ນາຍົກລັດຖະມົນຕີ ເດີນທາງເຂົ້າຮ່ວມກອງປະຊຸມ ອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການ ສປຊ

26/09/2024 16:42
Email Print 1941
ຂປລ ຂປລ. ໃນວັນທີ 25 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງນິວຢອກ, ສ ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 79 ເຊິ່ງມີເເຜນຈະຂຶ້ນກ່າວບົດປາໄສ ໃນວັນທີ 27 ກັນຍາ 2024.



ຂປລ. ໃນວັນທີ 25 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງນິວຢອກ, ສ ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 79 ເຊິ່ງມີເເຜນຈະຂຶ້ນກ່າວບົດປາໄສ ໃນວັນທີ 27 ກັນຍາ 2024. ສ່ວນໃນຕອນຄ່ຳວັນທີ 25 ກັນຍາ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍພັນລະຍາ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ໂດຍການເປັນເຈົ້າພາບຂອງ ທ່ານ ໂຈ ໄປເດັນ ປະທານາທິບໍດີ ສ ອາເມລິກາ ຈັດເປັນກຽດ ເພື່ອຕ້ອນຮັບຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້.





ສຳລັບການເຄື່ອນໄຫວຂອງຄະນະຕິດຕາມໃນວັນທີ 25 ກັນຍາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງ ພາຍໃຕ້ຫົວຂໍ້: “ການສະໜັບສະໜູນຂອງຂໍ້ລິເລີ່ມ ວ່າດ້ວຍການພັດທະນາສາກົນ (GDI) ສໍາລັບບັນດາປະເທດ ກໍາລັງພັດທະນາ: ພວກເຮົາພ້ອມກັນຈັດຕັ້ງປະຕິບັດ” ໂດຍການເປັນປະ ທານຂອງ ທ່ານ ວາງ ອີ້ (Wang Yi) ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ, ມີປະທານສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 79 ເຂົ້າຮ່ວມປະກອບຄຳເຫັນ.​ ໃນນັ້ນ, ກອງປະຊຸມໄດ້ຮັບຟັງການນຳສະເໜີບົດລາຍງານ ກ່ຽວກັບຜົນການ ຈັດຕັ້ງປະຕິບັດການຮ່ວມມື ໃນຂອບຂໍ້ລິເລີ່ມ GDI  ເເລະ ເເຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ຜົນສໍາເລັດຂອງກອງປະຊຸມລະດັບສູງ ຄັ້ງທີ 2 ຂອງ ເວທີປຶກສາຫາລື ກ່ຽວກັບການປະຕິບັດງານສາກົນ ເພື່ອການພັດທະນາຮ່ວມກັນ ເຊິ່ງໄດ້ຈັດຂຶ້ນໃນລະ ຫວ່າງ ວັນທີ 11-14 ກໍລະກົດ 2024,​ ທີ່ນະຄອນຫລວງປັກກິ່ງ​ ສປ ຈີນ. ນອກຈາກນັ້ນ,​ ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ ພົບປະກັບ ທ່ານ ນາງ ຈູເລຍ ບິຊອບ (Julie Bishop), ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ ອົງການ ສປຊ ກ່ຽວກັບວຽກງານ ມຽນມາ ເພື່ອເເລກປ່ຽນທັດສະນະ ເເລະ ປຶກສາຫາລື ກ່ຽວກັບການແກ້ໄຂບັນຫາມຽນມາ ທັງໃນຂອບ ສປຊ ແລະ ຂອບອາຊຽນ.​



ໃນວັນດຽວກັນ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະລະດັບສູງ ວ່າດ້ວຍການແກ້ໄຂໄພຂົ່ມຂູ່ທີ່ເກີດຈາກການເພີ່ມຂຶ້ນຂອງລະດັບນໍ້າທະເລ ເເລະ ໄດ້ປະກອບຄໍາເຫັນໃນພາກເວທີສົນທະນາ ຂອງບັນດາຜູ້ມີສ່ວນ ຮ່ວມຫລາຍຝ່າຍ ກ່ຽວກັບການປັບຕົວ, ການເງິນ ແລະ ຄວາມເຂັ້ມແຂງ ໃນການຮັບມືກັບການເພີ່ມຂຶ້ນຂອງລະດັບນ້ຳທະເລ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ໄພຂົ່ມຂູ່ທີ່ເກີດຈາກການເພີ່ມຂຶ້ນ ຂອງລະດັບນໍ້າທະເລ ເເລະ ສົ່ງເສີມການຮ່ວມມືລະຫວ່າງບັນດາປະເທດສະມາຊິກອົງການ ສປຊ ເເລະ ອົງການຈັດຕັ້ງສາກົນ ໃນການວາງມາດຕະການ ເພື່ອຮັບມືກັບການເພີ່ມຂຶ້ນຂອງລະດັບນໍ້າທະເລ.

ພ້ອມກັນນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ເຂົ້າຮ່ວມປະກອບຄໍາເຫັນ ໃນກອງປະຊຸມລະຫວ່າງ ອາຊຽນ ເເລະ ພັນທະມິດປາຊີຟິກ (ASEAN-Pacific Alliance) ໂດຍການເປັນປະທານຮ່ວມ ຂອງລັດຖະມົນຕີກະຊວງການຕ່າງປະເທດ ຟິລິບປິນ ເເລະ ຊີເລ.​ ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນການພົວພັນຮ່ວມມືລະຫວ່າງ ບັນດາປະເທດສະມາຊິກ ອາຊຽນ ເເລະ ພັນທະມິດປາຊີຟິກ ລວມທັງການກໍານົດທິດທາງການຮ່ວມມືໃນອະນາຄົດ.

ນອກຈາກນັ້ນ,​ ຄະນະຜູ້ເເທນ ສປປ ລາວ ກໍໄດ້ສືບຕໍ່ຕິດຕາມກອງປະຊຸມ ອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການ ສປຊ, ເຂົ້າຮ່ວມກອງປະຊຸມອາວຸໂສ ກຸ່ມ 77 ເເລະ ສປ ຈີນ, ກອງປະຊຸມລະດັບສູງ ວ່າດ້ວຍການຮ່ວມມືສາກົນ ເພື່ອສ້າງຂີດຄວາມສາມາດກ່ຽວກັບປັນຍາປະດິດ ໂດຍການເປັນປະທານ ຮ່ວມຂອງ ທ່ານ ວາງ ອີ້ (Wang Yi) ລັດຖະມົນຕີກະຊວງການຕ່າງປະເທດ  ສປ ຈີນ ເເລະ ທ່ານ ຟີລິກ ມີຕາຕິ (Felix Mutati) ລັດຖະມົນຕີກະຊວງວິທະຍາສາດ ເເລະ ເຕັກໂນໂລຊີ ຊໍາບີ.

KPL

ຂ່າວອື່ນໆ

    • ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນການເມືອງ

      ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ

      11/11/2026 2:01:13 PM

      ພິທີປະກາດສ້າງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ຈັດຂຶ້ນໃນວັນທີ 8 ພະຈິກ 2026 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຄະນະໜ່ວຍພັກສະຖານທູດ, ສະຖານກົງສຸນໃຫຍ່, ຄະນະກົມ ແລະ ຄະນະພະແນກຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກພັກສະຖານທູດ, ຕົວແທນບັນດາສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ສປ ຈີນ ເຂົ້າຮ່ວມ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ Vການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V

      11/11/2026 10:05:00 AM

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 .

    • ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIIIການເມືອງ

      ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

      11/11/2026 9:42:42 AM

      ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026 ພາຍໃຕ້ຄຳຂວັນ: “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນຳພາທ່ີເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະພາບວ່ອງໄວ ແລະ ທັນສະໄໝ”.

    • ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳການເມືອງ

      ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ

      11/10/2026 9:55:17 AM

      ກອງປະຊຸມປຶກສາຫາລືກ່ຽວກັບການນໍາໃຊ້ກົດໝາຍ ແລະ ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນທີ່ມີຄວາມຫຍຸ້ງຍາກ ຈັດຂຶ້ນໃນທ້າຍອາທິດຜ່ານມາ.

    • ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນການເມືອງ

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນ

      11/9/2026 11:51:57 AM

      ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ V ຈະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-13 ພະຈິກ 2026 ນີ້, ທີ່ຫ້ອງປະຊຸມສຳນັກງານນະຄອນຫຼວງວຽງຈັນ ໂດຍປະຕິບັດຕາມມາດຕາ 54 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ. ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ.

ads
ads

Top