ຂປລ
ແຫລ່ງຂ່າວຈາກ ກຸ່ມບໍລິສັດ ທາງລົດໄຟຈີນ ສາຂາຄຸ່ນໝີງ ຈຳກັດ ແຈ້ງໃຫ້ຮູ້ວ່າ ຖ້ຽວລົດໄຟ ທ່ອງທ່ຽວສາກົນ Y26/7 ໃຫ້ບໍລິການແລ່ນຕາມ ທາງລົດໄຟຈີນ-ລາວ ເຊິ່ງໄດ້ບັນທຸກ ນັກທ່ອງທ່ຽວ 340 ກວ່າເທື່ອຄົນ ແລະ ອອກເດີນທາງ ຈາກສະຖານີຄຸ່ນໝີງຂອງ ສປ ຈີນ, ມຸ່ງໜ້າໄປສູ່ທິດໃຕ້ ຄື: ນະຄອນຫລວງວຽງຈັນ ຂອງ ສປປ ລາວ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ມື່ອບໍ່ດົນມານີ້, ແຫລ່ງຂ່າວຈາກ ກຸ່ມບໍລິສັດ ທາງລົດໄຟຈີນ ສາຂາຄຸ່ນໝີງ ຈຳກັດ ແຈ້ງໃຫ້ຮູ້ວ່າ ຖ້ຽວລົດໄຟ ທ່ອງທ່ຽວສາກົນ Y26/7 ໃຫ້ບໍລິການແລ່ນຕາມ ທາງລົດໄຟຈີນ-ລາວ ເຊິ່ງໄດ້ບັນທຸກ ນັກທ່ອງທ່ຽວ 340 ກວ່າເທື່ອຄົນ ແລະ ອອກເດີນທາງ ຈາກສະຖານີຄຸ່ນໝີງຂອງ ສປ ຈີນ, ມຸ່ງໜ້າໄປສູ່ທິດໃຕ້ ຄື: ນະຄອນຫລວງວຽງຈັນ ຂອງ ສປປ ລາວ, ຖ້ຽວລົດໄຟດັ່ງກ່າວ ແມ່ນຂະບວນລົດໄຟ ທ່ອງທ່ຽວສາກົນ ແບບໃຫ້ຜົນປະໂຫຍດ ຢ່າງທົ່ວເຖິງ ເຊິ່ງເປັນຖ້ຽວທຳອິດ ທີ່ທາງລົດໄຟຈີນ-ລາວ ເປີດບໍລິການ. ຂະບວນລົດໄຟທ່ອງທ່ຽວດັ່ງກ່າວ ເປັນຂະບວນລົດໄຟທ່ອງທ່ຽວ ທີ່ມີເອກະລັກພິເສດ ແລະ ຮັບໃຊ້ກຸ່ມຄົນອາຍຸສູງ ສະເພາະ. ນັບແຕ່ ຂະບວນລົດໄຟໂດຍສານສາກົນ ຂອງທາງລົດໄຟຈີນ-ລາວ ເປີດບໍລິການ ໃນເດືອນເມສາ 2023 ຫາວັນທີ 20 ຕຸລານີ້, ໄດ້ມີຜູ້ໂດຍສານ 6 ແສນກວ່າ ເທື່ອຄົນ ມາຈາກ 115 ປະເທດ ແລະ ເຂດແຄວ້ນ ໃນທົ່ວໂລກ ໄດ້ໃຊ້ບໍລິການ ຂະບວນລົດໄຟດັ່ງກ່າວ. ຄຽງຄູ່ກັບ ຂະບວນລົດໄຟທ່ອງທ່ຽວສາກົນ ແບບໃຫ້ຜົນປະໂຫຍດ ຢ່າງທົ່ວເຖິງ ເປີດບໍລິການ, ນັກທ່ອງທ່ຽວມີທາງເລືອກດ້ານການທ່ອງທ່ຽວ ຂ້າມຊາດຫລາຍກວ່າເກົ່າ ແລະ ການເດີນທາງ ມີຄວາມສະດວກ ສະບາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL