ສະມາຊິກສະຫະພັນແມ່ຍິງ ອອປສ ຈັດກອງປະຊຸມໃຫຍ່ ຄັ້ງທີ VI

25/09/2024 20:01
Email Print 271
ຂປລ ຂປລ. ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຄັ້ງທີ VI ຈັດຂຶ້ນ ໃນວັນທີ 25 ກັນຍາ 2024 ພາຍ​ໃຕ້ການເປັນປະທານຂອງ ສະຫາຍ ນາງ ພອນທິບ ສາວະລີ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII, ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ອົງການ ອອປສ



ຂປລ. ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຄັ້ງທີ
VI ຈັດຂຶ້ນ ໃນວັນທີ 25 ກັນຍາ 2024 ພາຍ​ໃຕ້ການເປັນປະທານຂອງ ສະຫາຍ ນາງ ພອນທິບ ສາວະລີ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII, ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ອົງການ ອອປສ ​ໂດຍມີ ສະຫາຍ ນາງ ອາລີ  ວົງໜໍ່ບຸນທໍາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສູນກາງສະຫະພັນແມ່ຍິງລາວ ແລະ ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ຮອງຫົວໜ້າອົງ ການ ອອປສ, ມີຄະນະພັກ, ຄະນະໜ່ວຍພັກ ອ້ອມຂ້າງອົງການ, ສູນກາງສະຫະພັນແມ່ຍິງລາວ, ອົງການຈັດຕັ້ງກຳມະບານ, ຊາວໜຸ່ມ, ແມ່ຍິງສານປະຊາຊົນສູງສຸດ ເຂົ້າຮ່ວມ.




ໂອກາດນີ້,
ສະຫາຍ ນາງ ພອນທິບ ສາວະລີ ໄດ້ຜ່ານຮ່າງບົດລາຍງານ ການເມືອງທັງສອງພາກ ໂດຍໄດ້ຍົກໃຫ້ເຫັນ ສິດ ແລະ ພາລະບົດບາດ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ອົງການ ອອປສ, ພ້ອມທັງ ຍົກໃຫ້ເຫັນຜົນສຳເລັດ ການປະຕິບັດວຽກງານ ຕະຫລອດໄລຍະ 5 ປີ ຜ່ານມາ ໄດ້ເປັນເຈົ້າການຈັດຕັ້ງ ຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມ ກໍຄື ແຜນພັດທະນາ ໄລຍະ 5 ປີຕໍ່ໜ້າ (2026-2030) ມີ 8 ແຜນງານ, 12 ໂຄງການ, ຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ, ເຊື່ອມໂຍງກັບການປະຕິບັດວຽກ ວິຊາສະເພາະຄຽງຄູ່ກັບການປະຕິບັດ 2 ວາລະແຫ່ງຊາດ. ຄະນະບໍລິຫານງານສະຫະພັນແມ່ຍິງ ອອປສ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ເອື້ອຍນ້ອງແມ່ຍິງ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ແລະ ມະຕິກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V. ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດ ພາລະບົດບາດ, ໜ້າທີ່ຂອງຕົນໂດຍພາຍໃຕ້ ການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກຄະນະນໍາ ສູນກາງສະຫະພັນແມ່ຍິງລາວ ເຮັດໃຫ້ສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ສາມາດຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນດ້ວຍຜົນສໍາເລັດ.



​ພ້ອມ​ນີ້, ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງ ອົງການໄອຍະການ ປະຊາຊົນສູງສຸດ ຊຸດທີ
VI, ໃນນີ້ມີຜູ້ສະໝັກ 11 ສະຫາຍ, ເລືອກເອົາ 9 ສະຫາຍ. ກອງປະຊຸມປະຖົມມະລຶກ ໄດ້ເປັນເອກະພາບກັນເລືອກເອົາສະຫາຍ ນາງ ພອນທິບ ສາວະລີ ເປັນປະທານ, ສະຫາຍ ນາງ ແສງສຸດາ ສີປະເສີດ ເປັນຮອງປະທານ, ປະທານກວດກາ.

ໂອກາດນີ້, ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ມີຄຳເຫັນໂອລົມ ໂດຍເນັ້ນໃຫ້ຄະນະບໍລິຫານງານ ສະຫະພັນແມ່ຍິງ ຊຸດໃໝ່ ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ ຂອງກອງປະຊຸມໃຫຍ່ຄັ້ງປະຖົມມະລຶກ ແລ້ວຫັນເປັນແຜນງານ, ໂຄງການ ແລະ  ກິດຈະກຳລະອຽດ ເພື່ອຈັດຕັ້ງປະຕິບັດເຂົ້າສູ່ ວຽກງານຕົວຈິງ. ພ້ອມນັ້ນ, ກໍຕ້ອງມີກົນໄກຊຸກຍູ້ຕິດຕາມ ກວດກາປະເມີນຜົນ ການຈັດຕັ້ງປະຕິບັດ ເປັນແຕ່ລະໄລຍະ ເປັນປົກກະຕິ; ສຶກສາອົບຮົມວຽກງານ ການເມືອງແນວຄິດໃຫ້ສະມາຊິກຢ່າງເປັນປົກກະຕິ, ບຸກບືນຍົກສູງບົດບາດຄວາມກ້າວໜ້າເພດຍິງ ທັງການຍົກລະດັບຄວາມຮູ້, ຄວາມສາມາດໃນຖັນແຖວ ພະນັກງານວິຊາການ ຂຶ້ນເປັນພະນັກງານນຳພາ; ໃຫ້ເອົາໃຈໃສ່ຈັດຕັ້ງ ປະຕິບັດໜ້າທີ່ການເມືອງ ກໍຄື ວຽກງານວິຊາສະເພາະຢາງ ມີຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ.

ຂ່າວ-ພາບ: ອອປສ

KPL

ຂ່າວອື່ນໆ

ads
ads

Top