ທຫລ ຈັດເວທີສົນທະນາ “ການຊໍາລະດ້ວຍ QR Code ຂອງ ສປປ ລາວ”

13/09/2024 20:06
Email Print 623
ຂປລ ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດເວທີສົນທະນາ ພາຍໃຕ້ຫົວຂໍ້: “ການຊໍາລະດ້ວຍ QR Code ຂອງ ສປປ ລາວ” ໃນວັນທີ 13 ກັນຍາ 2024 ເພື່ອເປັນການແລກປ່ຽນ ແລະ ສ້າງຄວາມເຂົ້າໃຈໃນການຊໍາລະດ້ວຍ QR Code ຂອງ ສປປ ລາວ ໂດຍການເປັນ ປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທຫລ, ມີຄະນະກົມພາຍໃນທະນາຄານແຫ່ງ ສປປ ລາວ, ຜູ້ຕາງໜ້າຈາກກົມສື່ມວນຊົນ, ສະມາຄົມທະນາຄານລາວ, ບໍລິສັດ LAPNet, ທະນາຄານທຸລະກິດ, ສະຖາບັນການເງິນ, ຜູ້ໃຫ້ບໍລິການຊໍາລະເງິນ ທີ່ເປັນນິຕິບຸກຄົນເຂົ້າຮ່ວມ.



ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດເວທີສົນທະນາ ພາຍໃຕ້ຫົວຂໍ້:
“ການຊໍາລະດ້ວຍ QR Code ຂອງ ສປປ ລາວ” ໃນວັນທີ 13 ກັນຍາ 2024 ເພື່ອເປັນການແລກປ່ຽນ ແລະ ສ້າງຄວາມເຂົ້າໃຈໃນການຊໍາລະດ້ວຍ QR Code ຂອງ ສປປ ລາວ ໂດຍການເປັນ ປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທຫລ, ມີຄະນະກົມພາຍໃນທະນາຄານແຫ່ງ ສປປ ລາວ, ຜູ້ຕາງໜ້າຈາກກົມສື່ມວນຊົນ, ສະມາຄົມທະນາຄານລາວ, ບໍລິສັດ LAPNet, ທະນາຄານທຸລະກິດ, ສະຖາບັນການເງິນ, ຜູ້ໃຫ້ບໍລິການຊໍາລະເງິນ ທີ່ເປັນນິຕິບຸກຄົນເຂົ້າຮ່ວມ.

 

ໂອກາດນີ້
, ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທຫລ ໄດ້ມີຄຳເຫັນວ່າ: ການຈັດເວທີສົນທະນາຄັ້ງນີ້,ເປັນການເຜີຍແຜ່ວຽກງານ ການຊໍາລະດ້ວຍ QR Code ຂອງ ສປປ ລາວ ທັງພາຍໃນ ແລະ ຂ້າມແດນ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ສັງຄົມ, ຜູ້ໃຫ້ບໍລິການຊໍາລະ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ດ້ານການຊໍາລະດ້ວຍ QR Code ຂອງ ສ ປປ ລາວ ທັງພາຍໃນ ແລະ ຂ້າມແດນ ກໍຄື ນະໂຍບາຍມະຫາພາກດ້ານການຄຸ້ມຄອງລະບົບ ການຊໍາລະຍ່ອຍພາຍໃນ ແລະ ຂ້າມແດນ,​ ສົ່ງເສີມການຊໍາລະແບບດີຈິຕອນ ເພື່ອຫລຸດຜ່ອນ ການນໍາໃຊ້ເງິນສົດ, ສົ່ງເສີມການຊົມໃຊ້ ແລະ ການພັດທະນາ ດ້ານການໃຫ້ບໍລິການດັ່ງກ່າວ,​ ເຜີຍແຜ່ກົນໄກ ແລະ ວິທີການແກ້ໄຂຂໍ້ຂັດແຍ່ງ ຊຶ່ງເປັນບັນຫາທີ່ສັງຄົມພວມໃຫ້ຄວາມສົນໃຈ ແນ​ໃສ່​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ ​ຜູ້​ໃຊ້ບໍລິການກໍ່ຄືມວນຊົນໃນສັງຄົມ. ພ້ອມນີ້, ທະນາຄານ ແຫ່ງ ສປປ ລາວ  ກໍາລັງຂຸ້ນຂ້ຽວແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ຊຶ່ງວຽກງານທີ່ນໍາສະເໜີໃນຄັ້ງນີ້ ເປັນສ່ວນໜຶ່ງທີ່ຊ່ວຍ ສະໜັບສະໜູນການແກ້ໄຂບັນຫາດັ່ງກ່າວ, ດຶງລາຍຮັບເງິນຕາຕ່າງປະເທດ ແລະ ເງິນຕານອກລະບົບໃຫ້ເຂົ້າ ໃນລະບົບທະນາຄານ, ສົ່ງເສີມສະຖຽນລະພາບ ດ້ານການເງິນ-ເງິນຕາ, ສົ່ງເສີມການພັດທະນາດ້ານນະວັດຕະກໍາດ້ານການເງິນ ແລະ ຫລຸດດຜ່ອນການນໍາໃຊ້ເງິນສົດໃນສັງຄົມ, ທັງເປັນການຈັດຕັ້່ງຜັນຂະຫຍາຍຍຸດທະສາດການຫັນ ເປັນດີຈິຕອນຂອງລັດຖະບານ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ ຊາດ.



ໂດຍເນື້ອໃນທີ່ນໍາສະເໜີ ແລະ ແລກປ່ຽນ ໃນຄັ້ງນີ້ປະກອບມີ: ສະພາບລວມການພັດທະນາ ການຊໍາລະດ້ວຍ
QR Code ທັງພາຍໃນ ແລະ ຂ້າມແດນ, ຜົນປະໂຫຍດ, ຂໍ້ຫຍຸ້ງຍາກດ້ານການຊໍາລະດ້ວຍ QR Code, ດ້ານນະໂຍບາຍເປັນຕົ້ນ ການສົ່ງເສີມການນໍາໃຊ້ ແລະ ທິດທາງແຜນການໃນຕໍ່ໜ້າ; ວາລະແລກປ່ຽນສົນທະນາ ແມ່ນແລກປ່ຽນກ່ຽວກັບ ສິ່ງທ້າຍທາຍດ້ານການຊໍາລະດ້ວຍ QR Code ທັງພາຍໃນ ແລະ ຂ້າມແດນມີຄືແນວໃດ?; ປະກົດການຫຍໍ້ທໍ້ດ້ານ ການຊໍາລະທີ່ລະເມີດຕໍ່ກົດໝາຍກ່ຽວຂ້ອງ, ການກໍານົດວົງເງິນການຊໍາລະຂ້າມແດນດ້ວຍ QR Code; ຜະລິດຕະພັນ ແລະ ການປະກອບສ່ວນໃນການຊໍາລະດ້ວຍ QR Code ແລະ ກົນໄກການແກ້ໄຂຂໍ້ຂັດແຍ່ງ; ທັດສະນະ ແລະ ການປະກອບສ່ວນໃນການສົ່ງເສີມການຊໍາລະດ້ວຍ QR Code ຂອງຂະ      ແໜງການທະນາຄານ.

ການແລກປ່ຽນທາງດ້ານວິຊາການໃນຄັ້ງນີ້, ຈະເຮັດໃຫ້ຜູ້ຕາງໜ້າຈາກຜູ້ໃຫ້ບໍລິການຊໍາລະ ທີ່ເປັນທະນາ ຄານທຸ ະກິດ, ສະຖາບັນການເງິນທີ່ບໍ່ ແມ່ນທະນາຄານ ແລະ ນິຕິບຸກຄົນ, ຕາງໜ້າຮ້ານຄ້າ ແລະ ຜູ້ໃຫ້ບໍລິການທີ່ຮັບຊໍາລະຜ່ານ QR Code ລວມເຖິງຕາງໜ້າຜູ້ໃຊ້ ບໍລິການທີ່ເຂົ້າຮ່ວມ ໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈ ໃນວຽກງານການຊໍາລະດ້ວຍ QR Code ຊຶ່ງມີການໃຫ້ບໍລິການຊໍາລະ ເຊັ່ນ: ບໍລິການ QR Code ເພື່ອການໂອນເງິນລະຫວ່າງບຸກຄົນ ຫລື ບໍລິການ QR Code ເພື່ອການຊໍາລະເງິນລະເງິນ ທັງພາຍໃນ ແລະ ຂ້າມແດນ.

ຂ່າວ: ວຽງສະຫວັນ

KPL

ຂ່າວອື່ນໆ

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

    • ກົມສິລະປະວັດທະນະທໍາ  ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ກົມສິລະປະວັດທະນະທໍາ ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດ

      3/18/2025 5:51:03 PM

      ຂປລ. ປັດຈຸບັນ, ສິລະປະວັດທະນະທໍາ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ມີຄວາມພ້ອມ 100% ​ເພື່ອສະ​ແດງ​ໃນ​ໂອກາດສະເຫລີມສະຫລອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ.

ads
ads

Top