າທີ່ຄະນະກຳມະການ ຄຸ້ມຄອງໄພພິບັດແຫ່ງຊາດກຳປູເຈຍ ແຈ້ງໃຫ້ຮູ້ວ່າ: ກຳປູເຈຍມີ 9 ແຂວງ ຖືກນ້ຳຖ້ວມ, ມີປະຊາຊົນຫລາຍກວ່າ 13.000 ຄອບຄົວ ແລະ ເນື້ອທີ່ນາປະມານ 10.000 ເຮັກຕາ ຖືກນ້ຳຖ້ວມເສຍຫາຍ ໃນລະດັບຕ່າງກັນ. ຄະນະກຳມະການດັ່ງກ່າວ ຮຽກຮ້ອງໃຫ້ປະຊາຊົນ ມີສະຕິລະວັງຕົວ ໃນລະດັບສູງຕໍ່ ຄວາມສ່ຽງເກີດໄພນ້ຳຖ້ວມ, ແລະປະຕິບັດມາດຕະການ ທີ່ຈຳເປັນເພື່ອຫລຸດຜ່ອນ ຄວາມເສຍຫາຍ.ໃນກອງປະຊຸມ ທີ່ຈັດຂຶ້ນເມື່ອວັນທີ 25 ກັນຍານີ້, ກະຊວງພັດທະນາຊົນນະບົດກຳປູເຈຍ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ປະຕິບັດມາດຕະການ, ສະໜອງການຊ່ວຍເຫລືອ ທີ່ຈຳເປັນໃຫ້ແກ່ ປະຊາຊົນ ແລະ ຄອບຄົວ ທີ່ປະສົບໄພ./.

KPL

ຂ່າວອື່ນໆ

ads
ads

Top