ຄວາມໝາຍ ແລະ ຄວາມສຳຄັນຂອງວັດທະນະທຳ

20/10/2025 13:49
ຂປລ ຂປລ. ປະເທດລາວ ເປັນປະເທດໜຶ່ງທີ່ມີຄວາມສວຍສົດງົດງາມ ທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາຕັ້ງແຕ່ບູຮານນະການ ທີ່ຍັງຄົງຮັກສາໄວ້ຈົນເທົ່າທຸກວັນນີ້, ບໍ່ວ່າຈະເປັນງານບຸນປະເພນີຕ່າງໆ ຕາມຮີດ12 ຄອງ14 , ການນຸ່ງຖືທີ່ເປັນເອກະລັກ ຂອງແຕ່ລະຊົນເຜົ່າລວມທັງຍິງ ແລະ ຊາຍ.

ຂປລ. ປະເທດລາວ ເປັນປະເທດໜຶ່ງທີ່ມີຄວາມສວຍສົດງົດງາມ ທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາຕັ້ງແຕ່ບູຮານນະການ ທີ່ຍັງຄົງຮັກສາໄວ້ຈົນເທົ່າທຸກວັນນີ້, ບໍ່ວ່າຈະເປັນງານບຸນປະເພນີຕ່າງໆ ຕາມຮີດ12 ຄອງ14 , ການນຸ່ງຖືທີ່ເປັນເອກະລັກ ຂອງແຕ່ລະຊົນເຜົ່າລວມທັງຍິງ ແລະ ຊາຍ.

ຄຳວ່າວັດທະນະທໍາແມ່ນຄໍາສະໝາດໃນພາສາບາລີ, ວັດທະນະທຳແປວ່າ ຄວາມຈະເລີນ, ຄວາມງອກງາມ, ສ່ວນຄໍາວ່າທໍາແປວ່າຄຸນຄວາມດີ, ຄວາມງາມ, ຄວາມບໍລິສຸດ, ຄວາມຖືກຕ້ອງດັ່ງນີ້ເປັນຕົ້ນ. ເມື່ອແປຕາມຄວາມໝາຍຂອງສັບ, ມີຄວາມໝາຍວ່າ:ວັດທະນະທໍາຄວາມຈະເລີນ, ຄວາມໝັ້ນຄົງ ຫລື ລັກສະນະທີ່ສະແດງ ເຖິງຄວາມດີ, ຄວາມງາມ, ຄວາມເປັນລະບຽບຮຽບຮ້ອຍ, ຄຸນນະທຳ.ວັດທະນະທໍາແມ່ນຄຸນຄ່າອັນລວມຍອດ ຂອງການສະສົມ ບັນດາຜະລິດຕະພັນທາງວັດຖຸ ແລະ ຈິດໃຈທີ່ ມວນມະນຸດ ໄດ້ປະດິດສ້າງຂຶ້ນມາ ໂດຍຜ່ານຂະບວນວິວັດ ທາງປະຫວັດສາດ ຫລືເວົ້າອີກຢ່າງໜຶ່ງວ່າແມ່ນ ໝາກຜົນຂອງຄວາມຈະເລີນງອກງາມ, ຄວາມດີ, ຄວາມງາມ ທີ່ສັງຄົມນັ້ນໆ ປະດິດສ້າງຂຶ້ນ ແລະ ສະສົມຖ່າຍທອດມາຮອດປັດຈຸບັດ.ສະນັ້ນ,ວັດທະນະທໍາຈຶ່ງລວມເອົາທຸກສິ່ງທຸກຢ່າງ ທີ່ມວນມະນຸດປະດິດສ້າງ ໃນແຕ່ລະຍຸກສະໄໝ ອັນເກີດຈາກ ປະສົບການ, ບົດຮຽນຊີວິດ ແລະ ບັນດາຫົວຄິດປະດິດສ້າງ ຂອງຄົນໃນຊາດໜຶ່ງໆເຊັ່ນ: ພາສາປາກເວົ້າ, ກິລິຍາມາລະຍາດ, ການທໍາມາຫາກິນ, ນິໄສໃຈຄໍ, ທີ່ຢູ່ອາໄສຕະຫລອດເຖິງ ວັດຖຸອຸປະກອນການຜະລິດຕ່າງໆ, ດ້ວຍເຫດນີ້ການສະສົມວັດທະນະທໍາ ຈຶ່ງແມ່ນການສະສົມບັນດາປະສົບການ, ຄວາມຮູ້ຄວາມສາມາດ, ພູມປັນຍາຊາວບ້ານ ແລະຕະຫລອດເຖິງ ໝາກຜົນຂອງການຄົ້ນຄິດ ວິທະຍາສາດອີກດ້ວຍ.

 

ວັດທະນະທຳ ເປັນເຄື່ອງມືວັດແທກ ຫລື ເຄື່ອງກຳນົດຄວາມຈະເລີນ ຫລື ຄວາມເສ່ືອມຂອງສັງຄົມ ແລະ ຂະນະດຽວກັນ, ວັດທະນະທຳ ຍັງກຳນົດຊີວິດຄວາມເປັນຢູ່ ຂອງປະຊາຊົນໃນສັງຄົມ. ດັ່ງນັ້ນ, ວັດທະນະທຳ ຈຶ່ງມີອິດທິພົນຕໍ່ຄວາມເປັນຢູ່ຂອງປະຊາຊົນ ແລະ ຄວາມຈະເລີນກ້າວໜ້າ ຂອງປະເທດຊາດ; ຫາກສັງຄົມໃດ ມີວັດທະນະທຳທີ່ດີງາມ ເໝາະສົມແລ້ວ ສັງຄົມນັ້ນ ຍ່ອມຈະເລີນກ້າວໜ້າໄດ້ຢ່າງວ່ອງໄວ, ກົງກັນຂ້າມຫາກສັງຄົມນັ້ນ ມີວັດທະນະທຳທີ່ຫລ້າຫລັງ, ມີແບບຂອງພຶດຕິກຳທີ່ບໍ່ດີ, ມີຄ່ານິຍົມທີ່ບໍ່ ເໝາະສົມສັງຄົມນັ້ນ ກໍຍາກທີ່ຈະກ້າວໜ້າ ຈະເລີນຮຸ່ງເຮືອງ ແລະ ໃນທີ່ສຸດກໍອາດຈະສູນເສຍຄວາມເປັນຊາດໄດ້ ເພາະຖືກຮຸກຮານທາງ ວັດທະນະທຳ. ພ້ອມນັ້ນ, ປະໂຫຍດຕ່າງໆ ທີ່ໄດ້ຮັບການຈາກ ການສຶກສາວັດທະນະທຳ ເປັນຕົ້ນວ່າການສ້າງຄວາມ ເປັນລະບຽບຮຽບຮ້ອຍ ຂອງສັງຄົມ ເພາະວັດທະນະທຳຄືຂອບ ຫລື ແບບແຜນການດຳລົງຊີວິດຂອງສັງຄົມ ເຮັດໃຫ້ທຸກຄົນມີປະເພນີ ທີ່ຈະປະຕິບັດໄດ້ຢ່າງເໝາະສົມ, ເຮັດໃຫ້ການກະທົບ ຫລື ຄວາມຂັດແຍ້ງກັນຫລຸດໜ້ອຍລົງ, ຄວາມວຸ້ນວາຍສັນສົນກໍຫລຸດລົງເຊັ່ນກັນ. ວັດທະນະທຳທີ່ຊ່ວຍ ໃຫ້ສັງຄົມຈະເລີນກ້າວໜ້າ ໄດ້ແກ່ຄວາມມີລະບຽບວິໄນ, ດຸໝັ່ນ,​ຊື່ສັດ, ປະຢັດ ແລະ ອົດທົນ ການເຫັນປະໂຫຍດສ່ວນ ລວມຫລາຍກວ່າສ່ວນຕົວ ແລະ ອື່ນໆ.

ເຖິິງຢ່າງໃດກໍດີ, ຄຳສຸພາສິດລາວເຄີຍກ່າວໄວ້ວ່າ: ພາສາບອກຊາດ ມາລະຍາດບອກຕະກຸນ; ເສຍວັດທະນະທຳ ປຽບດັ່ງເສຍຊາດ ເສຍມາລະຍາດ ປຽບດັ່ງເສຍຕະກຸນ ເຫລົ່ານີ້ເປັນຕົ້ນ. ວັດທະນະທຳລາວ ມີຄວາມສຳຄັນຕໍ່ຄົນໃນຊາດ, ເປັນເອກະລັກຂອງຊາດມາແຕ່ມື້ກຳເນີດຊາດ ແລະ ສືບມາຈົນເຖິງປັດຈຸບັນ; ເປັນມໍລະດົກອັນປະເສີດ, ທັງເປັນສູນ ລວມແຫ່ງຄວາມຈະເລີນ ຂອງຄົນລາວພາຍໃນຊາດ ທີ່ບໍ່ມີຍາມສູນຫາຍ; ເປັນສັນຍະລັກບອກເຖິງຄວາມເປັນຊາດລາວ ແລະ ຊົນເຜົ່າລາວ ທີ່ມີຄວາມເປັນ ເອກະລາດ ຢ່າງໝັ້ນຄົງ, ເປັນຄວາມຜູກພັນທາງວັດຖຸ ແລະ ຈິດໃຈຂອງຄົນໃນຊາດ; ເປັນເຄື່ອງຄ້ຳຊູສັງຄົມ ທັງຈຳແນກໃຫ້ເຫັນເຖິງຄວາມແຕກຕ່າງ ລະຫວ່າງຄົນຊາດລາວ ກັບຄົນຊາດອື່ນ ເພາະຄົນລາວ ແຕ່ລະຊົນເຜົ່າ ມີພາສາ ແລະ ວັດທະນະທຳລາວເປັນຂອງຕົນເອງ; ເປັນປັດໄຈສຳຄັນໃນການດຳເນີນຊີວິດຂອງມະນຸດ ຊ່ວຍໃຫ້ມະນຸດ ແລະ ສັງຄົມພັດທະນາຂຶ້ນ ຕາມລຳດັບ ຢ່າງບໍ່ມີສິ້ນສຸດ, ທັງນີ້ກໍຂຶ້ນຢູ່ກັບຄວາມສາມາດໃນການປັບປຸງ, ຮັບເອົາ ຫລື ສ້າງວັດທະນະທຳ ທີ່ເໝາະສົມຂຶ້ນມາໃຊ້, ຖ້າວັດທະນະທຳມີຄຸນຄ່າເໝາະສົມຫລາຍ ກໍສາມາດຊ່ວຍ ໃຫ້ສັງຄົມນັ້ນໆ ຈະເລີຍຂຶ້ນໄດ້ຫລາຍ ເປັນເງົາຕາມຕົວ ແລະ ຄວາມເໝາະສົມຂອງວັດທະນະທຳ ກໍຄືການກໍໃຫ້ເກີດປະໂຫຍດ ແກ່ການດຳລົງຊີວິດໃນສັງຄົມ.

ຮຽບຮຽງໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

ads
ads

Top