ຂປລ
ກອງປະຊຸມ ເຈົ້າໜ້າທີ່ ຂັ້ນສູງ ອາຊຽນ (SOM) ແລະ ບັນດາວາລະກອງປະຊຸມກະກຽມ ໄດ້ໄຂຂຶ້ນ ໃນວັນທີ 23 ຕຸລາ, ຢູ່ນະຄອນຫລວງ ກົວລາລຳ ເປີ ຂອງມາເລເຊຍ. ນີ້ແມ່ນກອງປະຊຸມ ສ້າງປະຖົມປັດໄຈ ໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ກອງປະຊຸມ ເຈົ້າໜ້າທີ່ ຂັ້ນສູງ ອາຊຽນ (SOM) ແລະ ບັນດາວາລະ ກອງປະຊຸມ ກະກຽມ ໄດ້ໄຂຂຶ້ນ ໃນວັນທີ 23 ຕຸລາ, ຢູ່ນະຄອນຫລວງ ກົວລາລຳ ເປີ ຂອງມາເລເຊຍ. ນີ້ແມ່ນກອງປະຊຸມ ສ້າງປະຖົມປັດໄຈ ໃຫ້ແກ່ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ເຊິ່ງຄາດວ່າ ຈະຈັດຂຶ້ນ ຢູ່ຫໍປະຊຸມ ກົວລາລຳເປີ ຂອງ ມາເລເຊຍ ນັບແຕ່ ວັນທີ 26–28 ຕຸລານີ້ພາຍໃຕ້ ດ້ວຍຫົວຂໍ້ “ກວມລວມ ແລະ ຍືນຍົງ”, ກອງປະຊຸມສຸດຍອດ ອາຊຽນ 47 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ໄດ້ຮັບຄວາມຫວັງວ່າ ຈະແມ່ນໜຶ່ງ ໃນບັນດາ ກອງປະຊຸມໃຫຍ່ທີ່ສຸດ ໃນປະຫວັດສາດ ຂອງກຸ່ມ, ສວມບົດບາດ ເປັນພື້ນຖານສຳຄັນ ເພື່ອຊຸກຍູ້ ການຮ່ວມມື ຢ່າງເລິກເຊິ່ງ, ກວ້າງຂວາງກວ່າ, ພ້ອມກັນນັ້ນ ກໍ່ແກ້ໄຂ ບັນດາສິ່ງທ້າທາຍ ໃນພາກພື້ນ ແລະ ທົ່ວໂລກ ຢ່າງສະໜິດຕິດພັນ ແລະ ຮອບດ້ານ. ເຫດການນີ້ ກໍ່ເຫັນ ປະຈັກຕາ ການເຂົ້າຮ່ວມ ຢ່າງຕັ້ງໜ້າຂອງ ຕີມໍເລສເຕ (Timor Leste) ໃນວິວັດການ ເຂົ້າເປັນ ສະມາຊິກ ອາຊຽນ, ດ້ວຍຖານະ ເປັນສະມາຊິກທີ 11, ຄາດວ່າ ຈະປະກາດ ໃນວັນທີ 26 ຕຸລານີ້. ນອກຈາກ ບັນດາການນຳ ອາຊຽນ, ຈະມີການນຳໂລກ ຫລາຍກວ່າ 20 ທ່ານ ຈະເຂົ້າຮ່ວມ ບັນດາກອງປະຊຸມສຸດ ຍອດກັບ ອາຊຽນ ຢູ່ນະຄອນຫລວງຂອງ ມາເລເຊຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL