ຕຳຫລວດຈາລະຈອນ ປະຕິບັດໜ້າທີ່ອຳນວຍຄວາມສະດວກໃຫ້ແກ່ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທິ l

14/07/2026 11:31
Email Print 2071
ຂປລ ເຈົ້າໜ້າທີ່ຕໍາຫລວດຈະ ລາຈອນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ໜ້າທີ່ ຈັດສັນຄວາມເປັນລະບຽບ ຮຽບຮ້ອຍ ໃນໄລຍະການດຳເນີນ ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ຊຶ່ງຈະຈັດຂຶ້ນ ໃນລະຫວ່າງວັນທີ 13-15 ກໍລະກົດ 2026 ຢູ່ນະຄອນຫລວງວຽງຈັນ

ຂປລ. ທ່ານ ຮອ ແສງທອງ ລາດຊະ ບຸດ ຮອງຫົວໜ້າພະແນກຈັດລະ ບຽບປ້ອງກັນ ແລະ ເປີດທາງກົມ ຕຳຫລວດຈະລາຈອນ, ກົມໃຫຍ່ ຕຳຫລວດ ກະຊວງ ປກສ ໃຫ້ສຳ ພາດ ໃນວັນທີ 13 ກໍລະກົດ 2026 ນີ້ວ່າ: ເພື່ອຮັບປະກັນໃຫ້ແກ່ກອງ ທ່ານ ຮອ ແສງທອງ ລາດຊະບຸດ ປະຊຸມວຽກງານສື່ມວນຊົນ ທົ່ວປະ ເທດ ຄັ້ງທີ I ດຳເນີນໄປດ້ວຍຄວາມ ເປັນລະບຽບຮຽບຮ້ອຍ ແລະ ປອດໄພກົມຕຳຫລວດຈະລາຈອນ ໄດ້ນຳ ກຳລັງເຈົ້າໜ້າທີ່ລົງປະຕິບັດໜ້າທີ່ ຢ່າງເຕັມສ່ວນ ເລີ່ມແຕ່ວັນທີ 12-15 ກໍລະກົດ 2026 ໂດຍເນັ້ນໃສ່ ວຽກງານການຈັດສັນຄວາມເປັນ ລະບຽບຮຽບຮ້ອຍ, ຈັດສັນບ່ອນ ຈອດລົດ ໃຫ້ແກ່ການນຳ, ພ້ອມ ທັງເປີດທາງ ເພື່ອອຳນວຍຄວາມ ສະດວກໃຫ້ແກ່ຂະບວນລົດຂອງການນຳພັກ-ລັດ ທີ ່ເດີນທາງມາ ເຂົ້າຮ່ວມ ກອງປະຊຸມໃນຄັ້ງນີ້ ໃຫ້ ມີຄວາມສະດວກສະບາຍ, ຄ່ອງຕົວ ແລະ ປອດໄພສູງສຸດ. ພ້ອມນີ້, ທ່ານ ຮອ ແສງທອງ ລາດຊະບຸດ ຍັງໄດ້ຕາງໜ້າໃຫ້ເຈົ້າໜ້າທີ່ຕຳຫລວດຈະລາຈອນຮຽກ ຮ້ອງມາຍັງພໍ່-ແມ່ປະຊາຊົນ ກໍຄື ຜູ້ ໃຊ້ລົດໃຊ້ຖະໜົນທຸກທົ່ວໜ້າ ໃຫ້ ຮ່ວມແຮງຮ່ວມໃຈກັນ ເປັນເຈົ້າ ການໃນການເຄົາລົບກົດລະບຽບ ຈະລາຈອນ ແລະ ເອົາໃຈໃສ່ປະຕິ ບັດຕາມຄຳແນະນຳ ຂອງເຈົ້າໜ້າ ທີ່ຈະລາຈອນ ທີ່ປະຕິບັດໜ້າທີ່ຢູ່ ຕາມຈຸດຕ່າງໆ ຢ່າງເຂັ້ມງວດ ເພື ່ອ ເຮັດໃຫ້ການສັນຈອນຕາມທ້ອງ ຖະໜົນ ໃນໄລຍະການດຳເນີນກອງ ປະຊຸມວຽກງານສື່ມວນຊົນ ທົ່ວປະ ເທດ ຄັ້ງທີ I ມີຄວາມເປັນລະບຽບ ຮຽບຮ້ອຍ, ຫລີກລ່ຽງບັນຫາການ ຈະລາຈອນແອອັດ ແລະ ຫລຸດຜ່ອນຄວາມສ່ຽງໃນການເກີດອຸບັດເຫດ ຕ່າງໆ ທີ່ອາດຈະເກີດຂຶ້ນໄດ້. ຂໍ້ມູນ-ພາບ: ວາລະສານປ້ອງກັນ ຄວາມສະຫງົບ

KPL

ຂ່າວອື່ນໆ

    • ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖືວັດທະນະທຳ-ສັງຄົມ

      ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖື

      8/14/2026 8:11:40 AM

      ເນື່ອງໃນໂອກາດ ວັນສື່ ມວນຊົນ ແລະ ການພິມຈຳໜ່າຍ ລາວ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໄດ້ ໝູນວຽນມາຮອດອີກວາລະໜຶ່ງຊຶ່ງວຽກງານສື່ມວນຊົນລາວໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຈາກສື່ແບບດັ້ງເດີມຄື: ໜັງສືພິມ, ວິທະຍຸ ແລະ ໂທລະພາບກ້າວເຂົ້າສູ່ສື່ດີຈິຕອນ, ເວັບໄຊ ແລະ ແພລດຟອມອອນລາຍຫລາກຫລາຍ ຮູບແບບ.

    • ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບວັດທະນະທຳ-ສັງຄົມ

      ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບ

      8/14/2026 12:35:19 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເນ່ືອງ ຈາກໄດ້ຮັບອິດທິພົນຈາກພະຍຸ ຈັນ ຫອມ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍມື້ ຈົນມາຮອດ ວັນທີ 11 ສິງຫາ 2026 ລະດັບນ້ຳ ເຊຈຳພອນ ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ມີປະລິມານ ເພີ່ມຂຶ້ນສູງເຖິງ 8,32 ແມັດ ແລະ ໄດ້ ສົ່ງຜົນກະທົບເປັນບໍລິເວນກວ້າງ.

    • ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມ

      8/14/2026 12:28:57 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເນື່ອງຈາກສະ ພາບຝົນຕົກໜັກ ແລະ ຕົກຕິດຕໍ່ກັນ ເປັນເວລາຫລາຍວັນ ໃນໄລຍະຜ່ານ ມາ ຊຶ່ງໄດ້ເຮັດໃຫ້ລະດັບນໍ້າ ແຕ່ລະ ສາຍນ້ໍາສູງຂ້ຶນຢ່າງຕ່ໍເນ່ືອງ ແລະ ໃນປັດຈຸບັນ ເວລາ 8:00 ໂມງ ຂອງ ວັນທີ 11 ສິງຫາ 2026 ມີລະດັບ ນໍ້າຫລາຍຈຸດ ໄດ້ສູງຂຶ້ນກາຍເຂດ ເຕືອນໄພແລ້ວ.

    • ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງວັດທະນະທຳ-ສັງຄົມ

      ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງ

      8/14/2026 12:24:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເນື່ອງຈາກ ເກີດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ ເມືອງຫລວງນ້ຳ ທາ ຊຶ່ງເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫລັງທີ່ມີຝົນຕົກ ໜັກຕິດຕໍ່ກັນ ແຕ່ຄ່ຳຄືນຂອງວັນທີ 10 ສິງຫາ 2026 ຈົນຮອດເວລາ 5:00 ໂມງເຊ້ົາ ຂອງວັນທີ 11 ສິງຫາ ເຮັດໃຫ້ມວນນ້ຳປ່າໄຫລຊຸ ເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ.

    • ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທວັດທະນະທຳ-ສັງຄົມ

      ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທ

      8/12/2026 10:54:54 AM

      ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ ມອບຜູ້ຖືກຫາສັນຊາດໄທ ທີ່ລັກ ລອບເປີດເວັບຫລິ້ນການພະນັນ ອອນລາຍຕ້ອງຫ້າມ, ດໍາເນີນກິດ ຈະການກ່ຽວກັບອາຊະຍາກໍາທາງ ລະບົບຄອມພິວເຕີ ແລະ ການສໍ້ໂກງຊັບຜ່ານລະບົບທາງໂທລະຄົມ ແລະ ການສື່ສານ ຫລື ສະແກມເມີ ຕາມຄວາມຜິດໃນມາດຕາ 141, 173 ແລະ 233 ຂອງປະມວນກົດ ໝາຍອາຍາ ແຫ່ງ ສປປ ລາວ ໃຫ້ ເຈົ້າໜ້າທີ່ທາງການໄທ ນຳໄປດໍາ ເນີນຄະດີ ຈໍານວນ 41 ຄົນ, ຍິງ 30 ຄົນ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 10 ສິງຫາ 2026 ທີ່ຂົວ ມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ.

ads
ads

Top