ຂປລ
ທ່ານ ນາງ ແພທອງທານ ຊິນນະວັດ ອະດີດ ນາຍົກລັດຖະມົນຕີໄທ ໄດ້ປະກາດ ຜ່ານສື່ສັງຄົມ ອອນລາຍວ່າ ຈະລາ ອອກ ຈາກຕຳແໜ່ງ ປະທານພັກເພື່ອໄທ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 22 ຕຸລານີ້, ທ່ານ ນາງ ແພທອງທານ ຊິນນະວັດ ອະດີດ ນາຍົກລັດຖະມົນຕີໄທ ໄດ້ປະກາດ ຜ່ານສື່ສັງຄົມ ອອນລາຍວ່າ ຈະລາອອກ ຈາກຕຳແໜ່ງປະ ທານພັກເພື່ອໄທ. ທ່ານ ນາງ ແພທອງທານ ຊິນນະວັດ ກ່າວວ່າ ການລາຈາກຕຳແໜ່ງ ປະທານຂອງພັກ ແມ່ນເພື່ອໃຫ້ພັກເພື່ອໄທສາມາດດຳເນີນ ການປະຕິຮູບ ເປັນເອກະລາດໄດ້ ແລະ ສ້າງພັກ ການເມືອງ ແບບໃໝ່ ດີກວ່າເກົ່າ. ຫລັງຈາກ ລາຈາກຕຳແໜ່ງປະທານຂອງພັກແລ້ວ, ແຕ່ທ່ານ ນາງ ແພທອງທານ ຊິນນະວັດ ຍັງເປັນສະມາຊິກ ຂອງພັກເພື່ອໄທ ຢູ່ຄືເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL