ສື່ມວນຊົນມີບົດບາດສຳຄັນ ເປັນກະບອກສຽງສຶກສາອົບຮົມຊາວໜ່ມ-ໄວໜຸ່ມ ໃນເງື່ອນໄຂໃໝ່

15/07/2026 08:34
ຂປລ ສື່ມວນຊົນມີບົດບາດສຳ ຄັນໃນການເຜີຍແຜ່ແນວທາງ, ນະ ໂຍບາຍ ແລະ ຂໍ້ມູນຂ່າວສານຕ່າງໆ ທ ີ່ເກີດຂຶ້ນໃນສັງຄົມ ໃຫ້ມວນຊົນໄດຮັບຮູ້ຢ່າງທົ່ວເຖິງ ໂດຍສະເພາະ ແມ່ນຊາວໜຸ່ມ-ໄວໜຸ່ມ. ໃນຍຸກດີຈິ ຕອນ ແລະ ການພັດທະນາຂອງເຕັກ ໂນໂລຊີ ສື່ມວນຊົນຍິ່ງມີຄວາມສຳ ຄັນໃນການຊີ້ນຳແນວຄິດ, ສ້າງ ຄວາມຮັບຮູ້ ແລະ ປູກຈິດສຳນຶກ ໃຫ້ແກ່ຄົນຮຸ່ນໃໝ່ ໂດຍການຜະລິດ ເນື້ອຫາທີ່ຖືກຕ້ອງ, ສ້າງສັນ ແລະ ສອດຄ່ອງກັບຄວາມສົນໃຈຂອງໄວໜຸ່ມ ຊຶ່ງຈະຊ່ວຍໃຫ້ການສຶກສາ ອົບຮົມໃຫ້ມີປະສິດທິຜົນຫລາຍຂຶ້ນ.

 ສະຫາຍ ທອງລີ ສີສຸລິດ ກຳມະ ການສູນກາງພັກ, ເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ ໄດ້ປະກອບຄຳຄິດຄຳເຫັນ ໃນຫົວຂໍ້: “ສື່ມວນຊົນ ເປັນກະບອກສຽງໃນການສຶກສາ ອົບຮົມຊາວໜຸ່ມ-ໄວໜຸ່ມ ໃນເງື່ອນ ໄຂໃໝ່” ໃນກອງປະຊຸມວຽກງານ ສື່ມວນຊົນທົ່ວປະເທດ ຄັ້ງທີ 1 ໃນ ວັນທີ 14 ກໍລະກົດ 2026 ນີ້ວ່າ: ຄະນະຊາວໜຸ່ມ ຍາມໃດກໍຖືວຽກ ງານໂຄສະນາສຶກສາອົບຮົມການ ເມືອງ, ແນວຄິດເປັນໜ້າທີ່ສໍາຄັນ ຕ ົ້ນຕໍ ອັນດັບທໍາອິດ ໃນການນໍາພາ ວຽກງານຊາວໜຸ່ມ, ເຍົາວະຊົນ. ໃນ ນັ້ນ, ວຽກງານສື່ມວນຊົນ ກໍແມ່ນ ພາຫະນະໜຶ່ງ ທີ່ມີບົດບາດສໍາຄັນ ໃນການໂຄສະນາເຜີຍແຜ່ແນວ ທາງນະໂຍບາຍຂອງພັກ ນັບແຕ່ມື້ ປະກາດສ້າງຕັ້ງໜັງສືພິມໜຸ່ມລາວ ໃນວັນທີ 1 ມັງກອນ 1979 ເປັນຕົ້ນ ມາ ໜັງສືພິມໜຸ່ມລາວ ໄດ້ກາຍເປັນ ພາຫະນະອັນແຫລມຄົມ ໃນການ ເຄື່ອນໄຫວ, ໂຄສະນາຊຸກຍູ້ສົ່ງເສີມ ກຳລັງຊາວໜຸ່ມ ເຂົ້າໃນພາລະກິດ ປົກປັກຮັກສາອະທິປະໄຕ, ເຂດນ້ຳ ແດນດິນ ແລະ ຄວາມສະຫງົບສຸກ ຂອງຊາດ, ປຸກລະດົມກຳລັງຊາວ ໜ ຸ ່ມປະກອບສ່ວນເຂົ ້າໃນການອອກ ແຮງງານເພີ່ມພູນຜະລິດຜົນ, ສ້າງ ເໝືອງຝາຍ, ຊົນລະປະທານ, ຊຸກຍູ ້ ສົ່ງເສີມການຜະລິດທາງດ້ານກະສິ ກຳ, ເພິ ່ງຕົນເອງກຸ້ມຕົນເອງເທື່ອລະ ກ້າວ, ສຶກສາອົບຮົມຊາວໜຸ່ມ, ເຍົາ ວະຊົນລາວ ໃຫ້ມີສະຕິຊາດ, ຮູ້ໄດ້ ມູນເຊື້ອຂອງຄົນຮຸ່ນກ່ອນ, ຮູ້ອະນຸ ລັກຮັກສາສິລະປະວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງ ຊາດ. ພ້ອມນັ້ນ, ກໍໄດ້ມີການປັບປຸງ ແລະ ພັດທະນາຕົນ ເອງທາງດ້ານ ເນື້ອໃນ, ຮູບແບບ, ສີສັນຕ່າງໆ ໃຫ້ ສອດຕຄ່ອງກັບສະພາບການໃນແຕ່ ລະໄລຍະ, ມີໜັງສືພິມ, ວາລະສານ, ລາຍການວິທະຍຸ-ໂທລະພາບ, ມີຖາ ນີວິທະຍຸກະຈາຍສຽງຊາວໜຸ ່ມລາວ ສິນໄຊຍຸກໃໝ່ FM 90.0 MHz ສົມທົບກັບສື່ອອນລາຍຕ່າງໆ ໃນ ການໂຄສະນາ ແນວທາງຂອງພັກ, ກົດໝາຍຂອງລັດ ແລະ ຂະບວນ ການພົ ້ນເດັ່ນຕ່າງໆຂອງຊາວໜຸ່ມ ເຍົາວະຊົນອອກສູ່ສັງຄົມ. ເພື່ອເຮັດໃຫ້ວຽກງານສື່ມວນ ຊົນກາຍເປັນກະບອກສຽງ ທີ່ມີ ຄວາມສັກສິດ ແລະ ມີປະສິດທິຜົນ ສູງ ໃນການສຶກສາອົບຮົມຊາວ ໜຸ່ມ-ໄວໜຸ່ມ ແລະ ເຍົາວະຊົນໃນ ເງື່ອນໄຂໃໝ່ ຕ້ອງຮັກສາຄວາມ ເປັນແນວໜ້າທາງແນວຄິດຂອງສື່ ມວນຊົນ: ສື ່ມວນຊົນຕ້ອງບໍ່ເປັນ ພຽງຜູ້ລາຍງານຂ່າວ, ແຕ່ຕ້ອງເປັນ ຜ ູ ້ນຳພາຄວາມຄິດ, ສ້າງຄວາມເຫັນ ພ້ອມໃນສັງຄົມ, ປົກປ້ອງພື້ນຖານແນວຄິດຂອງພັກ ແລະ ຕໍ່ສູ້ຕ້ານ ຂ່າວປອມ ແລະ ຂໍ້ມູນບິດເບືອນ; ຕ້ອງສ້າງການປ່ຽນແປງດ້ານດີຈິ ຕອນຢ່າງແທ້ຈິງ: ບໍ່ແມ່ນພຽງນໍາ ເອົາການນໍາສະເໜີຂ່າວແບບເກົ່າ ໄປລົງໃນແພລດຟອມໃໝ່, ແຕ່ຕ້ອງ ປ່ຽນວິທີຄິດ, ວິທີຜະລິດ ແລະ ວິທີ ສື່ສານ ໃຫ້ສອດຄ່ອງກັບພຶດຕິກຳ ຂອງຜູ້ຮັບຂໍ້ມູນຂ່າວສານໃນຍຸກ ໃໝ່ ແລະ ຕ້ອງສ້າງຄົນໃຫ້ທັນຍຸກ: ການແຂ່ງຂັນຂອງສື່ມວນຊົນໃນ ທ ສ ີ່ ຸດແລ້ວ ແມ່ນການແຂ່ງຂັນດ້ານ ຄຸນນະພາບຄົນ. ສະນັ້ນ, ຈຳເປັນ ຕ້ອງສ້າງນັກຂ່າວຮຸ ່ນໃໝ່ທີ ່ມີຄວາມ ໜັກແໜ້ນທາງການເມືອງ, ມີຈັນ ຍາບັນໃນວິຊາຊີບ, ຊຳນານເຕັກໂນ ໂລຊີ ແລະ ສາມາດແຂ່ງຂັນໄດ້ໃນ ສະພາບການໃໝ່. ປັດຈຸບັນ, ສື່ມວນຊົນພວມປະ ເຊີນກັບການປ່ຽນແປງທີ່ໄວທີ່ສຸດ ໃນປະຫວັດສາດ ໂດຍສະເພາະ ແມ່ນຄວາມໄວຂອງຂ່າວສານ, ການເກີດຂຶ້ນຂອງ AI, ການແຂ່ງ ຂັນຂອງສື່ດີຈິຕອນ ແລະ ການແຜ່ ຂະຫຍາຍຂອງຂ່າວປອມ ກຳລັງ ທ້າທາຍບົດບາດດັ້ງເດີມ. ສະນັ້ນ, ວຽກງານສື່ມວນຊົນບໍ່ໄດ້ຈຳກັດຢູ ່ ພຽງແຕ່ວິທະຍຸ, ໂທລະພາບ ຫລື ໜັງສືພິມແບບດັ້ງເດີມອີກຕໍ່ໄປ, ແຕ່ຕ້ອງໄດ້ຫັນປ່ຽນມາສູ່ສື່ສັງຄົມ ອອນລາຍ (Social Media) ເຊັ່ນ: ເຟສບຸກ (Facebook), ຕິກຕັອກ (TikTok), ຢູທູບ (YouTube) ແລະ ແພລດຟອມອື່ນໆ. ສື່ເຫລົ່ານີ້ ມີອິດທິພົນຢ່າງມະຫາສານ ຕໍ່ກັບ ແນວຄິດ, ຄ່ານິຍົມ ແລະ ພຶດຕິກຳ ຂອງຊາວໜຸ່ມ, ເຍົາວະຊົນ ທັງໃນ ແງ່ບວກ ແລະ ແງ່ລົບ. ຄຽງຄູ່ກັນ ນັ້ນ, ວຽກງານສື່ມວນຊົນໃນຍຸກ ໃໝ່ ຍັງມີທັງກາລະໂອກາດ ໃນການ ເຂົ້າເຖິງຂໍ້ມູນຂ່າວສານ, ຄວາມຮູ ້, ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ ຢ່າງສະດວກ, ວ່ອງໄວ ແລະ ພວກ ເຮົາກໍມີຊ່ອງທາງທີ ່ຫລາກຫລາຍ ໃນການເຜີຍແຜ່ແນວທາງນະໂຍ ບາຍ, ມູນເຊື້ອອັນດີງາມຂອງຊາດ ແລະ ຜົນງານທີ່ໂດດເດັ່ນອອກສູ່ສັງ ຄົມ. ສະນັ້ນ, ການພັດທະນາວຽກ ງານສື ່ມວນຊົນໄປສູ ່ຄຸນນະພາບໃໝ່ ບໍ່ແມ່ນພຽງແຕ່ການປັບປ່ຽນຮູບ ແບບ ຫລື ເຕັກໂນໂລຊີເທົ່ານັ ້ນ, ແຕ່ ເປັນການຍົກສູງຄຸນນະພາບດ້ານ ແນວຄິດ, ຄຸນນະພາບດ້ານເນື້ອໃນ ແລະ ຄຸນນະພາບດ້ານບຸກຄະລາ ກອນທີ່ເຮັດວຽກງານສື່ມວນຊົນ. ສະຫາຍ ທອງລີ ສີສຸລິດ ຍັງ ໃຫ້ຮູ້ອີກວ່າ: ຄຸນນະພາບໃໝ່ຂອງ ວຽກງານສື່ມວນຊົນ ບໍ່ແມ່ນການ ນຳສະເໜີຂ່າວຫລາຍກວ່າຄົນອື່ນ, ບໍ່ແມ່ນການມີເຕັກໂນໂລຊີທັນສະ ໄໝກວ່າຄົນອື່ນ, ແຕ່ແມ່ນການມີ ຄວາມໜ້າເຊື່ອຖືຫລາຍກວ່າຄົນ ອື່ນ, ມີອິດທິພົນຊີ້ນຳສັງຄົມໄດ້ດີ ກວ່າຄົນອື່ນ ແລະ ຮັບໃຊ້ຜົນປະ ໂຫຍດຂອງຊາດ ແລະ ປະຊາຊົນໄດ້ ດີກວ່າຄົນອື່ນ. ຖ້າເຮົາເຮັດໄດ້ດັ່ງ ນີ້, ສື່ມວນຊົນລາວຈະບໍ່ພຽງແຕ່ ຕາມທັນການປ່ຽນແປງຂອງໂລກ, ແຕ່ຈະກາຍເປັນກຳລັງສຳຄັນໃນ ການສ້າງອະນາຄົດຂອງຊາດ, ພ້ອມທັງສະແດງຄວາມເຊື່ອໝັ້ນ ວ່າ ພາຍໃຕ້ການນຳພາຂອງພັກ ແລະ ການຮ່ວມແຮງຮ່ວມໃຈຂອງ ທຸກພາກສ່ວນ, ສື່ມວນຊົນລາວ ຈະສາມາດເຮັດລຸລ່ວງໜ້າທີ່ເປັນ ກະບອກສຽງອັນແຫລມຄົມ ໃນ ການສຶກສາອົບຮົມປວງຊົນ, ຊາວ ໜຸ່ມ-ໄວໜຸ່ມ ໃຫ້ກາຍເປັນກຳລັງ ແຮງທີ່ເຂັ້ມແຂງຂອງຊາດໃນອະ ນາຄົດຕໍ່ໜ້າ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top