ເປີດຂະບວນການຂໍ່ານັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດຄັ້ງທີ l

13/07/2026 18:00
ຂປລ ພິີທີເປີດຂະບວນການຂ່ຳ ນັບຮັບຕ້ອນກອງປະຊຸມວຽກງານ ສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດ ການນຳພາຂອງພັກ, ພັດທະນາ ວຽກງານສື່ມວນຊົນໃຫ້ຫັນປ່ຽນ ສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ຈັດຂຶ້ນໃນວັນທີ 12 ກໍລະກົດ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີ

ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ທອງລີ ສີສຸລິດ ເລຂາຄະນະ ບໍລິຫານງານ ສູນກາງຊາວໜຸ ່ມ ປະຊາຊົນປະຕິວັດລາວ, ມີຮອງລັດ ຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໂອກາດນີ້ ທ່ານ ຄຳພັນ ເຜີຍ ຍະວົງ ກ່າວວ່າ: ການເປີດຂະບວນ ການຄັ້ງນີ້, ບໍ່ພຽງແຕ່ເພື່ອຂໍ່ານັບ ຮັບຕ້ອນກອງປະຊຸມວຽກງານສື່ ມວນຊົນທົ່ວປະເທດ ຄັ້ງທີ 1 ທີ່ຈະ ໄຂຂຶ້ນໃນມໍ່ໆນີ ້ເທົ່ານັ້ນ, ແຕ່ຍັງເປັນ ໂອກາດອັນສະຫງ່າລາສີ ໃນການ ຮ່ວມກັນ ສະເຫລີມສະຫລອງ 76 ປີ ແຫ່ງການເຕີບໃຫຍ່ຂະຫຍາຍ ຕົວ ຂອງສື່ມວນຊົນລາວ ອີກດ້ວຍ. ຕະຫລອດໄລຍະ 76 ປີ ຜ່ານມາ, ສື່ມວນຊົນລາວ ໄດ້ເຮັດໜ້າທີ່ເປັນ ກະບອກສຽງອັນແຫລມຄົມ ຂອງ ພັກ-ລັດ ແລະ ປະຊາຊົນ; ເປັນຂົວ ຕໍ່ອັນສໍາຄັນ ໃນການນໍາເອົາແນວ ທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ ລົງສູ່ຮາກຖານ ປະຊາຊົນ, ພ້ອມທັງສະທ້ອນຄວາມ ມຸ່ງມາດປາດຖະໜາຂອງປະຊາຊົນ ຂຶ້ນສູ່ການນໍາຂັ້ນສູງ, ສື່ມວນຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະ ຫລອດມາ. ກອງປະຊຸມວຽກງານສື່ມວນ ຊົນທົ່ວປະເທດ ທີ່ຈະຈັດຂຶ້ນໃນຄັ້ງ ນີ້ ບໍ່ພຽງແຕ່ການພົບປະເພື່ອທົບ ທວນວຽກງານຜ່ານມາເທົ່ານັ ້ນ, ແຕ່ເປັນບາດກ້າວສໍາຄັນຂອງການ ສືບຕໍ່ຍົກສູງບົດບາດການນໍາພາ ຂອງພັກຕໍ່ວຽກງານສື່ມວນຊົນ ໃນ ໄລຍະໃໝ່. ໃນສະພາບການປັດຈຸ ບັນທີ່ໂລກໄດ້ກ້າວເຂົ ້າສູ່ຍຸກດີຈິ ຕອນ ແລະ ເຕັກໂນໂລຊີປັນຍາປະ ດິດ (AI) ຢ່າງເຕັມຕົວ, ວຽກງານ ສື່ມວນຊົນຕ້ອງກາຍເປັນແນວໜ້າ ອັນແຫລມຄົມຂອງວຽກງານແນວ ຄິດ-ອຸດົມການ, ເປັນເຄື ່ອງມືສໍາຄັນ ໃນການປົກປັກຮັກສາແນວທາງ, ທັດສະນະ ແລະ ຜົນປະໂຫຍດລວມ ຂອງຊາດ-ຂອງປະຊາຊົນ. ມາ ຮອດປັດຈຸບັນ, ໂລກຂອງພວກເຮົາ ໄດ້ກ້າວເຂົ້າສູ່ຍຸກດີຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI) ຢ່າງເຕັມຕົວ, ວຽກງານສື່ມວນຊົນ ກໍຈໍາເປັນຕ້ອງໄດ້ມີການຫັນປ່ຽນ ຢ່າງແຂງແຮງ ເພື່ອໃຫ້ທັນກັບຍຸກ ສະໄໝ, ດັ່ງຄໍາຂວັນຂອງການຈັດ ງານໃນຄັ້ງນີ້ວ່າ: ເພີ່ມທະວີບົດບາດ ການນໍາພາຂອງພັກ, ພັດທະນາ ວຽກງານສື່ມວນຊົນ ໃຫ້ຫັນປ່ຽນ ສູ່ຄຸນນະພາບໃໝ່ ຢ່າງແຂງແຮງ ນີ້ ບໍ່ແມ່ນຄໍາຂວັນທາງຮູບການ, ແຕ່ ແມ່ນຄວາມຮຽກຮ້ອງທາງການ ເມືອງອັນເປັນຈິງຕໍ່ທຸກຂັ້ນ, ທຸກ ພາກສ່ວນ ແລະ ທຸກສື່. ພ້ອມກັນ ນັ້ນ, ການ “ພັດທະນາວຽກງານສື່ ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບ ໃໝ່” ກໍແມ່ນການກຳນົດທິດໃຫ້ ແຈ້ງວ່າ ວຽກງານສື່ມວນຊົນຕ້ອງ ພັດທະນາທັງດ້ານເນື້ອໃນ, ຮູບ ການ, ວິທີການນໍາສະເໜີ, ການຈັດ ຕັ້ງປະຕິບັດ ແລະ ຄຸນນະພາບຂອງ ຖັນແຖວ. ນີ້ຄືສິ່ງທ້າທາຍ ແລະ ກາລະໂອກາດ ທີ່ພວກເຮົາທຸກພາກ ສ່ວນ ໂດຍສະເພາະຊາວໜຸ່ມຄົນ ຮຸ່ນໃໝ່ ແລະ ນັກສື່ສານມວນຊົນ ຕ້ອງໄດ້ບຸກບືນຂຶ້ນ ເພື່ອຍົກລະດັບ ຄວາມຮູ້, ພັດທະນາການເລົ່າເລື່ອງ ແລະ ການນໍາໃຊ້ເຕັກໂນໂລຊີ ໃຫ້ ເກີດປະໂຫຍດສູງສຸດໃນການປົກ ປ້ອງຊາດ ແລະ ສ້າງສັນສັງຄົມ. ພ້ອມກັນນີ້, ທ່ານ ທອງລີ ສີສຸລິດ ກໍໄດ້ກ່າວວ່າ: ການຈັດ ງານຄັ້ງນີ້ ເພື່ອປຸກລະດົມ ແລະ ສ້າງ ຂະບວນການອັນຟົດຟື້ນ, ກວ້າງ ຂວາງ ແລະ ມີເນື້ອໃນການເມືອງ ທີ່ເລິກເຊິ່ງໃນທົ່ວສັງຄົມ ເພື່ອຂໍ່າ ນັບຮັບຕ້ອນກອງປະຊຸມວຽກງານ ສື່ມວນຊົນທົ່ວປະເທດຄັ້ງທີ 1 ໃຫ້ ເຕັມໄປດ້ວຍຄວາມໝາຍຄວາມສໍາ ຄັນສູງສຸດ; ເພື່ອສ່ອງແສງ ແລະ ຈາລຶກຄຸນງາມຄວາມດີ, ບົດບາດ ການນໍາພາອັນສະຫລາດສ່ອງໃສ ຂອງພັກ ຕໍ ່ວຽກງານສື່ມວນຊົນ ລາວ ຕະຫລອດໄລຍະ 76 ປີ ຜ່ານ ມາ ໄດ້ເຮັດໜ້າທີ່ເປັນແນວໜ້າອັນ ແຫລມຄົມ ໃນການປົກປັກຮັກສາ ຮາກຖານແນວຄິດ-ອຸດົມການ ຂອງຊາດ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຍົກສູງຄວາມ ຮັບຜິດຊອບຂອງສັງຄົມ ໂດຍສະ ເພາະ ແມ່ນຊາວໜຸ່ມຄົນຮຸ່ນໃໝ່ ໃຫ້ກາຍເປັນ “ນັກສື່ສານທີ່ມີຄຸນ ນະພາບ”, ນໍາໃຊ້ສື່ສັງຄົມອອນ ລາຍຢ່າງສ້າງສັນ, ຖືກຕ້ອງຕາມ ລະບຽບກົດໝາຍ ແລະ ພ້ອມກັນ ປົກປ້ອງຜົນປະໂຫຍດລວມຂອງ ຊາດ. ພາຍໃນງານຄັ້ງນີ້, ໄດ້ມີເວທີ ສົນທະນາ ກ່ຽວກັບການປັບຕົວ ຂອງສື່ມວນຊົນ ໃນຍຸກ AI, ຍຸກ ດີຈິຕອນ, ພ້ອມທັງຈັດຫ້ອງວາງ ສະແດງໃຫ້ຄວາມຮູ້ກ່ຽວກັບວຽກ ງານສື່ມວນຊົນ, ຄວາມຮູ້ກ່ຽວກັບ ບັນຫາສຸຂະພາບຂອງໄວໜຸ່ມ ແລະ ຄວາມຮູ້ກ່ຽວກັບເຕັກໂນໂລຊີ, ຫ້ອງວາງສະແດງ ແລະ ຈຳໜ່າຍ ສິນຄ້າອຸປະໂພກບໍລິໂພກ ລາຄາ ຖືກ, ຫ້ອງວາງສະແດງອາຫານພື້ນ ບ້ານຂອງທ້ອງຖິ່ນຕ່າງໆ, ຫ້ອງ ວາງສະແດງກ່ຽວກັບສື່ມວນຊົນ ເພື່ອເນັ້ນໜັກເຖິງປະຫວັດສາດອັນ ສະຫງ່າລາສີ. ພ້ອມນີ້, ພາຍໃນ ງານຍັງຈະມີກິດຈະກຳສາຍຟີມ ຮູບເງົາມູນເຊື້ອ ເປັນຕົ້ນແມ່ນເລື່ອງ “ກອງພັນທີສອງ” ໂດຍການນໍາ ໃຊ້ເຄື່ອງສາຍຟີມຮູບເງົາຮຸ່ນເກົ່າ ທີ່ຫາເບິ່ງໄດ້ຍາກໃນປັດຈຸບັນ. ນອກນັ້ນ, ຍັງມີຈຸດຖ່າຍພາບທີ່ຈໍາ ລອງການເປັນຜູ້ປະກາດຂ່າວໂທ ລະພາບ, ຜູ້ຈັດລາຍການວິທະຍຸ ແລະ ການພິມເອກະສານໂດຍເຄື່ອງ ຈັກພີມດີດ ແລະ ຍັງມີເວທີສະແດງ ສິລະປະດົນຕີ ຈາກນັກຮ້ອງ-ສິລະ ປິນລາວ ທີ່ມີຊື່ສຽງ ຕື່ມອີກ. ຂ່າວ: ກິດຕາ; ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top