ຍົກລະດັບຄາດຄະເນການເຕີບໂຕເສດຖະກິດທົ່ວໂລກ

26/09/2024 23:39
Email Print 102
ຂປລ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ຍົກລະດັບ ການຄາດຄະເນ ການເຕີບໂຕ ເສດຖະກິດທົ່ວໂລກ ໃນປີນນີ້ ແລະ ປີຕໍ່ໄປທີ່ຈະມີສະຖຽນລະພາບ ຢູ່ລະດັບ 3,2% ໃນສະພາບການໄພເງິນເຟີ້ພວມສືບຕໍ່ຫລຸດລົງ ແລະ ບັນດາທະນາຄານສູນກາງໄດ້ຫລຸດລົງ ດອກເບ້ຍເທື່ອລະກ້າວ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ວັນທີ 25 ກັນຍາ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ຍົກລະດັບ ການຄາດຄະເນ ການເຕີບໂຕ ເສດຖະກິດທົ່ວໂລກ ໃນປີນນີ້ ແລະ ປີຕໍ່ໄປທີ່ຈະມີສະຖຽນລະພາບ ຢູ່ລະດັບ 3,2% ໃນສະພາບການໄພເງິນເຟີ້ພວມສືບຕໍ່ຫລຸດລົງ ແລະ ບັນດາທະນາຄານສູນກາງໄດ້ຫລຸດລົງ ດອກເບ້ຍເທື່ອລະກ້າວ. ຕາມນັ້ນແລ້ວ, ລະດັບການຄາດຄະເນໃໝ່ສູງກ່ວາ 0,1%ເມື່ອທຽບໃສ່ກັບລະດັບການຄາດຄະເນເກົ່າ (3,1%) ທີ່ໄດ້ປະກາດເມື່ອເດືອນພຶດສະພາ ປີ 2024. OECD ຄາດວ່າການເຕີບໂຕ GDP ປະຈຳປີຂອງ ອາເມລິກາຈະຫລຸດລົງ 2,6% ໃນປີນີ້ ແລະ ສືບຕໍ່ຫຼຸດລົງ 1,6% ໃນປີ 2025, ແຕ່ຈະໄດ້ຮັບການໜູນຊ່ວຍ ດ້ວຍການໂຍະຍານ ນະໂຍບາຍເງິນຕາ. ພ້ອມກັບລະດັບເຕີບໂຕຂອງ GDP ເປັນປົກກະຕິ ແລະ ໄພເງິນເຟີ້ຫຼຸດລົງ, OECD ໃຫ້ຂໍ້ສັງເກດວ່າ ລາຍຮັບໃນຕົວຈິງຈະໄດ້ຮັບການປັບປຸງ ແລະ ນະໂຍບາຍເງິນຕາ ໄດ້ຮັບການໂຍະຍານຢູ່ຫລາຍພື້ນຖານ ເສດຖະກິດ ຈະຊ່ວຍປັບປຸງຄວາມຕ້ອງການ, OECD ຖືວ່າຫລາຍລັດຖະບານຄວນເພີ່ມພາສີ ສຳລັບຊັບສິນ ແລະ ສິ່ງແວດລ້ອມ ພ້ອມກັບມານະພະຍາຍາມ ຈຳກັດການໃຊ້ຈ່າຍ ເມື່ອຕ້ອງປະເຊີນໜ້າກັບໜິ້ ຢູ່ລະດັບສູງ./.

KPL

ຂ່າວອື່ນໆ

ads
ads

Top