ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຄວບຄຸມພະຍາດໄຂ້ຍຸງລາຍ

14/08/2024 19:41
Email Print 1245
ຂປລ ຂປລ. ວັນທີ 13 ສິງຫາ 2024 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ກັນ ແລະ ຄວບຄຸມໄຂ້ຍຸງລາຍ ປີ 2024 ແລະ ທິດທາງຕໍ່ໜ້າ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຮອງເຈົ້າຄອງນະຄອນຫລວງວຽງຈັນ



ຂປລ. ວັນທີ
13 ສິງຫາ 2024 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ກັນ ແລະ ຄວບຄຸມໄຂ້ຍຸງລາຍ ປີ 2024 ແລະ ທິດທາງຕໍ່ໜ້າ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ບັນດາທ່ານຮອງເຈົ້າແຂວງ, ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ຜູ້ຕາງໜ້າພະແນກສາທາລະນະສຸກ ປະຈຳແຂວງ ແລະ ນະຄອນຫລວງວຽງຈັນ, ພ້ອມດ້ວຍແຂກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.



ໃນໂອກາດນີ້
, ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບຜົນການດຳເນີນກອງປະຊຸມຄັ້ງນີ້ ວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນ ເພື່ອປຶກສາຫາລື, ຖອດຖອນບົດຮຽນ ແລະ ວາງແຜນຮ່ວມມືກັນ ປະຕິ ບັດມາດຕະການຄວບຄຸມໄຂ້ຍຸງລາຍ ໂດຍສະເພາະ ການທໍາລາຍແຫລ່ງເພາະພັນຍຸງລາຍ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ອົງການປົກຄອງທ້ອງຖິ່ນ ໃນວຽກງານດັ່ງກ່າວ. ກອງປະຊຸມ ໄດ້ປຶກສາຫາລືຖອດຖອນບົດຮຽນ ການປະຕິບັດຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີ ມາດຕະການໃນການກັນ ແລະ ຄວບຄຸມໄຂ້ຍຸງລາຍ, ສະບັບເລກທີ 03/ນຍ, ລົງວັນທີ 22 ກຸມພາ 2024; ພ້ອມກັນນັ້ນ ກໍໄດ້ຖອດຖອດບົດຮຽນການປະຕິບັດ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກ ຄື: ປິດ ຝາພາຊະນະບັນຈຸນໍ້າໃຊ້ໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; ປ່ຽນ ນໍ້າໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນໍ້າ; ປ່ອຍປາຫາງນົກຍຸງ ເພື່ອກິນ ໜອນນໍ້າຍຸງລາຍ; ປັບປຸງ ໂດຍການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີ ກະໂປະ, ກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ; ປະຕິບັດ ໃຫ້ເປັນນິໄສ ເປັນປະຈໍາ ທຸກໆອາທິດ.



ຫລັງຈາກນັ້ນ
, ທ່ານ ຮອງນາຍົກລັດຖະມົນຕີ ກໍໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມ ເພື່ອສືບຕໍ່ໃຫ້ເອົາໃຈໃສ່ບາງດ້ານສຳຄັນ ເປັນຕົ້ນ ໃຫ້ຄະນະພັກ-ຄະນະນຳທຸກຂັ້ນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍສະເພາະ ກະຊວງສາທາລະນະສຸກ ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ ໂດຍເລີ່ມຈາກການໂຄສະນາສຶກສາອົບຮົມ ນຳພາ-ຊີ້ນຳ ການວາງແຜນ ແລະ ກຽມຄວາມພ້ອມທຸກດ້ານ ມີມາດຕະການຄົບຊຸດ ໃນການກັນ, ຄວບຄຸມແກ້ໄຂການລະບາດ ຂອງພະຍາດໄຂ້ເລືອດອອກ ຕາມທິດກັນດີກວ່າແກ້, ເອົາການກັນເປັນຕົ້ນຕໍ ເອົາການແກ້ເປັນສຳຄັນ ໃຫ້ແກ່ປະຊາຊົນ ບັນດາເຜົ່າ, ທຸກພາກສ່ວນໃນສັງຄົມໄດ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຂອງຜົນຮ້າຍ, ຄວາມອັນຕະລາຍຮ້າຍແຮງຂອງພະຍາດ ເຊິ່ງໄດ້ກະທົບເຖິງຊີວິດ, ສຸຂະພາບ ແລະ ຊັບສິນຂອງປະຊາຊົນ ແລະ ເປັນສ່ວນໜຶ່ງກົດໜ່ວງຖ່ວງດຶງການພັດ ທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ; ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ເພີ່ມທະວີມາດຕະການ ສະກັດກັ້ນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ, ມີການແນະນຳຢ່າງລະອຽດຈະແຈ້ງ ກ່ຽວກັບວິທີການ ແລະ ຮູບແບບການຕ້ານພະຍາດໄຂ້ຍຸງລາຍ ຢ່າງທົ່ວເຖິງ ໂດຍການດຳເນີນ ການຈັດຕັ້ງປະຕິບັດຕາມ (5 ປ: ປິດ, ປ່ຽນ, ປ່ອຍ, ປັບປຸງ ແລະ ປະຕິບັດ) ທີ່ກະຊວງສາທາລະນະສຸກ ວາງອອກ ຢ່າງເອົາຈິງເອົາຈັງ; ສ້າງແຜນກຽມພ້ອມທາງດ້ານງົບປະມານທີ່ຈຳເປັນ (ອຸປະກອນ, ພາຫະນະ, ຢາ, ແພດໝໍ...) ໃນກໍລະນີທີ່ສຸກເສີນ ທີ່ອາດຈະເກີດຂຶ້ນ ເພື່ອຈະນຳໃຊ້ ເຂົ້າໃນການຈັດຕັ້ງປະຕິບັດວຽກກັນ, ຄວບຄຸມ ແລະ ຕ້ານການລະບາດຂອງໄຂ້ຍຸງລາຍ ແລະ ຄວບຄຸມພະຍາດຕິດຕໍ່ອື່ນໆ ທີ່ອາດຈະເກີດຂຶ້ນໃຫ້ມີປະສິດທິຜົນ; ເອົາໃຈໃສ່ຈັດຕັ້ງການຝຶກອົບຮົມ ຕິດພັນກັບການອົບຮົມເຕັກນິກ ທາງດ້ານການແພດ ໃຫ້ແກ່ພະນັກງານແພດໝໍ ຂອງຂະແໜງການຂັ້ນແຂວງ, ຂັ້ນເມືອງ ແລະ ສຸກສາລາ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ, ຄຸນນະພາບການປິ່ນປົວ ແລະ ຮັບປະກັນໃຫ້ການບໍລິການແກ່ປະຊາຊົນບັນດາເຜົ່າ ຢ່າງທົ່ວເຖິງ ແລະ ທັນການ, ພ້ອມທັງ ຕິດຕາມກວດກາ ການບົ່ງມະຕິພະຍາດປະເພດຕ່າງໆ ເປັນຕົ້ນ ພະຍາດຕາມລະດູການ ທີ່ມັກເກີດຂຶ້ນເລື້ອຍໆ ໃນໄລຍະລະດູຝົນ ເປັນຕົ້ນ ພະຍາດໄຂ້ເລືອດອອກ, ພະຍາດຖອກທ້ອງ ແລະ ອື່ນໆ; ຖັນແຖວພະນັກງານນໍາພາຄຸ້ມຄອງທຸກຂັ້ນ, ສະມາຊິກພັກ-ພະນັກງານ, ເຈົ້າໜ້າທີ່ແພດໝໍ ຕ້ອງເປັນແບບເປັນຢ່າງນຳໜ້າຮ່ວມແຮງຮ່ວມໃຈ ປຸກລະດົມທຳລາຍແຫລ່ງ ເພາະພັນຂອງຍຸງລາຍ ຢູ່ຕາມເຮືອນຊານບ້ານ ຊ່ອງ, ສໍານັກງານອົງການ, ວັດວາອາຮາມ ແລະ ສະຖານທີ່ອື່ນໆ ທີ່ເປັນຈຸດກຳເນີດ ແລະ ແຜ່ຂະຫຍາຍຂອງຍຸງ. ພ້ອມທັງ, ປຸກລະດົມຂົນຂວາຍການສະໜັບສະໜູນ ເຂົ້າຮ່ວມຂອງທຸກພາກສ່ວນສັງຄົມ ໃນວຽກງານຕ້ານການລະບາດ ຂອງເຊື້ອພະຍາດໄດ້ຍຸງລາຍ ໃຫ້ເປັນຂະບວນຟົດຟື້ນ, ຕໍ່ເນື່ອງ ແລະ ເຮັດເປັນປົກກະຕິ; ໃຫ້ແຕ່ລະແຂວງ, ແຕ່ລະເມືອງ, ແຕ່ລະບ້ານ ຖືເອົາວຽກງານການສຳຫລວດ ແລະ ທຳລາຍແຫລ່ງເພາະພັນໜອນນໍ້າຍຸງລາຍ ເປັນກິດຈະກຳຫລັກ ແລະ ເຮັດເປັນປົກກະຕິ ໃນເວລາລົງໄປ ສຳຫລວດໜອນນໍ້າ, ຖ້າພົບເຫັນເຮືອນໃດ, ຄອບຄົວໃດ, ສະຖານທີ່ໃດ ມີໜອນນໍ້າ ກໍໃຫ້ເຮັດສຸຂະສຶກສາໄປພ້ອມ ແລະ ມອບໃຫ້ບ້ານເປັນເຈົ້າການໃນການຄຸ້ມຄອງ ແລະ ຕິດຕາມກວດກາ ທັງລາຍງານຂັ້ນເທິງເປັນປະຈໍາ ເພື່ອກັນບໍ່ໃຫ້ມີການລະບາດ ເກີດຂຶ້ນແລ້ວຈຶ່ງແກ້ໄຂ; ເອົາໃຈໃສ່ປັບປຸງຂອດການປະສານງານ, ແລກປ່ຽນຂໍ້ມູນຂ່າວສານ ໃຫ້ທັນເວລາ ແລະ ປະຕິບັດບັນດາມາດຕະການຕ່າງໆ ຢ່າງລະອຽດ, ກະທັດຮັດ, ເຂົ້າໃຈງ່າຍ ແລະ ມີຄາດໝາຍສູ້ຊົນອັນຈະແຈ້ງ ເພື່ອໃຫ້ທຸກຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ນຳໄປຈັດຕັ້ງປະຕິບັດ, ເຜີຍແຜ່ ແລະ ປຸກລະດົມໃຫ້ທົ່ວເຖິງ. ພ້ອມທັງ ປັບປຸງແບບແຜນນຳພາ-ຊີ້ນຳຂອງຕົນ ບົນຈິດໃຈ ທຸກວຽກຕ້ອງຊັດເຈນ, ຈະແຈ້ງ, ແບ່ງງານໃຫ້ລະອຽດ, ມອບວຽກຕ້ອງມີຄາດໝາຍສູ້ຊົນຕົວຈິງ ກຳນົດເວລາແຈ້ງ, ມີການກວດກາຕີລາຄາຊຸກຍູ້ວຽກງານທັນການ; ສືບຕໍ່ຂົນຂວາຍການຮ່ວມມື, ສະໜັບສະໜູນຂໍການຊ່ວຍເຫລືອດ້ານຕ່າງໆ ຈາກບັນດາອົງການຈັດຕັ້ງສາກົນ ແລະ ພາກສ່ວນອື່ນໆ ເພື່ອປະກອບສ່ວນເຂົ້າໃນວຽກງານການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີກໍລະນີເຈັບໄຂ້ຫລາຍ ແລະ ເສຍຊີວິດ ໃນທົ່ວປະເທດ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

KPL

ຂ່າວອື່ນໆ

ads
ads

Top