ເອີຣົບ ຈະປ່ອຍເງິນກູ້ 35 ຕື້ເອີໂຣ ໃຫ້ແກ່ ອູແກຣນ

21/09/2024 19:31
Email Print 157
ຂປລ ໃນຖານະ ເປັນສ່ວນໜຶ່ງ ຂອງການຊ່ວຍເຫລືອ ອູແກຣນ ທີ່ກຸ່ມ 7 ປະເທດ ໃຫ້ຄຳໝັ້ນສັນຍາ, ສະຫະພາບ ເອີຣົບ ຈະສະໜອງ ເງິນກູ້ ຈຳນວນ 35 ເອີໂຣ ໃຫ້ແກ່ ອູແກຣນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 20 ກັນຍານີ້, ທ່ານ ນາງ ເອີຊູລາ ວອນເດີເລເຢນ ປະທານ ຄະນະ ກຳມາທິການ ສະຫະພາບ ເອີຣົບ ໄດ້ແຈ້ງຂ່າວ ຜ່ານສື່ສັງຄົມ ອອນລາຍວ່າ: ໃນຖານະ ເປັນສ່ວນໜຶ່ງ ຂອງການຊ່ວຍເຫລືອ ອູແກຣນ ທີ່ກຸ່ມ 7 ປະເທດ ໃຫ້ຄຳໝັ້ນສັນຍາ, ສະຫະພາບ ເອີຣົບ ຈະສະໜອງ ເງິນກູ້ ຈຳນວນ 35 ເອີໂຣ ໃຫ້ແກ່ ອູແກຣນ.ສຳລັບ ເງິນກູ້ ງວດນີ້ ແມ່ນມາຈາກ ລາຍຮັບ ຂອງຊັບສິນ ຣັດເຊຍ ຢູ່ຕ່າງປະເທດ ທີ່ຖືກອາຍັດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top