ຂປລ
ທ່ານ ນາງ ຊານາເອ ທາຄາອິຈິ(Sanae Takaichi)ນາຍົກລັດຖະມົນຕີ ຄົນໃໝ່ ຍີ່ປຸ່ນ ຖະແຫລງວ່າ ຈະຊີ້ນຳ ບັນດາ ເຈົ້າໜ້າທີ່ ລັດຖະບານ ຮຽບຮຽງ ບ້ວງກະຕຸ້ນ ເສດຖະກິດ ໂດຍໄວ ເພື່ອແນໃສ່ ຮັບມືກັບ ສະພາບການ ຄ່າຄອງຊີບ ເພີ່ມຂຶ້ນ ແລະ ຈະໃຫ້ບຸລິມະສິດ ຕໍ່ບັນດານະໂຍບາຍ ເສດຖະກິດ ແທນທີ່ເລືອກເອົາ ກໍລະນີ ຍຸບເລີກສະພາຕ່ຳ ເພື່ອ ຈັດຕັ້ງການເລືອກຕັ້ງ ກ່ອນກຳນົດເວລາ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ນາງ ຊານາເອ ທາຄາອິຈິ(Sanae Takaichi)ນາຍົກລັດຖະມົນຕີ ຄົນໃໝ່ ຍີ່ປຸ່ນ ຖະແຫລງວ່າ ຈະຊີ້ນຳ ບັນດາເຈົ້າໜ້າທີ່ ລັດຖະບານ ຮຽບຮຽງ ບ້ວງກະຕຸ້ນ ເສດຖະກິດ ໂດຍໄວ ເພື່ອແນໃສ່ ຮັບມືກັບ ສະພາບການ ຄ່າຄອງຊີບ ເພີ່ມຂຶ້ນ ແລະ ຈະໃຫ້ບຸລິມະສິດ ຕໍ່ບັນດານະໂຍບາຍ ເສດຖະກິດ ແທນທີ່ເລືອກເອົາ ກໍລະນີ ຍຸບເລີກສະພາຕ່ຳ ເພື່ອຈັດ ຕັ້ງການເລືອກຕັ້ງ ກ່ອນກຳນົດເວລາ. ທ່ານ ນາງ ຊີ້ແຈ້ງວ່າ ຈະລົບລ້າງພາສີສົ່ງອອກຊົ່ວຄາວ ສຳລັບ ນ້ຳມັນ ແລະ ເພີ່ມລະດັບລາຍຮັບ ທີ່ບໍ່ຕ້ອງເສຍພາສີ ຈາກລະດັບ ປັດຈຸບັນແມ່ນ 1,03 ລ້ານຢຽນ (ປະມານ 6.800 ໂດລາສະຫະລັດ).ດັ່ງນັ້ນ ບັນດາມາດຕະການເສດຖະກິດນີ້ ຈະຊ່ວຍເພີ່ມລາຍຮັບໃຫ້ແກ່ ປະຊາຊົນ ແລະ ຫລຸດຜ່ອນ ພາລະແບກຫາບ ໃຫ້ແກ່ ບັນດາຄອບຄົວ. ສຳລັບ ດ້ານພົວພັນ ທາງການທູດ, ທ່ານ ນາງຊານາເອ ທາຄາອິຈິ ມີຄວາມປາດຖະໜາ ຢາກພົບປະກັບ ການນຳ ຂອງບັນດາປະເທດອື່ນ ໃນກອງປະຊຸມ ທີ່ກ່ຽວຂ້ອງເຖິງ ອາຊຽນ ເຊິ່ງຈະຈັດຂຶ້ນຢູ່ ມາເລເຊຍ ໃນທ້າຍອາທິດ ນີ້ ແລະ ກອງປະຊຸມສຸດຍອດ ເວທີປາໄສຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ (APEC) ທີ່ຈະດຳເນີນ ໃນທ້າຍເດືອນນີ້ຢູ່ ສ.ເກົາຫລີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL