ປະຊາຊົນ 10 ບ້ານໄດ້ຜົນປະໂຫດຍຈາກ ເອດີບີ

20/10/2025 13:57
ຂປລ ຂປລ. ເປັນອີກທິດທາງໜຶ່ງໃນການປັບປຸງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ 10 ບ້ານກຸ່ມທົ່ງໄຈ້ເໜືອ ແຂວງຫລວງນ້ຳ ພາຍຫລັງທະນາຄານພັດທະນາອາຊີ ຫລື ເອດີບີ (ADB) ໄດ້ໃຫ້ທຶນຊ່ວຍເຫລືອ ໂຄງການຊົນລະ ປະທານນໍ້າທາ 3 ປັບປຸງຊົນລະປະທານທີ່ໄດ້ ມາດຕະຖານໃຫ້ແກ່ປະຊາຊົນ

ຂປລ. ເປັນອີກທິດທາງໜຶ່ງໃນການປັບປຸງ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ 10 ບ້ານກຸ່ມທົ່ງໄຈ້ເໜືອ ແຂວງຫລວງນ້ຳ ພາຍຫລັງທະນາຄານພັດທະນາອາຊີ ຫລື ເອດີບີ (ADB) ໄດ້ໃຫ້ທຶນຊ່ວຍເຫລືອ ໂຄງການຊົນລະ ປະທານນໍ້າທາ 3 ປັບປຸງຊົນລະປະທານທີ່ໄດ້ ມາດຕະຖານໃຫ້ແກ່ປະຊາຊົນ ລວມມີ 3 ຫົວງານ, ມີເນື້ອທີ່ 859 ເຮັກຕາ, ມີ 916 ຄອບຄົວ, ມີພົນລະເມືອງເກືອບ 4.9700 ຄົນ ໄດ້ຮັບຜົນປະໂຫຍດຈາກໂຄງການນີ້.

    ຕາມການໃຫ້ພາດຂອງ ທ່ານ ແກ້ວ ລໍວິໄຊ ຮອງນາຍບ້ານໆ ທົ່ງໄຈ້ເໜືອ ແຂວງຫລວງນ້ຳ ຕາງໜ້າພໍ່ແມ່ປະຊາຊົນ 10 ບ້ານ ຕໍ່ນັກຂ່າວວ່າ: ເມື່ອກ່ອນອາຊີບຫລັກ ຂອງປະຊາຊົນເຮົາ ສ່ວນຫລວງຫລາຍ ແມ່ນເຮັດກະສິກໍາ ແລະ ລ້ຽງສັດ ຊຶ່ງການເຮັດອາຊີບກະສິກໍາ ດັ່ງກ່າວ ແມ່ນພົບຄວາມຫຍຸ້ງຍາກຫລາຍ ເປັນຕົ້ນແມ່ນ ຊົນລະປະທານ ຍັງເປັນແບບປະຖົມປະຖານ ຫລື ບໍ່ໄດ້ມາດຕະຖານ ໂດຍເພິ່ງພາອາໃສພຽງນໍ້າຝົນເປັນສ່ວນໃຫຍ່, ຖ້າປີໃດດິນຟ້າອາກາດ ບໍ່ເອື້ອອໍານວຍ ແມ່ນພົບຄວາມຫຍຸ້ງຍາກ, ຜົນຜະລິດບໍ່ໄດ້ເຕັມເມັດເຕັມໜ່ວຍ, ການຜະລິດ ກໍໄດ້ແຕ່ລະດູດຽວ ອັນເປັນສາເຫດສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ບາງຄອບຄົວ ກໍມີເນື້ອທີ່ດິນຢູ່ຫ່າງໄກ ຈາກຄອງຊົນລະປະ ທານ ແມ່ນທໍາການຜະລິດບໍ່ໄດ້ເລີຍ, ປ່ອຍໃຫ້ດິນເປົ່າຫວ່າງຮົກເຮື້ອ ເປັນຈໍານວນຫລວງຫລາຍ.

     ທ່ານ ແກ້ວ ລໍວິໄຊ ກ່າວຕື່ມວ່າ:  ພາຍຫລັງມີໂຄງການຊົນລະປະທານ ເຂົ້າມາພັດທະນາປັບປຸງຄອງຊົນລະປະທານ ເຮັດໃຫ້ປະຊາຊົນເຂດດັ່ງກ່າວ ໄດ້ຮັບຜົນປະໂຫຍດອັນໃຫຍ່ ຫລວງ. ໃນນັ້ນ, ມີສອງໂຄງການຄື: ໂຄງການກໍ່ສ້າງ ຫລື ປັບປຸງຊົນລະປະທານທີ່ໄດ້ ມາດຕະຖານໃຫ້ແກ່ປະຊາຊົນ ແລະ ໂຄງການອອກໃບຕາດິນຖາວອນ ໃຫ້ແກ່ປະຊາຊົນນໍາໃຊ້ຢ່າງ ຖືກຕ້ອງຕາມກົດໝາຍ. ນັບຕັ້ງແຕ່ນັ້ນເປັນຕົ້ນມາເຫັນວ່າ ປະຊາຊົນມີຄວາມພາກພູມໃຈເປັນຢ່າງຍິ່ງ ແລະ ມີຄວາມກະຕືລືລົ້ນ, ຕື່ນຕົວເອົາໃຈໃສ່ໃນການທຳມາຫາກິນ ກໍຄືເຮັດ ການຜະລິດກະສິກໍາ ທີ່ສາມາດເຮັດສອງລະດູ, ອັນເຮັດໃຫ້ມີລາຍຮັບເຂົ້າຄອບຄົວເພີ່ມຂຶ້ນ ແລະ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ເປັນລຳດັບຊຶ່ງເຫັນໄດ້ຢ່າງຈະແຈ້ງ ເປັນຕົ້ນແມ່ນ ຜົນຜະລິດເຂົ້ານາປີ ໃນເມື່ອກ່ອນ 3,5 ໂຕນຕໍ່ເຮັກຕາ, ເພີ່ມຂຶ້ນມາເປັນ 4,8 ໂຕນຕໍ່ເຮັກຕາ ອັນໄດ້ສ້າງເງື່ອນໄຂ ໃຫ້ຫລາຍຄອບຄົວສາມາດ ຊື້ເຄື່ອງມືຮັບໃຊ້ການຜະລິດກະສິກໍາທີ່ ທັນສະໄໝເພີ່ມຂຶ້ນ; ມີທີ່ຢູ່ອາໄສຈາກປະຖົມປະຖານ ກາຍມາເປັນເຮືອນຢູ່ຖາວອນ ເກືອບທຸກຄອບຄົວ; ມີລົດລາງພາຫະນະຮັບໃຊ້ຄອບຄົວ. ນອກຈາກນັ້ນ, ຫລາຍຄອບຄົວ ຍັງໄດ້ລ້ຽງປາ ປ້ອນ ຕະຫລາດຕື່ມເພື່ອເປັນ ການສ້າງລາຍຮັບເສີມເຂົ້າຄອບຄົວຕື່ມ.

   ທ່ານຮອງນາຍບ້ານ ຍັງໃຫ້ຮູ້ຕື່ມວ່າ: ຍ້ອນຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນ, ຜົນໄດ້ຮັບຈາກທໍາການຜະລິດ ເຮັດໃຫ້ບາງຄອບຄົວສາມາດຊື້ລົດ ໃຫ້ລູກແລ່ນລະຫວ່າງແຂວງ ຕໍ່ແຂວງສ້າງໄດ້ລາຍໄດ້ເສີມຕື່ມອີກ, ບາງຄອບຄົວສາມາດສົ່ງລູກ ໄປຮຽນຕ່າງປະເທດ, ຜູ້ມີເງິນໜ້ອຍແດ່ ກໍສົ່ງລູກໄປຮຽນ ສສ ຫວຽດນາມ ແລະຜູ້ຫລາຍແດ່ກໍສົ່ງລູກໄປຮຽນ ສປ ຈີນ. ແບບສຸພາສິດເພີ່ນວ່າ: ຄວາມດຸໝັ່ນຂະຫຍັນພຽນ ຈະເຮັດໃຫ້ຄົນພົ້ນທຸກ ແລະ ຈະເລີນຮຸງເຮືອງຕະຫລອດການ.

ໂດຍ: ຄັດທະນາມ

KPL

ຂ່າວອື່ນໆ

ads
ads

Top