ຍົກລະດັບການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບໃໝ່ ໃນຍຸກດີຈິຕອນ

15/07/2026 08:19
ຂປລ ການຍົກລະດັບຄຸນນະ ພາບການວິເຄາະ-ວິຈານຂ່າວ ເປັນ ພາລະກິດສຳຄັນ ຂອງສື່ມວນຊົນ ລາວ ຊຶ່ງການວິເຄາະຂ່າວ ບໍ່ພຽງ ແຕ່ອະທິບາຍວ່າເຫດການເກີດຫຍັງ ຂ ຶ້ນ ແຕ່ຍັງຊ່ວຍອະທິບາຍສາເຫດ, ຜົນກະທົບ ແລະ ທິດທາງໃນອະນາ ຄົດ ເພື່ອໃຫ້ສັງຄົມເຂົ້າໃຈຂໍ້ມູນ ຄວາມເປັນຈິງຢ່າງຮອບດ້ານ.

ສະຫາຍ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວ ສານປະເທດລາວ ຂຶ້ນປະກອບຄຳ ເຫັນໃນຫົວຂໍ້: ຍົກລະດັບການວິ ເຄາະ-ວິຈານຂ່າວ ໃຫ້ມີຄຸນນະ ພາບໃໝ່ ໃນກອງປະຊຸມວຽກງານ ສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດ ການນຳພາຂອງພັກ, ພັດທະນາ ວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ໃນວັນທີ 14 ກໍລະກົດ 2026 ນີ້ ໂດຍທ່ານໄດ້ຍົກໃຫ້ເຫັນ ຄວາມສຳ ຄັນຂອງການວິເຄາະຂ່າວ ຊຶ່ງ ການ ຍົກລະດັບຄຸນນະພາບການວິເຄາະ ວິຈານຂ່າວ ບໍ່ແມ່ນພຽງການປັບ ປ ຸ ງຮູບແບບການນຳສະເໜີເທົ່ານັ້ນ ແຕ່ເປັນການຍົກສູງຄຸນນະພາບ ທາງດ້ານແນວຄິດ, ຄວາມຮູ້, ຈັນ ຍາບັນ ແລະ ຄວາມສາມາດທາງວິ ຊາຊີບຂອງນັກຂ່າວ, ເພາະການວິ ເຄາະວິຈານຂ່າວ ແມ່ນຂະບວນການ ກັ່ນຕອງ, ປະເມີນ ແລະ ຕີລາຄາຂໍ້ ມູນຂ່າວສານຢ່າງມີເຫດມີຜົນເພື່ອ ຊ່ວຍໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ ບັນຫາທີ່ເກີດຂຶ້ນໄດ້ຢ່າງຖືກຕ້ອງ ແລະ ເລິກເຊິ່ງ. ການວິເຄາະຂ່າວ ຊ່ວຍກັ່ນຕອງຄວາມຖືກຕ້ອງ, ຊ່ວຍ ຈຳແນກລະຫວ່າງ “ຂ່າວແທ້” ແລະ “ຂ່າວປອມ” ເພື່ອບໍ ່ໃຫ້ສັງຄົມ ຫລົງເຊື່ອຂໍ້ມູນທີ່ຜິດພາດ; ປ້ອງກັນ ການຖືກຊັກຈູງ: ຊ່ວຍໃຫ້ພວກເຮົາ ຮ ູ້ທັນເຈຕະນາຂອງຜູ້ຂຽນຂ່າວ ວ່າ ກຳລັງພະຍາຍາມຊີ້ນຳຄວາມຄິດ, ບິດເບືອນຄວາມຈິງ ຫລື ໂຄສະນາ ຊວນເຊື່ອຫລືບໍ່; ສ້າງຄວາມເຂົ້າໃຈ ທີ່ເລິກເຊິ່ງ: ການອ່ານຂ່າວແບບ ຜິວເຜີນ ອາດຈະເຮັດໃຫ້ໄດ້ຮັບຂໍ້ ມູນບໍ່ຄົບຖ້ວນ ແຕ່ການວິເຄາະຈະຊ່ວຍໃຫ້ເຫັນເຖິງ “ສາເຫດ”, “ຜົນ ກະທົບ” ແລະ “ທ່າອ່ຽງ” ທີ່ຈະ ເກີດຂຶ້ນໃນອະນາຄົດ, ທັງຍົກລະ ດັບສະຕິປັນຍາ ແລະ ການຄິດວິ ເຄາະ: ຝຶກໃຫ້ເປັນຄົນບໍ່ຫລົງເຊື່ອ ອັນໃດງ່າຍໆ, ຮູ້ຈັກຕັ້ງຄຳຖາມ ແລະ ຊອກຫາຫລັກຖານມາຮອງ ຮັບກ່ອນສະຫລຸບ. ການຍົກລະດັບການວິເຄາະ ວິຈານຂ່າວໃຫ້ມີຄຸນນະພາບໃໝ່ ແມ່ນພາລະກິດທີ່ຈຳເປັນໃນສະ ພາບການພັດທະນາຂອງສື່ມວນ ຊົນສະໄໝໃໝ່, ການວິເຄາະທີ່ມີຄຸນ ນະພາບຕ້ອງອາໄສຄວາມຮູ້, ຂໍ້ມູນ, ວິທີຄິດແບບວິທະຍາສາດ, ການ ນຳໃຊ້ເຕັກໂນໂລຊີ ແລະ ຈັນຍາບັນ ວິຊາຊີບ, ຖ້າສື່ມວນຊົນສາມາດພັດ ທະນາວຽກງານດ້ານນີ້ໄດ້ຢ່າງຕໍ່ ເນື່ອງ ການວິເຄາະ-ວິຈານຂ່າວ ຈະ ບໍ່ພຽງແຕ່ເປັນຜະລິດຕະພັນຂ່າວ ຊະນິດໜຶ່ງ ແຕ່ຈະກາຍເປັນ “ພະລັງ ປັນຍາ” ທີ່ຊ່ວຍຊີ້ນຳສັງຄົມ, ສ້າງ ຄວາມເຂົ້າໃຈຮ່ວມ ແລະ ສົ່ງເສີມ ການພັດທະນາປະເທດຊາດໃນຍຸກ ດິຈິຕອນຢ່າງຍືນຍົງ. ພ້ອມກັນນັ້ນ, ການວິເຄາະ-ວິຈານຂ່າວ ຕ້ອງສະ ທ້ອນເອກະລັກ ແລະ ຄຸນຄ່າວັດທະ ນະທຳລາວ ໂດຍໃຫ້ຄວາມສຳຄັນ ກັບຄວາມສາມັກຄີ, ຈາລິຍະທຳ, ການເຄົາລົບຜູ ້ອື່ນ ແລະ ການຫາ ທາງອອກດ້ວຍສັນຕິວິທີ. ຢ່າງໃດກໍ ຕາມ ເພື ່ອເຮັດໃຫ້ວຽກງານວິເຄາະ ວິຈານຂ່າວ ພັດທະນາໄປໃນທິດ ທາງທີ່ມີຄຸນນະພາບ ແລະ ທັນສະ ໄໝ ຈຳເປັນຕ້ອງມີການຊີ້ນຳຢ່າງ ໃກ້ຊິດ ຈາກພັກ-ລັດ, ການລົງທຶນ ພັດທະນາບຸກຄະລາກອນ, ການສະ ໜອງງົບປະມານ ແລະ ອຸປະກອນ ທາງເຕັກໂນໂລຊີທີ່ຈຳເປັນ ຄວບຄູ່ ກັບການສ້າງກົນໄກປະສານງານ ລະຫວ່າງອົງການສື່ມວນຊົນ, ພາກ ລ ັ ດ ແລະ ສະຖາບັນວິຊາການ ເພື່ອ ສາມາດຮ່ວມກັນຜະລິດບົດວິເຄາະ ວິຈານຂ່າວ ທີ່ມີມາດຕະຖານ, ມີ ຄວາມໜ້າເຊື່ອຖື. ພ້ອມນີ້ “ການຍົກ ລະດັບການວິເຄາະ-ວິຈານຂ່າວ ບແມ່ນພາລະກິດຂອງອົງການສື່ ມວນຊົນໃດໜຶ່ງເທົ່ານັ້ນ ແຕ່ເປັນ ຄວາມຮັບຜິດຊອບຮ່ວມຂອງທຸກ ພາກສ່ວນ ເພື່ອສ້າງລະບົບນິເວດ ຂ່າວສານທີ່ມີຄຸນນະພາບ, ໂປ່ງໃສ, ໜ້າເຊື່ອຖື ແລະ ຮັບໃຊ້ການພັດທະ ນາປະເທດຊາດໃນໄລຍະຍາວ”. ສຳລັບທິດທາງໃນຕໍ່ໜ້າ ເພື່ອ ຍົກສູງຄວາມອາດສາມາດໃນການ ວິເຄາະ-ວິຈານຂ່າວ ຂອງບັນດາ ອົງການສື່ມວນຊົນ ໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງເຫັນວ່າຄວນ ມີການພັດທະນາໃນຫລາຍໆດ້ານ ຢ ່າງເປັນລະບົບ ເປັນຕົ້ນ ຍົກລະດັບ ຄຸນນະພາບບຸກຄະລາກອນ, ປັບປຸງ ຮູບແບບ ແລະ ເຕັກນິກການນຳ ສະເໜີ, ຫັນສູ່ດີຈິຕອນ ແລະ ນໍາໃຊ້ AI ຢ່າງເໝາະສົມ, ສ້າງເຄືອຂ່າຍ ແລະ ການເຂົ້າເຖິງຂໍ້ມູນ, ສົ່ງເສີມ ຈັນຍາບັນ ແລະ ຄວາມຮັບຜິດຊອບ ຕໍ່ວິຊາຊີບ ແລະ ສ້າງສັງຄົມທີ່ຮູ້ ເທົ່າທັນສື່ ແລະ ຂໍ້ມູນ. ທ່ານ ວັນນະສິນ ສິມມະວົງ ຍັງ ໃຫ້ຮູ ້ອີກວ່າ: ໃນໄລຍະຜ່ານມາ, ບົດ ວິເຄາະ-ວິຈານຂ່າວຢູ່ ສປປ ລາວ ມີບົດບາດສຳຄັນໃນການຊີ້ນຳທັດ ສະນະສັງຄົມ, ໂຄສະນານະໂຍບາຍ ຂອງພັກ-ລັດ ແລະ ສະທ້ອນບັນຫາ ການພັດທະນາປະເທດ. ແຕ່ຖ້າພິ ຈາລະນາໃນດ້ານວິຊາການ ກໍມີຈຸດ ແຂງຫລາຍດ້ານ ຄື: ຮັກສາທິດທາງ ທາງການເມືອງໄດ້ດີ, ບົດວິເຄາະ ສ່ວນໃຫຍ່ສອດຄ່ອງກັບແນວທາງ ແລະ ນະໂຍບາຍຂອງພັກ-ລັດ, ຊ່ວຍ ສ້າງຄວາມເຂົ ້າໃຈຮ່ວມໃນສັງຄົມ ແລະ ສົ່ງເສີມການປະຕິບັດແນວ ທາງພັດທະນາປະເທດ; ມຸ່ງເນັ້ນ ການສຶກສາອົບຮົມ, ບົດວິເຄາະຈຳ ນວນຫລາຍມີລັກສະນະອະທິບາຍ, ຊີ້ແຈງ ແລະ ສ້າງຄວາມຮັບຮູ້ໃຫ້ ປະຊາຊົນກ່ຽວກັບນະໂຍບາຍ, ກົດ ໝາຍ ແລະ ບັນຫາສັງຄົມຕ່າງໆ; ມີບົດບາດໃນການຕໍ່ສູ້ຂ່າວປອມ ໂດຍສະເພາະໃນຍຸກສື່ສັງຄົມອອນ ລາຍ, ບົດວິເຄາະ-ວິຈານໄດ້ຊ່ວຍ ຊີ້ແຈງ ແລະ ແກ້ໄຂຄວາມເຂົ້າໃຈຜິດທີ່ເກີດຈາກຂ່າວບິດເບືອນ ຫລື ຂ່າວທີ່ຂາດການກວດສອບ. ສື່ມວນຊົນລາວ ມີຈຸດພິເສດທີ່ ແຕກຕ່າງຈາກສື່ໃນບາງປະເທດ ຄື ບໍ່ພຽງແຕ່ເປັນຜູ້ລາຍງານເຫດ ການ ແຕ່ຍັງເປັນຜູ້ຊີ້ນຳທາງດ້ານ ຄວາມຄິດ, ສ້າງຄວາມເຂົ ້າໃຈທີ່ ຖືກຕ້ອງໃຫ້ແກ່ສັງຄົມ ແລະ ຮັບໃຊ້ ຜົນປະໂຫຍດຂອງປະເທດຊາດ. ດັ່ງນັ້ນ, ການວິເຄາະ-ວິຈານຂ່າວ ຈຶ ່ງຕ້ອງອີງໃສ່ຂໍ້ເທັດຈິງ, ຫລັກວິ ຊາການ ແລະ ຜົນປະໂຫຍດສ່ວນ ລວມ ເພື່ອສ້າງທັດສະນະທີ່ຖືກຕ້ອງ ໃຫ້ແກ່ປະຊາຊົນ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top